Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ແລ້ວ​ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ທີ່​ນັ່ງ​ເທິງ​ບັນດາ​ບັນລັງ​ຂອງ​ຕົນ​ຕໍ່ໜ້າ​ພຣະເຈົ້າ ກໍ​ໝອບ​ໜ້າ​ລົງ​ນະມັດສະການ​ພຣະເຈົ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ແລ້ວ​ພວກ​ຜູ້​ອາວຸໂສ​ຊາວສີ່​ທ່ານ ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພວກ​ຕົນ​ຊ້ອງໜ້າ​ພຣະເຈົ້າ ກໍ​ພາກັນ​ກົ້ມ​ຂາບລົງ​ນະມັດສະການ​ພຣະເຈົ້າ

Uka jalj uñjjattʼäta Copia luraña




ພຣະນິມິດ 11:16
7 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຂະນະ​ທີ່​ທຸກສິ່ງ​ຖືກ​ສ້າງ​ຂຶ້ນ​ໃໝ່ ເມື່ອ​ບຸດມະນຸດ​ນັ່ງ​ເທິງ​ບັນລັງ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ, ພວກເຈົ້າ​ຜູ້​ໄດ້​ຕິດຕາມ​ເຮົາ​ມາ​ກໍ​ຈະ​ໄດ້​ນັ່ງ​ເທິງ​ບັນລັງ​ສິບສອງ​ບ່ອນ ເພື່ອ​ພິພາກສາ​ຄົນ​ອິດສະຣາເອນ​ສິບສອງ​ເຜົ່າ​ເໝືອນກັນ.


ຜູ້ອາວຸໂສ​ຊາວສີ່​ທ່ານ ແລະ ສິ່ງທີ່ມີຊີວິດ​ທັງ​ສີ່​ກໍ​ກົ້ມລົງ ແລະ ນະມັດສະການ​ພຣະເຈົ້າ ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ. ແລະ ພວກເພິ່ນ​ກ່າວ​ວ່າ: “ອາແມນ, ຮາເລລູຢາ!”


ຜູ້ອາວຸໂສ​ທັງ​ຊາວສີ່​ທ່ານ​ກໍ​ໝອບ​ລົງ​ຕໍ່ໜ້າ​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ ແລະ ນະມັດສະການ​ພຣະອົງ​ຜູ້​ດຳລົງ​ຢູ່​ຕະຫລອດໄປ​ເປັນນິດ. ພວກເພິ່ນ​ວາງ​ມົງກຸດ​ຂອງ​ຕົນ​ລົງ​ຕໍ່ໜ້າ​ບັນລັງ ແລະ ຮ້ອງ​ວ່າ:


ອ້ອມຮອບ​ບັນລັງ​ນັ້ນ​ມີ​ອີກ​ຊາວສີ່​ບັນລັງ ແລະ ມີ​ຜູ້ອາວຸໂສ​ຊາວສີ່​ທ່ານ​ນັ່ງ​ຢູ່​ເທິງ​ບັນລັງ​ເຫລົ່ານັ້ນ. ພວກເພິ່ນ​ນຸ່ງເຄື່ອງ​ຂາວ ແລະ ມີ​ມົງກຸດ​ຄຳ​ຢູ່​ເທິງ​ຫົວ​ຂອງ​ພວກເພິ່ນ.


ສິ່ງທີ່ມີຊີວິດ​ທັງ​ສີ່​ໄດ້​ຮ້ອງ​ວ່າ, “ອາແມນ” ແລະ ບັນດາ​ຜູ້ອາວຸໂສ​ກໍ​ກົ້ມ​ຂາບ​ລົງ ແລະ ນະມັດສະການ.


ເທວະດາ​ທຸກ​ຕົນ​ຢືນ​ຢູ່​ອ້ອມ​ບັນລັງ ແລະ ອ້ອມ​ພວກ​ຜູ້ອາວຸໂສ ແລະ ສິ່ງທີ່ມີຊີວິດ​ທັງ​ສີ່. ພວກເຂົາ​ກົ້ມໜ້າ​ລົງ​ຕໍ່ໜ້າ​ບັນລັງ ແລະ ນະມັດສະການ​ພຣະເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka