Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ໃນ​ຊົ່ວໂມງ​ນັ້ນ​ເອງ​ກໍ​ເກີດ​ແຜ່ນດິນໄຫວ​ຢ່າງ​ຮ້າຍແຮງ ແລະ ໜຶ່ງສ່ວນສິບ​ຂອງ​ເມືອງ​ນັ້ນ​ໄດ້​ຖະຫລົ່ມ​ລົງ. ມີ​ຄົນ​ຕາຍ​ເຈັດ​ພັນ​ຄົນ​ໃນ​ແຜ່ນດິນ​ໄຫວ​ຄັ້ງ​ນີ້, ສ່ວນ​ຜູ້​ທີ່​ລອດຊີວິດ​ກໍ​ຕົກໃຈຢ້ານ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະເຈົ້າ​ແຫ່ງ​ຟ້າສະຫວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ໃນ​ຂະນະ​ນັ້ນ​ເອງ ກໍ​ເກີດ​ມີ​ແຜ່ນດິນ​ໄຫວ​ຢ່າງ​ຮ້າຍແຮງ ໜຶ່ງສ່ວນສິບ​ຂອງ​ເມືອງ​ຖືກ​ທຳລາຍ ແລະ​ມີ​ເຈັດພັນ​ຄົນ​ຖືກ​ຂ້າ​ຍ້ອນ​ແຜ່ນດິນ​ໄຫວ​ນັ້ນ ສ່ວນ​ຄົນ​ທີ່​ຍັງເຫລືອ​ຢູ່ ກໍ​ເກີດ​ຢ້ານກົວ​ໃຫຍ່ ຈຶ່ງ​ພາກັນ​ຖວາຍ​ກຽດ ສັນລະເສີນ​ຄວາມ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ແຫ່ງ​ສະຫວັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 11:13
21 Jak'a apnaqawi uñst'ayäwi  

ພວກເຂົາ​ຈຶ່ງ​ເອີ້ນ​ເອົາ​ຄົນ​ທີ່​ເຄີຍ​ຕາບອດ​ມາ​ພົບ​ເປັນ​ເທື່ອ​ທີສອງ ແລະ ເວົ້າ​ວ່າ, “ຈົ່ງ​ຖວາຍ​ກຽດ​ແກ່​ພຣະເຈົ້າ​ດ້ວຍ​ການເວົ້າ​ຄວາມຈິງ. ພວກເຮົາ​ຮູ້​ວ່າ​ຄົນ​ນັ້ນ​ເປັນ​ຄົນບາບ”.


ໃນ​ວັນ​ນັ້ນ ເປໂຕ​ໄດ້​ຢືນ​ຂຶ້ນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ (ໂດຍ​ມີ​ປະມານ​ຮ້ອຍຊາວ​ຄົນ)


ແຕ່​ຫລັງ​ຈາກ​ສາມ​ວັນ​ເຄິ່ງ​ແລ້ວ​ລົມຫາຍໃຈ​ແຫ່ງ​ຊີວິດ​ຈາກ​ພຣະເຈົ້າ​ກໍ​ໄດ້​ເຂົ້າ​ໃນ​ສົບ​ນັ້ນ, ພວກເພິ່ນ​ທັງ​ສອງ​ຈຶ່ງ​ລຸກ​ຢືນ​ຂຶ້ນ, ຄົນ​ທີ່​ພົບ​ເຫັນ​ກໍ​ຢ້ານກົວ​ຫລາຍ.


ແລ້ວ​ວິຫານ​ຂອງ​ພຣະເຈົ້າ​ໃນ​ສະຫວັນ​ກໍ​ເປີດ​ອອກ ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຫີບ​ພັນທະສັນຍາ​ພາຍ​ໃນ​ວິຫານ​ຂອງ​ພຣະອົງ. ແລະ ທີ່​ນັ້ນ​ເກີດ​ຟ້າແມບເຫລື້ອມ, ສຽງດັງ, ສຽງຟ້າຮ້ອງ, ແຜ່ນດິນໄຫວ ແລະ ພາຍຸ​ໝາກເຫັບ​ຕົກ​ຢ່າງ​ຮ້າຍແຮງ.


ເທວະດາ​ນັ້ນ​ໄດ້​ປະກາດ​ດ້ວຍ​ສຽງ​ດັງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະອົງ ເພາະວ່າ​ເວລາ​ແຫ່ງ​ການພິພາກສາ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ. ຈົ່ງ​ນະມັດສະການ​ພຣະອົງ​ຜູ້​ໄດ້​ສ້າງ​ຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸ​ທັງຫລາຍ”.


ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ມີ​ຜູ້ໃດ​ແດ່​ຈະ​ບໍ່​ຢຳເກງ​ພຣະອົງ ແລະ ຈະ​ບໍ່​ຖວາຍ​ກຽດ​ແກ່​ນາມ​ຂອງ​ພຣະອົງ? ເພາະ​ພຣະອົງ​ຜູ້ດຽວ​ບໍລິສຸດ. ປະຊາຊາດ​ທັງໝົດ​ຈະ​ເຂົ້າ​ມາ ແລະ ນະມັດສະການ​ຕໍ່ໜ້າ​ພຣະອົງ, ເພາະ​ກິດຈະການ​ອັນ​ຊອບທຳ​ຂອງ​ພຣະອົງ​ກໍ​ໄດ້​ເປີດເຜີຍ​ໃຫ້​ເຫັນ​ແລ້ວ”.


ໃຫ້​ພວກເຮົາ​ທັງຫລາຍ​ຊື່ນຊົມຍິນດີ ແລະ ຍິນດີ ແລະ ຖວາຍ​ກຽດ​ແກ່​ພຣະອົງ! ເພາະ​ງານສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ໄດ້​ມາ​ເຖິງ​ແລ້ວ, ແລະ ເຈົ້າສາວ​ຂອງ​ພຣະອົງ​ໄດ້​ຕຽມໂຕ​ພ້ອມ​ແລ້ວ.


ແຕ່​ກໍ​ມີ​ພວກເຈົ້າ​ສອງສາມ​ຄົນ​ໃນ​ເມືອງ​ຊາເດ ທີ່​ບໍ່​ໄດ້​ເຮັດ​ໃຫ້​ເຄື່ອງນຸ່ງ​ຂອງ​ຕົນ​ເປື້ອນເປິ. ພວກເຂົາ​ຈະ​ຍ່າງ​ໄປ​ກັບ​ເຮົາ, ນຸ່ງ​ຊຸດ​ສີຂາວ, ເພາະ​ພວກເຂົາ​ສົມຄວນ​ແລ້ວ.


ຂ້າພະເຈົ້າ​ໄດ້​ເຝົ້າ​ເບິ່ງ​ຂະນະ​ທີ່​ພຣະອົງ​ແກະ​ຕາປະທັບ​ດວງ​ທີຫົກ​ອອກ. ແລ້ວ​ກໍ​ເກີດ​ແຜ່ນດິນ​ໄຫວ​ຄັ້ງໃຫຍ່. ດວງຕາເວັນ​ກໍ​ປ່ຽນ​ເປັນ​ສີດຳ​ເໝືອນ​ກັບ​ຜ້າກະສອບເຂົ້າ​ທີ່​ເຮັດ​ດ້ວຍ​ຂົນແບ້, ເດືອນ​ທັງ​ດວງ​ກໍ​ປ່ຽນ​ເປັນ​ສີແດງ​ເລືອດ,


ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ຖື​ໝໍ້​ທີ່​ເຕັມ​ດ້ວຍ​ໄຟ​ຈາກ​ແທ່ນບູຊາ, ແລ້ວ​ໂຍນ​ລົງ​ເທິງ​ແຜ່ນດິນໂລກ, ເຮັດໃຫ້​ເກີດ​ມີ​ສຽງ​ດັງກ້ອງ​ຂອງ​ສຽງ​ຟ້າຮ້ອງ, ສຽງດັງ, ຟ້າ​ແມບເຫລື້ອມ ແລະ ແຜ່ນດິນໄຫວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka