Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 12:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແລ້ວ​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ໃນ​ສະຫວັນ​ກ່າວ​ວ່າ: “ບັດນີ້ ຄວາມພົ້ນ ແລະ ລິດອຳນາດ ແລະ ອານາຈັກ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ, ແລະ ສິດອຳນາດ​ແຫ່ງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ. ເພາະ​ຜູ້​ທີ່​ກ່າວໂທດ​ບັນດາ​ພີ່ນ້ອງ​ຂອງ​ພວກເຮົາ, ຜູ້​ທີ່​ກ່າວໂທດ​ພວກເຂົາ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ​ທັງ​ກາງເວັນ ແລະ ກາງຄືນ. ໄດ້​ຖືກ​ໂຍນ​ລົງ​ໄປ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ແລ້ວ​ຂ້າພະເຈົ້າ​ໄດ້ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ບັດນີ້​ຄວາມ​ລອດພົ້ນ ຣິດເດດ ແລະ​ຣາຊອານາຈັກ​ແຫ່ງ​ພຣະເຈົ້າ​ຂອງ​ເຮົາ​ທັງຫລາຍ ກັບ​ທັງ​ຣິດອຳນາດ​ພຣະຄຣິດ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ ເພາະວ່າ​ຜູ້​ທີ່​ກ່າວໂທດ​ພວກ​ພີ່ນ້ອງ​ຂອງເຮົາ ຕໍ່​ພຣະພັກ​ພຣະເຈົ້າ​ຂອງເຮົາ ທັງ​ກາງເວັນ​ແລະ​ກາງຄືນ​ນັ້ນ ກໍໄດ້​ຖືກ​ຖິ້ມ​ລົງ​ເສຍ​ແລ້ວ.

Uka jalj uñjjattʼäta Copia luraña




ພຣະນິມິດ 12:10
24 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ເຈົ້າ​ເວົ້າ. ແຕ່​ເຮົາ​ບອກ​ພວກເຈົ້າ​ທຸກຄົນ​ວ່າ: ຕັ້ງແຕ່​ນີ້​ໄປ​ພວກເຈົ້າ​ຈະ​ໄດ້​ເຫັນ​ບຸດມະນຸດ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່ ແລະ ກຳລັງ​ມາ​ເທິງ​ເມກ​ແຫ່ງ​ສະຫວັນ”.


ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ຂໍ​ໃຫ້​ອານາຈັກ​ຂອງ​ພຣະອົງ​ມາ​ຕັ້ງ​ຢູ່, ຂໍ​ໃຫ້​ຄວາມ​ປະສົງ​ຂອງ​ພຣະອົງ​ສຳເລັດ, ໃນ​ສະຫວັນ​ເປັນ​ຢ່າງ​ໃດ ກໍ​ຂໍ​ໃຫ້​ເປັນ​ຢ່າງ​ນັ້ນ​ທີ່​ແຜ່ນດິນໂລກ.


ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກເພິ່ນ​ວ່າ, “ເມື່ອ​ພວກເຈົ້າ​ອະທິຖານ ຈົ່ງ​ກ່າວ​ວ່າ: “‘ຂ້າແດ່​ພຣະບິດາເຈົ້າ ຂໍ​ໃຫ້​ນາມ​ຂອງ​ພຣະອົງ​ເປັນ​ທີ່​ເຄົາລົບ​ບູຊາ, ຂໍ​ໃຫ້​ອານາຈັກ​ຂອງ​ພຣະອົງ​ມາ​ຕັ້ງ​ຢູ່,


“ຊີໂມນ, ຊີໂມນ​ເອີຍ, ມານຊາຕານ​ໄດ້​ຂໍ​ໃຫ້​ຝັດຮ່ອນ​ເຈົ້າ​ທັງໝົດ​ເໝືອນ​ຝັດຮ່ອນ​ເຂົ້າຫວີດ.


ດັ່ງນັ້ນ ເມື່ອ​ພວກເຈົ້າ​ທັງຫລາຍ​ໄດ້​ປະຊຸມ​ກັນ ແລະ ຈິດໃຈ​ຂອງ​ເຮົາ​ກໍ​ຢູ່​ຮ່ວມ​ກັບ​ພວກເຈົ້າ ແລະ ລິດອຳນາດ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ກໍ​ຢູ່​ນໍາ​ດ້ວຍ,


ແຕ່​ພຣະອົງ​ກ່າວ​ກັບ​ເຮົາ​ວ່າ, “ພຣະຄຸນ​ຂອງ​ເຮົາ​ກໍ​ພຽງພໍ​ແລ້ວ​ສຳລັບ​ເຈົ້າ, ເພາະ​ວ່າ​ລິດອຳນາດ​ຂອງ​ເຮົາ​ຈະ​ໄດ້​ປາກົດ​ໃນ​ຄວາມອ່ອນແອ​ຢ່າງ​ເຕັມທີ່”. ເຫດສະນັ້ນ ເຮົາ​ຈຶ່ງ​ຈະ​ອວດ​ຄວາມອ່ອນແອ​ທັງໝົດ​ຂອງ​ເຮົາ​ດ້ວຍ​ຄວາມຍິນດີ, ເພື່ອ​ລິດອຳນາດ​ຂອງ​ພຣະຄຣິດເຈົ້າ​ຈະ​ໄດ້​ຢູ່​ກັບ​ເຮົາ.


ໃນ​ທຳນອງ​ດຽວ​ກັນ ຈົ່ງ​ສອນ​ພວກ​ແມ່ຍິງ​ອາວຸໂສ​ໃຫ້​ດຳເນີນຊີວິດ​ດ້ວຍ​ຄວາມຢຳເກງ, ບໍ່​ເປັນ​ຄົນ​ໃສ່ຮ້າຍປ້າຍສີ ຫລື ເປັນ​ຄົນ​ຕິດ​ເຫລົ້າ, ແຕ່​ໃຫ້​ສອນ​ສິ່ງ​ທີ່​ດີ.


ຈົ່ງ​ມີ​ສະຕິ ແລະ ຕື່ນ​ໂຕ​ຢູ່​ສະເໝີ. ເພາະ​ສັດຕູ​ຂອງ​ພວກເຈົ້າ​ຄື​ມານ​ທຽວ​ວົນວຽນ​ໄປ​ມາ​ເໝືອນ​ໂຕສິງ​ທີ່​ແຜດສຽງ​ຊອກຫາ​ຄົນ​ທີ່​ມັນ​ຈະ​ກັດກິນ​ໄດ້.


ເທວະດາ​ຕົນ​ທີເຈັດ​ເປົ່າ​ແກ​ຂອງ​ຕົນ ແລະ ມີ​ສຽງ​ດັງ​ຫລາຍ​ສຽງ​ໃນ​ສະຫວັນ ເຊິ່ງ​ກ່າວ​ວ່າ: “ອານາຈັກ​ຂອງ​ໂລກ​ນີ້​ໄດ້​ກາຍເປັນ ອານາຈັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ເປັນ​ຂອງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ແລ້ວ ແລະ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ”.


ຜູ້ໃດ​ທີ່​ຮັບ​ໄຊຊະນະ ແລະ ເຮັດ​ຕາມ​ຄວາມປະສົງ​ຂອງ​ເຮົາ​ຈົນ​ເຖິງ​ທີ່ສຸດ, ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດອຳນາດ​ເໜືອ​ປະຊາຊາດ​ຕ່າງໆ.


ແລະ ພວກເພິ່ນ​ໄດ້​ຮ້ອງ​ດ້ວຍ​ສຽງ​ອັນ​ດັງ​ວ່າ: “ຄວາມພົ້ນ​ມາ​ຈາກ​ພຣະເຈົ້າ​ຂອງ​ພວກເຮົາ ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ມາ​ຈາກ​ລູກແກະ​ຂອງ​ພຣະເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka