ພຣະນິມິດ 11:17 - ພຣະຄຳພີລາວສະບັບສະໄໝໃໝ່17 ໂດຍກ່າວວ່າ: “ພວກຂ້ານ້ອຍທັງຫລາຍຂອບພຣະຄຸນພຣະອົງ, ອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່, ຜູ້ດຳລົງຢູ່ໃນປັດຈຸບັນ ແລະ ຜູ້ດຳລົງຢູ່ໃນອະດີດ, ເພາະພຣະອົງໄດ້ສະແດງລິດອຳນາດອັນຍິ່ງໃຫຍ່ຂອງພຣະອົງ ແລະ ໄດ້ເລີ່ມປົກຄອງແລ້ວ. Uka jalj uñjjattʼätaພຣະຄຳພີສັກສິ17 ກາບທູນວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ ອົງຊົງຣິດທານຸພາບສູງສຸດ ອົງຊົງດຳລົງຢູ່ໃນປະຈຸບັນ ແລະອົງຊົງດຳລົງຢູ່ໃນຄາວກ່ອນ ພວກຂ້ານ້ອຍໂມທະນາຂອບພຣະຄຸນ ພຣະອົງ ຈຶ່ງໄດ້ຊົງຕັ້ງຕົ້ນສະເຫວີຍຣາດ ທີ່ແຜ່ນດິນໂລກ. Uka jalj uñjjattʼäta |
ໃນເວລານັ້ນ ພຣະເຢຊູເຈົ້າເຕັມລົ້ນດ້ວຍຄວາມຊື່ນຊົມຍິນດີໂດຍທາງພຣະວິນຍານບໍລິສຸດເຈົ້າ ແລະ ຈຶ່ງກ່າວວ່າ, “ຂ້າແດ່ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າແຫ່ງສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍຂໍສັນລະເສີນພຣະອົງ ເພາະພຣະອົງໄດ້ປິດບັງສິ່ງເຫລົ່ານີ້ໄວ້ຈາກຄົນສະຫລາດ ແລະ ນັກຮຽນຮູ້, ແຕ່ໄດ້ເປີດເຜີຍໃຫ້ແກ່ບັນດາເດັກນ້ອຍ. ພຣະບິດາເຈົ້າເອີຍ, ແມ່ນແລ້ວ ເພາະນີ້ຄືສິ່ງທີ່ພຣະອົງຍິນດີຈະເຮັດ.