Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ບັນດາ​ປະຊາຊາດ​ກໍ​ໂກດຮ້າຍ, ແຕ່​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ມາ​ເຖິງ​ແລ້ວ. ເວລາ​ນັ້ນ​ໄດ້​ມາ​ເຖິງ​ແລ້ວ​ສຳລັບ​ພິພາກສາ​ຄົນ​ທີ່​ໄດ້​ຕາຍ​ແລ້ວ, ແລະ ເພື່ອ​ມອບ​ບຳເໜັດ​ແກ່​ບັນດາ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ ແລະ ແກ່​ບັນດາ​ຄົນ​ຂອງ​ພຣະອົງ​ຜູ້​ທີ່​ຢຳເກງ​ນາມ​ຂອງ​ພຣະອົງ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ ແລະ ເປັນ​ເວລາ​ສຳລັບ​ການທຳລາຍ​ບັນດາ​ຜູ້​ທີ່​ທຳລາຍ​ໂລກ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ຝ່າຍ​ບັນດາ​ນາໆ​ຊາດ​ກໍ​ມີ​ຄວາມ​ເຄືອງແຄ້ນ ເພາະ​ເວລາ​ທີ່​ຊົງ​ໂກດຮ້າຍ​ໄດ້​ມາ​ເຖິງ ຄື​ຄົນ​ທີ່​ຕາຍ​ແລ້ວ​ຈະ​ຖືກ​ພິພາກສາ​ລົງໂທດ. ແລະ​ເຖິງ​ເວລາ​ທີ່​ຈະ​ຊົງ​ປະທານ​ລາງວັນ ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ພວກ​ຜູ້​ປະກາດ​ພຣະທຳ ແລະ​ໄພ່ພົນ​ຂອງ​ພຣະອົງ​ທຸກຄົນ ຄື​ທຸກຄົນ​ທີ່​ມີ​ຄວາມ​ຢຳເກງ​ພຣະນາມ​ຂອງ​ພຣະອົງ ທັງ​ຜູ້ນ້ອຍ​ແລະ​ຜູ້ໃຫຍ່. ແລະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຊົງ​ທຳລາຍ ພວກ​ທີ່​ໄດ້​ທຳລາຍ​ແຜ່ນດິນ​ໂລກ.”

Uka jalj uñjjattʼäta Copia luraña




ພຣະນິມິດ 11:18
48 Jak'a apnaqawi uñst'ayäwi  

ຈົ່ງ​ຊື່ນຊົມຍິນດີ ແລະ ຈົ່ງ​ຍິນດີ, ເພາະ​ບຳເໜັດ​ອັນ​ຍິ່ງໃຫຍ່​ຂອງ​ພວກເຈົ້າ​ຢູ່​ໃນ​ສະຫວັນ, ເພາະ​ບັນດາ​ຜູ້ທຳນວາຍ​ໃນ​ສະໄໝ​ກ່ອນ​ກໍ​ຖືກ​ພວກເຂົາ​ຂົ່ມເຫັງ​ຢ່າງ​ດຽວ​ກັນ​ນີ້.


ຄວາມ​ເມດຕາ​ຂອງ​ພຣະອົງ​ກໍ​ແຜ່​ມາ​ເຖິງ​ບັນດາ​ຄົນ​ທີ່​ຢຳເກງ​ພຣະອົງ, ຈາກ​ຄົນ​ຊົ່ວ​ອາຍຸ​ນີ້​ໄປ​ຫາ​ຄົນ​ຊົ່ວ​ອາຍຸ​ໜ້າ.


ເໝືອນດັ່ງ​ມະນຸດ​ຖືກ​ກຳນົດ​ໃຫ້​ຕາຍ​ຄັ້ງ​ດຽວ ແລະ ຫລັງຈາກນັ້ນ​ຈະ​ຕ້ອງ​ພົບ​ກັບ​ການພິພາກສາ,


ແຕ່​ໃນ​ວັນ​ທີ່​ເທວະດາ​ຕົນ​ທີເຈັດ​ຈະ​ເປົ່າ​ແກ​ນັ້ນ ແຜນການ​ອັນ​ເລິກລັບ​ຂອງ​ພຣະເຈົ້າ​ກໍ​ຈະ​ສຳເລັດ​ຕາມ​ທີ່​ພຣະອົງ​ໄດ້​ປະກາດ​ໄວ້​ແກ່​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ”.


ແຕ່​ຍົກເວັ້ນ​ເດີ່ນ​ຊັ້ນນອກ, ເນື່ອງ​ຈາກ​ທີ່​ນັ້ນ​ໄດ້​ຍົກ​ໃຫ້​ຄົນຕ່າງຊາດ​ແລ້ວ. ພວກເຂົາ​ຈະ​ຢຽບຢ່ຳ​ນະຄອນ​ສັກສິດ​ເປັນ​ເວລາ​ສີ່ສິບສອງ​ເດືອນ.


“ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ເປັນ​ຊະເລີຍ, ພວກເຂົາ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ຖືກ​ຂ້າ​ດ້ວຍ​ດາບ ພວກເຂົາ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ”. ໃນ​ເລື່ອງ​ນີ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ​ຄວາມອົດທົນ ແລະ ຄວາມສັດຊື່.


ມັນ​ຍັງ​ບັງຄັບ​ທຸກຄົນ​ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ, ຄົນຮັ່ງມີ ແລະ ຄົນຍາກຈົນ, ຂ້າທາດ ຫລື ອິດສະຫລະ ໃຫ້​ຮັບ​ເຄື່ອງໝາຍ​ໄວ້​ທີ່​ມື​ຂວາ ຫລື ທີ່​ໜ້າຜາກ​ຂອງ​ພວກເຂົາ,


ພວກເຂົາ​ຈະ​ຕ້ອງ​ດື່ມ​ເຫລົ້າອະງຸ່ນ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ, ເຊິ່ງ​ໄດ້​ຖອກລົງ​ໃນ​ຈອກ​ແຫ່ງ​ຄວາມໂກດຮ້າຍ​ຂອງ​ພຣະອົງ. ພວກເຂົາ​ຈະ​ຖືກ​ທໍລະມານ​ດ້ວຍ​ໄຟ​ກັບ​ມາດ​ຕໍ່ໜ້າ​ບັນດາ​ເທວະດາ​ຜູ້​ບໍລິສຸດ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ.


ຂ້າພະເຈົ້າ​ໄດ້​ເຫັນ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່ ແລະ ມະຫັດສະຈັນ​ອື່ນ​ອີກ​ໃນ​ສະຫວັນ​ຄື: ເທວະດາ​ເຈັດ​ຕົນ ແລະ ໄພພິບັດ​ສຸດທ້າຍ​ທັງ​ເຈັດ ເຊິ່ງ​ເປັນ​ໄພພິບັດ​ຄັ້ງ​ສຸດທ້າຍ, ເພາະວ່າ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ສຳເລັດ​ລົງ​ດ້ວຍ​ໄພພິບັດ​ເຫລົ່ານີ້.


ແລ້ວ​ໜຶ່ງ​ໃນ​ສິ່ງທີ່ມີຊີວິດ​ທັງ​ສີ່​ກໍ​ເອົາ​ຂັນ​ຄຳ​ທັງ​ເຈັດ ເຊິ່ງ​ເຕັມ​ໄປ​ດ້ວຍ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ​ນັ້ນ​ມອບ​ໃຫ້​ແກ່​ເທວະດາ​ເຈັດ​ຕົນ.


ຈົ່ງ​ຕອບແທນ​ນາງ​ເໝືອນດັ່ງ​ທີ່​ມັນ​ໄດ້​ໃຫ້​ແກ່​ຜູ້​ອື່ນ. ຈົ່ງ​ຕອບແທນ​ນາງ​ສອງ​ເທົ່າ​ຂອງ​ສິ່ງ​ທີ່​ນາງ​ໄດ້​ເຮັດ. ຈົ່ງ​ຖອກ​ຄືນ​ເປັນ​ສອງ​ເທົ່າ​ຂອງ​ຈອກ​ທີ່​ນາງ​ປະສົມ​ໄວ້.


ມີ​ດາບ​ຄົມ​ອອກມາ​ຈາກ​ປາກ​ຂອງ​ພຣະອົງ ໃຊ້​ດາບ​ນີ້​ຟາດ​ລົງ​ທີ່​ຊົນຊາດ​ທັງຫລາຍ. “ພຣະອົງ​ຈະ​ປົກຄອງ​ພວກເຂົາ​ດ້ວຍ​ຄ້ອນ​ເຫລັກ”. ພຣະອົງ​ຢຽບ​ໃນ​ອ່າງ​ຢຽບ​ອະງຸ່ນ​ແຫ່ງ​ຄວາມໃຈຮ້າຍ​ຂອງ​ຄວາມໂກດຮ້າຍ​ຂອງ​ພຣະເຈົ້າ​ຜູ້​ລິດອຳນາດຍິ່ງໃຫຍ່.


ເພື່ອ​ພວກເຈົ້າ​ຈະ​ໄດ້​ກິນ​ຊີ້ນ​ຂອງ​ບັນດາ​ກະສັດ, ຊີ້ນ​ຂອງ​ບັນດາ​ນາຍພົນ ແລະ ຜູ້ມີອຳນາດ, ຊີ້ນ​ມ້າ ແລະ ຊີ້ນ​ຂອງ​ຄົນຂີ່ມ້າ ແລະ ຊີ້ນ​ຂອງ​ປະຊາຊົນ​ທັງໝົດ, ຊີ້ນ​ຂອງ​ອິດສະຫລະ ແລະ ຂ້າທາດ, ຊີ້ນ​ຂອງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ”.


ແລ້ວ​ມີ​ສຽງ​ໜຶ່ງ​ອອກ​ມາ​ຈາກ​ບັນລັງ​ວ່າ: “ຈົ່ງ​ສັນລະເສີນ​ພຣະເຈົ້າ​ຂອງ​ພວກເຮົາ, ພວກເຈົ້າ​ທັງຫລາຍ​ທີ່​ເປັນ​ຜູ້ຮັບໃຊ້​ຂອງ​ພຣະອົງ, ຜູ້​ທີ່​ຢຳເກງ​ພຣະອົງ, ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ!”


ແລະ ຂ້າພະເຈົ້າ​ໄດ້​ເຫັນ​ບັນດາ​ທີ່​ຄົນຕາຍ​ແລ້ວ ທັງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ໜັງສື​ຕ່າງໆ​ກໍ​ໄດ້​ເປີດອອກ. ມີ​ໜັງສື​ອີກ​ເຫລັ້ມ​ໜຶ່ງ​ກໍ​ໄດ້​ເປີດອອກ​ເໝືອນກັນ ເຊິ່ງ​ເປັນ​ໜັງສື​ແຫ່ງ​ຊີວິດ. ຜູ້​ທີ່​ຕາຍ​ແລ້ວ​ກໍ​ຖືກ​ພິພາກສາ​ຕາມ​ການກະທຳ​ທີ່​ພວກເຂົາ​ໄດ້​ເຮັດ​ຕາມ​ທີ່​ໄດ້​ບັນທຶກ​ໄວ້​ໃນ​ໜັງສື​ເຫລົ່ານັ້ນ.


ຜູ້ໃດ​ທີ່​ບໍ່​ໄດ້​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ ຜູ້​ນັ້ນ​ຕ້ອງ​ຖືກ​ຖິ້ມລົງ​ໃນ​ບຶງໄຟ.


“ເບິ່ງ​ແມ, ເຮົາ​ຈະ​ມາ​ໃນ​ໄວໆ​ນີ້! ບຳເໜັດ​ກໍ​ຢູ່​ທີ່​ເຮົາ ແລະ ເຮົາ​ຈະ​ໃຫ້​ແກ່​ແຕ່ລະຄົນ​ຕາມ​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka