ພຣະນິມິດ 12:11 - ພຣະຄຳພີລາວສະບັບສະໄໝໃໝ່11 ພວກເຂົາໄດ້ຊະນະພະຍານາກ ໂດຍໂລຫິດຂອງລູກແກະຂອງພຣະເຈົ້າ ແລະ ໂດຍຄຳພະຍານຂອງພວກເຂົາເອງ, ພວກເຂົາບໍ່ໄດ້ຮັກຊີວິດຂອງຕົນເອງຫລາຍ ແມ່ນແຕ່ຄວາມຕາຍພວກເຂົາກໍບໍ່ຢ້ານ. Uka jalj uñjjattʼätaພຣະຄຳພີສັກສິ11 ເຂົາເຫຼົ່ານັ້ນໄດ້ຊະນະພະຍານາກແລ້ວ ດ້ວຍພຣະໂລຫິດຂອງພຣະເມສານ້ອຍ ແລະເພາະຄຳພະຍານຂອງພວກເຂົາເອງ ເຖິງແມ່ນວ່າພວກເຂົາຈະຕາຍກໍບໍ່ເສຍດາຍຊີວິດຂອງຕົນ. Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”.
ຂ້າພະເຈົ້າໄດ້ເຫັນບັນລັງຕ່າງໆ ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນຄືບັນດາຜູ້ໄດ້ຮັບສິດອຳນາດໃຫ້ພິພາກສາ. ແລະ ຂ້າພະເຈົ້າໄດ້ເຫັນຈິດວິນຍານຂອງບັນດາຄົນທັງຫລາຍທີ່ຖືກຕັດຫົວເພາະເປັນພະຍານເລື່ອງພຣະເຢຊູເຈົ້າ ແລະ ເພາະພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ໄດ້ຂາບໄຫວ້ສັດຮ້າຍ ຫລື ຮູບຈຳລອງຂອງມັນ ແລະ ບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມື. ພວກເຂົາໄດ້ກັບຄືນມາມີຊີວິດ ແລະ ຄອບຄອງຮ່ວມກັບພຣະຄຣິດເຈົ້າໜຶ່ງພັນປີ.
ຜູ້ໃດທີ່ໄດ້ຮັບໄຊຊະນະເຮົາຈະຕັ້ງຜູ້ນັ້ນໃຫ້ເປັນເສົາໜຶ່ງໃນວິຫານຂອງພຣະເຈົ້າຂອງເຮົາ. ພວກເຂົາຈະບໍ່ຈາກວິຫານໄປອີກຈັກເທື່ອ. ເຮົາຈະຈາລຶກນາມແຫ່ງພຣະເຈົ້າຂອງເຮົາ ແລະ ຊື່ນະຄອນຂອງພຣະເຈົ້າຂອງເຮົາຄືເຢຣູຊາເລັມໃໝ່, ເຊິ່ງພຣະເຈົ້າຂອງເຮົາກຳລັງສົ່ງລົງມາແຕ່ສະຫວັນຈາກພຣະເຈົ້າຂອງເຮົາໄວ້ເທິງໂຕຂອງພວກເຂົາ ແລະ ເຮົາຈະຈາລຶກນາມໃໝ່ຂອງເຮົາໄວ້ເທິງໂຕຂອງພວກເຂົາເໝືອນກັນ.