Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຕະຫລອດ​ສາມ​ວັນ​ເຄິ່ງ​ນັ້ນ​ຄົນ​ຈຳນວນໜຶ່ງ​ຈາກ​ທຸກ​ກຸ່ມຄົນ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ທຸກ​ປະເທດ​ຈະ​ມາ​ຈ້ອງເບິ່ງ​ສົບ​ຂອງ​ພວກເພິ່ນ ແລະ ບໍ່​ຍອມ​ໃຫ້​ຝັງ​ສົບ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຄົນ​ຈາກ​ຫລາຍ​ຊົນຊາດ, ຫລາຍ​ເຜົ່າ, ຫລາຍ​ພາສາ ແລະ ຫລາຍ​ປະເທດ​ຈະ​ມາ​ເບິ່ງ​ຊາກສົບ​ຂອງ​ພວກເພິ່ນ ຢູ່​ຕະຫລອດ​ສາມ​ວັນ​ເຄິ່ງ ແລະ​ພວກເຂົາ​ຈະ​ບໍ່​ຍອມ​ໃຫ້​ນຳ​ຊາກສົບ​ເຫຼົ່ານັ້ນ ໄປ​ບັນຈຸ​ໄວ້​ໃນ​ອຸບມຸງ.

Uka jalj uñjjattʼäta Copia luraña




ພຣະນິມິດ 11:9
14 Jak'a apnaqawi uñst'ayäwi  

ດ້ວຍວ່າ ພວກເຈົ້າ​ຕັດສິນ​ຄົນ​ອື່ນ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຖືກ​ຕັດສິນ​ຢ່າງນັ້ນ ແລະ ພວກເຈົ້າ​ຈະ​ຕວງ​ໃຫ້​ເຂົາ​ດ້ວຍ​ເຄື່ອງຜອງ​ອັນ​ໃດ ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ດ້ວຍ​ເຄື່ອງຜອງ​ອັນ​ນັ້ນ.


ແລ້ວ​ມີ​ຜູ້​ບອກ​ຂ້າພະເຈົ້າ​ວ່າ, “ເຈົ້າ​ຕ້ອງ​ທຳນວາຍ​ອີກ​ກ່ຽວກັບ​ຄົນ​ທັງຫລາຍ, ປະຊາຊາດ​ທັງຫລາຍ, ພາສາ​ທັງຫລາຍ ແລະ ບັນດາ​ກະສັດ​ທັງຫລາຍ”.


ແຕ່​ຫລັງ​ຈາກ​ສາມ​ວັນ​ເຄິ່ງ​ແລ້ວ​ລົມຫາຍໃຈ​ແຫ່ງ​ຊີວິດ​ຈາກ​ພຣະເຈົ້າ​ກໍ​ໄດ້​ເຂົ້າ​ໃນ​ສົບ​ນັ້ນ, ພວກເພິ່ນ​ທັງ​ສອງ​ຈຶ່ງ​ລຸກ​ຢືນ​ຂຶ້ນ, ຄົນ​ທີ່​ພົບ​ເຫັນ​ກໍ​ຢ້ານກົວ​ຫລາຍ.


ມັນ​ໄດ້​ຮັບ​ອຳນາດ​ທີ່​ຈະ​ສູ້ຮົບ​ກັບ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຊະນະ​ພວກເຂົາ. ມັນ​ໄດ້​ຮັບ​ສິດອຳນາດ​ເໜືອ​ທຸກ​ຊົນເຜົ່າ, ທຸກຄົນ, ທຸກ​ພາສາ ແລະ ທຸກ​ຊົນຊາດ.


ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ນ້ຳ​ທັງຫລາຍ​ທີ່​ທ່ານ​ໄດ້​ເຫັນ ບ່ອນ​ທີ່​ຍິງໂສເພນີ​ນັ່ງ​ຢູ່​ນັ້ນ ຄື​ບັນດາ​ປະຊາຊົນ, ມວນຊົນ, ປະຊາຊາດ ແລະ ພາສາ​ຕ່າງໆ.


ແລະ ເມື່ອ​ພຣະອົງ​ຮັບ​ໜັງສືມ້ວນ​ນັ້ນ​ແລ້ວ, ສິ່ງທີ່ມີຊີວິດ​ທັງ​ສີ່ ແລະ ບັນດາ​ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ກົ້ມ​ຂາບ​ລົງ​ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ. ແຕ່​ລະ​ຕົນ​ມີ​ພິນ ແລະ ພວກເພິ່ນ​ໄດ້​ຖື​ຂັນ​ຄຳ​ທີ່​ເຕັມ​ດ້ວຍ​ເຄື່ອງຫອມ, ເຊິ່ງ​ເປັນ​ຄຳອະທິຖານ​ຂອງ​ບັນດາ​ຄົນ​ຂອງ​ພຣະເຈົ້າ.


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka