Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 12:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເຫດສະນັ້ນ ຈົ່ງ​ຊື່ນຊົມຍິນດີ, ຟ້າ​ສະຫວັນ ແລະ ບັນດາ​ຜູ້​ອາໄສ​ໃນ​ຟ້າ​ສະຫວັນ​ເອີຍ! ແຕ່​ວິບັດ​ແກ່​ແຜ່ນດິນໂລກ ແລະ ທະເລ, ເພາະວ່າ​ມານຮ້າຍ​ໄດ້​ລົງ​ໄປ​ຫາ​ພວກເຈົ້າ​ແລ້ວ! ມັນ​ເຕັມ​ດ້ວຍ​ຄວາມຄຽດແຄ້ນ, ເພາະ​ມັນ​ຮູ້​ວ່າ​ເວລາ​ຂອງ​ມັນ​ມີ​ໜ້ອຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເພາະສະນັ້ນ ສະຫວັນ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ສະຫວັນ ຈົ່ງ​ຊື່ນຊົມ​ຍິນດີ ແຕ່​ວິບັດ​ຈະ​ມີ​ແກ່​ແຜ່ນດິນ​ໂລກ​ແລະ​ນໍ້າ​ທະເລ ເພາະວ່າ​ມານຮ້າຍ​ໄດ້​ລົງ​ມາ​ຫາ​ເຈົ້າ​ດ້ວຍ​ຄວາມ​ຄຽດແຄ້ນ​ອັນ​ໃຫຍ່ ເພາະ​ມັນ​ຮູ້​ວ່າ​ເວລາ​ຂອງ​ມັນ​ມີ​ໜ້ອຍ.”

Uka jalj uñjjattʼäta Copia luraña




ພຣະນິມິດ 12:12
18 Jak'a apnaqawi uñst'ayäwi  

ໃນ​ທຳນອງ​ດຽວກັນ​ນີ້ ເຮົາ​ບອກ​ພວກເຈົ້າ​ວ່າ, ຈະ​ມີ​ຄວາມຊື່ນຊົມຍິນດີ​ໃນ​ທ່າມກາງ​ບັນດາ​ເທວະດາ​ຂອງ​ພຣະເຈົ້າ​ທີ່​ມີ​ຄົນບາບ​ຜູ້​ໜຶ່ງ​ຖິ້ມໃຈເກົ່າເອົາໃຈໃໝ່”.


“ຂໍ​ກຽດຕິຍົດ​ຈົ່ງ​ມີ​ແກ່​ພຣະເຈົ້າ​ໃນ​ສະຫວັນ​ສູງສຸດ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ເທິງ​ແຜ່ນດິນໂລກ​ນີ້”.


ເພາະວ່າ, “ໃນ​ອີກ​ບໍ່​ດົນ, ພຣະອົງ​ຜູ້​ທີ່​ກຳລັງ​ມາ​ກໍ​ຈະ​ມາ​ເຖິງ ແລະ ຈະ​ບໍ່​ຊັກຊ້າ”.


ເພື່ອນ​ທີ່ຮັກ​ເອີຍ, ແຕ່​ຢ່າ​ລືມ​ຂໍ້​ນີ້​ຄື: ສຳລັບ​ອົງພຣະຜູ້ເປັນເຈົ້າ​ແລ້ວ​ໜຶ່ງ​ວັນ​ກໍ​ເໝືອນ​ໜຶ່ງພັນ​ປີ ແລະ ໜຶ່ງ​ພັນ​ປີ​ກໍ​ເໝືອນ​ໜຶ່ງ​ວັນ.


ແລະ ເພິ່ນ​ໄດ້​ສາບານ​ໂດຍ​ອ້າງ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ, ຜູ້​ສ້າງ​ຟ້າສະຫວັນ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ຜູ້​ສ້າງ​ໂລກ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ໂລກ, ທະເລ ແລະ ສັບພະທຸກສິ່ງ​ທີ່​ຢູ່​ໃນ​ທະເລ ແລະ ກ່າວ​ວ່າ, “ຈະ​ບໍ່​ມີ​ການຊັກຊ້າ​ອີກ​ຕໍ່ໄປ​ແລ້ວ!


ຜູ້​ອາໄສ​ຢູ່​ໃນ​ແຜ່ນດິນໂລກ​ຈະ​ເບິ່ງ​ສົບ​ຂອງ​ພວກເພິ່ນ​ດ້ວຍ​ຄວາມດີໃຈ ແລະ ຈະ​ສະເຫລີມ​ສະຫລອງ​ໂດຍ​ໃຫ້​ຂອງຂວັນ​ແກ່​ກັນ, ເພາະ​ຜູ້ທຳນວາຍ​ທັງ​ສອງ​ນີ້​ໄດ້​ທໍລະມານ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ໃນ​ໂລກ.


ວິບັດ​ທີສອງ​ໄດ້​ຜ່ານພົ້ນ​ໄປ, ວິບັດ​ທີສາມ​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້.


ພະຍານາກ​ໃຫຍ່​ທີ່​ຖືກ​ໂຍນ​ລົງ​ມາ​ນັ້ນ​ແມ່ນ​ງູ​ດຶກດຳບັນ​ທີ່​ເອີ້ນ​ວ່າ​ມານຮ້າຍ ຫລື ມານຊາຕານ, ຜູ້​ທີ່​ນຳພາ​ຄົນ​ທັງ​ໂລກ​ໃຫ້​ຫລົງຜິດ. ມັນ​ຖືກ​ໂຍນ​ລົງ​ມາ​ເທິງ​ໂລກ​ພ້ອມ​ກັບ​ບັນດາ​ເທວະດາ​ຂອງ​ມັນ.


ມັນ​ອ້າ​ປາກ​ກ່າວ​ໝິ່ນປະໝາດ​ພຣະເຈົ້າ ແລະ ກ່າວຮ້າຍ​ຕໍ່​ນາມ​ຂອງ​ພຣະອົງ, ຕໍ່​ທີ່​ສະຖິດ​ຂອງ​ພຣະອົງ ແລະ ຕໍ່​ບັນດາ​ຜູ້​ທີ່​ຢູ່​ໃນ​ສະຫວັນ.


“ຟ້າ​ສະຫວັນ​ເອີຍ! ຈົ່ງ​ຊື່ນຊົມຍິນດີ​ເພາະ​ນະຄອນ​ນີ້, ຄົນ​ຂອງ​ພຣະເຈົ້າ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ບັນດາ​ອັກຄະສາວົກ ແລະ ບັນດາ​ຜູ້ທຳນວາຍ​ເອີຍ! ຈົ່ງ​ຊື່ນຊົມຍິນດີ, ເພາະ​ພຣະເຈົ້າ​ໄດ້​ພິພາກສາ​ນະຄອນ​ນີ້​ແລ້ວ ດ້ວຍ​ການ​ລົງໂທດ​ນະຄອນ​ນີ້​ທີ່​ໄດ້​ເຮັດ​ຜິດ​ກັບ​ພວກເຈົ້າ”.


ໃນ​ຂະນະ​ທີ່​ຂ້າພະເຈົ້າ​ເຝົ້າເບິ່ງ​ຢູ່​ນັ້ນ, ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ນົກອິນຊີ​ທີ່​ກຳລັງ​ບິນ​ຢູ່​ກາງອາກາດ​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ວິບັດ! ວິບັດ! ວິບັດ​ແກ່​ຄົນ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ແຜ່ນດິນໂລກ, ເພາະ​ສຽງ​ແກ​ຂອງ​ເທວະດາ​ອີກ​ສາມ​ຕົນ​ທີ່​ກຳລັງ​ຈະ​ເປົ່າ​ນັ້ນ!”


ວິບັດ​ທຳອິດ​ຜ່ານ​ໄປ​ແລ້ວ ຍັງ​ມີ​ອີກ​ສອງ​ວິບັດ​ທີ່​ຈະ​ມາ​ເຖິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka