ພຣະນິມິດ 11:15 - ພຣະຄຳພີລາວສະບັບສະໄໝໃໝ່15 ເທວະດາຕົນທີເຈັດເປົ່າແກຂອງຕົນ ແລະ ມີສຽງດັງຫລາຍສຽງໃນສະຫວັນ ເຊິ່ງກ່າວວ່າ: “ອານາຈັກຂອງໂລກນີ້ໄດ້ກາຍເປັນ ອານາຈັກຂອງອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະ ເປັນຂອງພຣະຄຣິດເຈົ້າຂອງພຣະອົງແລ້ວ ແລະ ພຣະອົງຈະປົກຄອງຕະຫລອດໄປເປັນນິດ”. Uka jalj uñjjattʼätaພຣະຄຳພີສັກສິ15 ເມື່ອເທວະດາຕົນທີເຈັດໄດ້ເປົ່າແກຂອງຕົນແລ້ວ ກໍມີຫຼາຍສຽງດັງຈາກສະຫວັນ ກ່າວວ່າ, “ຣາຊອານາຈັກໂລກນີ້ ເປັນກຳມະສິດຂອງອົງພຣະຜູ້ເປັນເຈົ້າຂອງພວກເຮົາ ແລະຂອງພຣະຄຣິດຂອງພຣະອົງ ແລະພຣະອົງຈະປົກຄອງຕະຫລອດຊົ່ວນິຣັນດອນ.” Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ຍິນສຽງດັງໃນສະຫວັນກ່າວວ່າ: “ບັດນີ້ ຄວາມພົ້ນ ແລະ ລິດອຳນາດ ແລະ ອານາຈັກຂອງພຣະເຈົ້າຂອງພວກເຮົາ, ແລະ ສິດອຳນາດແຫ່ງພຣະຄຣິດເຈົ້າຂອງພຣະອົງມາເຖິງແລ້ວ. ເພາະຜູ້ທີ່ກ່າວໂທດບັນດາພີ່ນ້ອງຂອງພວກເຮົາ, ຜູ້ທີ່ກ່າວໂທດພວກເຂົາຕໍ່ໜ້າພຣະເຈົ້າຂອງພວກເຮົາທັງກາງເວັນ ແລະ ກາງຄືນ. ໄດ້ຖືກໂຍນລົງໄປແລ້ວ.
ຂ້າພະເຈົ້າໄດ້ເຫັນບັນລັງຕ່າງໆ ຜູ້ທີ່ນັ່ງຢູ່ເທິງບັນລັງນັ້ນຄືບັນດາຜູ້ໄດ້ຮັບສິດອຳນາດໃຫ້ພິພາກສາ. ແລະ ຂ້າພະເຈົ້າໄດ້ເຫັນຈິດວິນຍານຂອງບັນດາຄົນທັງຫລາຍທີ່ຖືກຕັດຫົວເພາະເປັນພະຍານເລື່ອງພຣະເຢຊູເຈົ້າ ແລະ ເພາະພຣະທຳຂອງພຣະເຈົ້າ. ພວກເຂົາບໍ່ໄດ້ຂາບໄຫວ້ສັດຮ້າຍ ຫລື ຮູບຈຳລອງຂອງມັນ ແລະ ບໍ່ໄດ້ຮັບເຄື່ອງໝາຍຂອງມັນໄວ້ທີ່ໜ້າຜາກ ຫລື ທີ່ມື. ພວກເຂົາໄດ້ກັບຄືນມາມີຊີວິດ ແລະ ຄອບຄອງຮ່ວມກັບພຣະຄຣິດເຈົ້າໜຶ່ງພັນປີ.