Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ຊາກສົບ​ຂອງ​ພະຍານ​ທັງ​ສອງ​ຈະ​ຖືກ​ຖິ້ມ​ຢູ່​ເທິງ​ຖະໜົນ​ແຫ່ງ​ນະຄອນ​ໃຫຍ່ ເຊິ່ງ​ຖືກ​ປຽບທຽບ​ວ່າ​ເປັນ​ໂຊໂດມ ແລະ ເອຢິບ. ບ່ອນ​ທີ່​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເພິ່ນ​ໄດ້​ຖືກ​ຄຶງ​ເທິງ​ໄມ້ກາງແຂນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ຊາກສົບ​ຂອງ​ທ່ານ​ທັງສອງ​ຈະ​ຢູ່​ເທິງ​ຖະໜົນ​ຂອງ​ມະຫາ​ນະຄອນ ບ່ອນ​ທີ່​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເພິ່ນ ໄດ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ. ຊື່​ອັນ​ເປັນ​ສັນຍາລັກ​ຂອງ​ນະຄອນ​ນີ້ ແມ່ນ​ເມືອງ​ໂຊໂດມ ແລະ ເມືອງ​ເອຢິບ.

Uka jalj uñjjattʼäta Copia luraña




ພຣະນິມິດ 11:8
40 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ໃນ​ວັນ​ພິພາກສາ​ໂທດ​ຂອງ​ເມືອງ​ໂຊໂດມ ແລະ ໂກໂມຣາ​ກໍ​ຈະ​ເບົາ​ກວ່າ​ໂທດ​ຂອງ​ເມືອງ​ນີ້.


ລາວ​ລົ້ມລົງ​ພື້ນດິນ ແລະ ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ລາວ​ວ່າ, “ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”


ແລະ ພຣະເຢຊູຄຣິດເຈົ້າ​ກໍ​ເໝືອນ​ກັນ ພຣະອົງ​ທົນທຸກ​ຢູ່​ນອກ​ປະຕູ​ເມືອງ​ເພື່ອ​ຊຳລະ​ຄົນ​ຂອງ​ພຣະເຈົ້າ​ໃຫ້​ບໍລິສຸດ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ແລະ ຜູ້​ທີ່​ຫລົງທາງ​ໄປ​ແລ້ວ​ກໍ​ເຫລືອ​ວິໄສ​ທີ່​ຈະ​ນຳ​ພວກເຂົາ​ມາ​ສູ່​ການ​ກັບໃຈ​ໄດ້​ອີກ. ເພາະ​ການຫລົງໄປ​ຂອງ​ພວກເຂົາ​ໄດ້​ຄຶງ​ພຣະບຸດ​ຂອງ​ພຣະເຈົ້າ​ເທິງ​ໄມ້ກາງແຂນ​ອີກ ແລະ ເຮັດ​ໃຫ້​ພຣະອົງ​ໄດ້​ຮັບ​ຄວາມອັບອາຍ​ຕໍ່ໜ້າ​ຄົນ​ຈຳນວນ​ຫລາຍ.


ຖ້າ​ພຣະເຈົ້າ​ໄດ້​ລົງໂທດ​ເມືອງ​ໂຊໂດມ ແລະ ເມືອງ​ໂກໂມຣາ​ໂດຍ​ເຜົາ​ໃຫ້​ເປັນ​ຂີ້ເຖົ່າ ເພື່ອ​ເປັນ​ຕົວຢ່າງ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ແກ່​ຄົນອະທຳ.


ໃນ​ທຳນອງ​ດຽວ​ກັນ, ເມືອງ​ໂຊໂດມ, ເມືອງ​ໂກໂມຣາ ແລະ ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມ​ທີ່​ນັ້ນ​ໄດ້​ປ່ອຍ​ຕົນເອງ​ໃຫ້​ເຮັດ​ຜິດສິນທຳທາງເພດ ແລະ ລາຄະຕັນຫາ. ພວກເຂົາ​ເປັນ​ຕົວຢ່າງ​ຂອງ​ບັນດາ​ຜູ້​ທີ່​ຈະ​ຮັບໂທດ​ໃນ​ໄຟ​ນິລັນດອນ.


ໃນ​ຊົ່ວໂມງ​ນັ້ນ​ເອງ​ກໍ​ເກີດ​ແຜ່ນດິນໄຫວ​ຢ່າງ​ຮ້າຍແຮງ ແລະ ໜຶ່ງສ່ວນສິບ​ຂອງ​ເມືອງ​ນັ້ນ​ໄດ້​ຖະຫລົ່ມ​ລົງ. ມີ​ຄົນ​ຕາຍ​ເຈັດ​ພັນ​ຄົນ​ໃນ​ແຜ່ນດິນ​ໄຫວ​ຄັ້ງ​ນີ້, ສ່ວນ​ຜູ້​ທີ່​ລອດຊີວິດ​ກໍ​ຕົກໃຈຢ້ານ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ.


ຕະຫລອດ​ສາມ​ວັນ​ເຄິ່ງ​ນັ້ນ​ຄົນ​ຈຳນວນໜຶ່ງ​ຈາກ​ທຸກ​ກຸ່ມຄົນ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ທຸກ​ປະເທດ​ຈະ​ມາ​ຈ້ອງເບິ່ງ​ສົບ​ຂອງ​ພວກເພິ່ນ ແລະ ບໍ່​ຍອມ​ໃຫ້​ຝັງ​ສົບ.


ພວກເຂົາ​ຖືກ​ຢຽບ​ໃນ​ອ່າງຢຽບໝາກອະງຸ່ນ​ຢູ່​ນອກ​ເມືອງ ເລືອດ​ໄຫລລົ້ນ​ອອກຈາກ​ອ່າງຢຽບໝາກອະງຸ່ນ​ນັ້ນ​ສູງ​ເຖິງ​ລະດັບ​ບັງຫງຽນ​ຂອງ​ມ້າ ແລະ ໄຫລ​ໄປ​ປະມານ 3,000 ກິໂລແມັດ.


ເທວະດາ​ຕົນ​ທີສອງ​ໄດ້​ຕິດຕາມ​ມາ ແລະ ປະກາດ​ວ່າ, “ຫລົ້ມຈົມ​ແລ້ວ! ບາບີໂລນ​ເມືອງ​ຍິ່ງໃຫຍ່, ເຊິ່ງ​ເຮັດ​ໃຫ້​ປະຊາຊາດ​ທັງໝົດ​ດື່ມ​ເຫລົ້າອະງຸ່ນ​ແຫ່ງ​ການຫລິ້ນຊູ້​ຂອງ​ນາງ”.


ນະຄອນ​ຍິ່ງໃຫຍ່​ນັ້ນ​ໄດ້​ແຍກ​ອອກ​ເປັນ​ສາມ​ສ່ວນ ແລະ ບັນດາ​ເມືອງ​ໃຫຍ່​ຂອງ​ປະເທດ​ຕ່າງໆ​ໄດ້​ພັງທະລາຍ​ລົງ. ພຣະເຈົ້າ​ລະນຶກເຖິງ​ບາບີໂລນ​ນະຄອນ​ຍິ່ງໃຫຍ່ ແລະ ໄດ້​ໃຫ້​ນະຄອນ​ນີ້​ດື່ມ​ຈາກ​ຈອກ​ທີ່​ເຕັມ​ດ້ວຍ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ.


ໜຶ່ງ​ໃນ​ເທວະດາ​ເຈັດ​ຕົນ​ທີ່​ຖື​ຂັນ​ເຈັດ​ໜ່ວຍ​ນັ້ນ​ມາ​ຫາ​ຂ້າພະເຈົ້າ ແລະ ກ່າວ​ວ່າ, “ມາ, ເຮົາ​ຈະ​ສະແດງ​ໃຫ້​ທ່ານ​ເຫັນ​ການ​ລົງໂທດ​ຍິງໂສເພນີ​ທີ່​ໂຫດຮ້າຍ​ຜູ້​ນັ່ງ​ຢູ່​ເທິງ​ແມ່ນ້ຳ​ທັງຫລາຍ​ນັ້ນ.


ແມ່ຍິງ​ທີ່​ທ່ານ​ໄດ້​ເຫັນ​ນັ້ນ​ຄື​ນະຄອນ​ຍິ່ງໃຫຍ່ ເຊິ່ງ​ປົກຄອງ​ບັນດາ​ກະສັດ​ຂອງ​ໂລກ”.


ຊື່​ທີ່​ຂຽນ​ໄວ້​ເທິງ​ໜ້າຜາກ​ຂອງ​ນາງ​ເປັນ​ຄວາມເລິກລັບ​ວ່າ: ບາບີໂລນ​ນະຄອນ​ຍິ່ງໃຫຍ່ ແມ່​ຂອງ​ຍິງໂສເພນີ ແລະ ສິ່ງທີ່ໜ້າກຽດຊັງ​ທັງຫລາຍ​ຂອງ​ແຜ່ນດິນໂລກ.


ພວກເຂົາ​ຢ້ານກົວ​ຕໍ່​ຄວາມທໍລະມານ​ຂອງ​ນາງ ພວກເຂົາ​ຈະ​ຢືນ​ຢູ່​ຫ່າງໆ ແລະ ຮ້ອງ​ວ່າ: “‘ວິບັດ! ວິບັດ​ແກ່​ເຈົ້າ, ນະຄອນ​ຍິ່ງໃຫຍ່​ເອີຍ! ບາບີໂລນ ນະຄອນ​ທີ່​ເຕັມ​ໄປ​ດ້ວຍ​ອຳນາດ​ເອີຍ! ພຽງ​ຊົ່ວໂມງ​ດຽວ​ການພິພາກສາ​ກໍ​ມາ​ເຖິງ​ເຈົ້າ!’


ເມື່ອ​ພວກເຂົາ​ເຫັນ​ຄວັນ​ທີ່​ກຳລັງ​ເຜົາ​ນະຄອນ​ນັ້ນ ພວກເຂົາ​ຈະ​ຮ້ອງ​ວ່າ, ‘ເຄີຍ​ມີ​ນະຄອນ​ໃດ​ທີ່​ເໝືອນ​ນະຄອນ​ຍິ່ງໃຫຍ່​ນີ້?’


ເທວະດາ​ຕົນ​ນັ້ນ​ໄດ້​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ມີ​ພະລັງ​ວ່າ: “ຫລົ້ມຈົມ​ແລ້ວ! ບາບີໂລນ​ນະຄອນ​ຍິ່ງໃຫຍ່​ໄດ້​ຫລົ້ມຈົມ​ແລ້ວ! ນາງ​ນີ້​ໄດ້​ກາຍເປັນ​ບ່ອນອາໄສ​ຂອງ​ພວກ​ຜີມານຮ້າຍ ແລະ ເປັນ​ບ່ອນ​ສິງ​ຢູ່​ຂອງ​ວິນຍານສົກກະປົກ​ທຸກ​ຢ່າງ, ເປັນ​ບ່ອນ​ສິງ​ຢູ່​ຂອງ​ນົກ​ທຸກ​ຊະນິດ​ທີ່​ເປັນມົນທິນ, ເປັນ​ບ່ອນ​ສິງ​ຢູ່​ຂອງ​ສັດ​ທຸກ​ຊະນິດ​ທີ່​ເປັນມົນທິນ ແລະ ໜ້າ​ກຽດຊັງ


ຫລັງຈາກ​ນັ້ນ ເທວະດາ​ຜູ້​ມີ​ລິດ​ຕົນ​ໜຶ່ງ​ໄດ້​ຍົກ​ກ້ອນຫີນ​ຂະໜາດ​ເທົ່າ​ຫີນໂມ້​ໃຫຍ່​ຖິ້ມ​ລົງ​ໃນ​ທະເລ ແລະ ກ່າວ​ວ່າ: “ບາບີໂລນ​ນະຄອນ​ຍິ່ງໃຫຍ່​ຈະ​ຖືກ​ຖິ້ມ​ລົງ ດ້ວຍ​ຄວາມຮຸນແຮງ​ຢ່າງ​ນີ້​ແຫລະ, ຈະ​ບໍ່​ມີ​ຜູ້ໃດ​ເຫັນ​ມັນ​ອີກ​ຈັກເທື່ອ.


ໃນ​ເມືອງ​ນີ້​ພົບ​ໄດ້​ແຕ່​ເລືອດ​ຂອງ​ບັນດາ​ຜູ້ທຳນວາຍ ແລະ ເລືອດ​ຂອງ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ເລືອດ​ຂອງ​ທຸກຄົນ​ທີ່​ຖືກ​ຂ້າ​ເທິງ​ແຜ່ນດິນໂລກ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka