Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແລະ ເມື່ອ​ທັງ​ສອງ​ໄດ້​ເປັນ​ພະຍານ​ສຳເລັດ​ແລ້ວ, ສັດຮ້າຍ​ຈາກ​ເຫວເລິກ​ຈະ​ຂຶ້ນ​ມາ​ທຳຮ້າຍ​ພວກເພິ່ນ, ຈະ​ເອົາ​ຊະນະ​ພວກເພິ່ນ ແລະ ຂ້າ​ພວກເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເມື່ອ​ພະຍານ​ທັງສອງ ສິ້ນສຸດ​ການ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ແລ້ວ ຈະ​ມີ​ສັດຮ້າຍ​ອອກ​ມາ​ຈາກ​ເຫວເລິກ ແລະ​ຈະ​ຕໍ່ສູ້​ພວກເພິ່ນ. ສັດຮ້າຍ​ນັ້ນ​ຈະ​ຊະນະ​ພວກເພິ່ນ ແລະ​ຂ້າ​ພວກເພິ່ນ​ເສຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 11:7
20 Jak'a apnaqawi uñst'ayäwi  

ພຣະອົງ​ຕອບ​ວ່າ, “ໄປ​ບອກ​ໝາຈິ້ງຈອກ​ໂຕ​ນັ້ນ​ວ່າ, ‘ເຮົາ​ຈະ​ຂັບໄລ່​ພວກ​ຜີມານຮ້າຍ ແລະ ຮັກສາ​ຄົນ​ໃຫ້​ດີ​ພະຍາດ​ໃນ​ມື້ນີ້ ແລະ ມື້ອື່ນ ແລະ ໃນ​ວັນ​ທີ​ສາມ​ເຮົາ​ຈະ​ບັນລຸ​ເປົ້າໝາຍ​ຂອງ​ເຮົາ’.


ແລະ ພວກມັນ​ຈຶ່ງ​ອ້ອນວອນຂໍ​ພຣະອົງ​ບໍ່​ໃຫ້​ສັ່ງ​ພວກມັນ​ກັບ​ໄປ​ໃນ​ເຫວເລິກ.


ຂ້ານ້ອຍ​ໄດ້​ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ​ໃນ​ໂລກ ໂດຍ​ເຮັດ​ພາລະກິດ​ທີ່​ພຣະອົງ​ມອບໝາຍ​ໃຫ້​ແກ່​ຂ້ານ້ອຍ​ເຮັດ​ນັ້ນ​ສຳເລັດ​ແລ້ວ.


ເມື່ອ​ພຣະອົງ​ຮັບ​ເຫລົ້າອະງຸ່ນສົ້ມ​ນັ້ນ​ແລ້ວ ກໍກ່າວ​ວ່າ, “ສຳເລັດ​ແລ້ວ”. ຈາກ​ນັ້ນ ພຣະອົງ​ກໍ​ກົ້ມຫົວ​ລົງ ແລະ ມອບ​ຈິດວິນຍານ​ໄວ້.


ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.


ເຮົາ​ໄດ້​ຕໍ່ສູ້​ຢ່າງ​ເຂັ້ມແຂງ, ເຮົາ​ໄດ້​ແລ່ນແຂ່ງຂັນ​ຈົນ​ເຖິງ​ເສັ້ນໄຊ, ເຮົາ​ໄດ້​ຮັກສາ​ຄວາມເຊື່ອ​ໄວ້​ແລ້ວ.


ເຮົາ​ຈະ​ມອບ​ລິດອຳນາດ​ໃຫ້​ແກ່​ພະຍານ​ທັງ​ສອງ​ຂອງ​ເຮົາ ແລະ ພວກເຂົາ​ຈະ​ນຸ່ງຫົ່ມ​ຜ້າກະສອບເຂົ້າ ແລະ ຈະ​ທຳນວາຍ​ເປັນ​ເວລາ​ໜຶ່ງພັນສອງຮ້ອຍຫົກສິບ​ວັນ”


ແລ້ວ​ພະຍານາກ​ກໍ​ຄຽດແຄ້ນ​ຍິງ​ນັ້ນ ແລະ ໄປ​ເຮັດ​ສົງຄາມ​ກັບ​ລູກ​ຫລານ​ຂອງ​ນາງ​ທີ່​ເຫລືອ​ຄື ຄົນ​ເຫລົ່ານັ້ນ​ທີ່​ຖືຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ ຢຶດຖື​ຄຳພະຍານ​ຂອງ​ພວກເຂົາ​ກ່ຽວກັບ​ພຣະເຢຊູເຈົ້າ.


ແລ້ວ​ຂ້າພະເຈົ້າ​ໄດ້​ເຫັນ​ສັດຮ້າຍ​ໂຕ​ທີສອງ​ຂຶ້ນ​ມາ​ຈາກ​ແຜ່ນດິນໂລກ. ມັນ​ມີ​ສອງ​ເຂົາ​ເໝືອນ​ເຂົາ​ແກະ​ນ້ອຍ, ແຕ່​ມັນ​ເວົ້າ​ເໝືອນ​ກັບ​ພະຍານາກ.


ມັນ​ໄດ້​ຮັບ​ອຳນາດ​ທີ່​ຈະ​ສູ້ຮົບ​ກັບ​ບັນດາ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ ແລະ ຊະນະ​ພວກເຂົາ. ມັນ​ໄດ້​ຮັບ​ສິດອຳນາດ​ເໜືອ​ທຸກ​ຊົນເຜົ່າ, ທຸກຄົນ, ທຸກ​ພາສາ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka