Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ແລ້ວ​ພວກເພິ່ນ​ກໍ​ໄດ້​ຍິນ​ສຽງ​ດັງ​ຈາກ​ສະຫວັນ​ກ່າວ​ກັບ​ພວກເພິ່ນ​ວ່າ, “ຈົ່ງ​ຂຶ້ນ​ມາ​ທີ່​ນີ້”. ແລ້ວ​ພະຍານ​ທັງ​ສອງ​ນັ້ນ​ກໍ​ຂຶ້ນ​ໄປ​ໃນ​ເມກ​ສູ່​ສະຫວັນ ຂະນະ​ທີ່​ສັດຕູ​ທັງຫລາຍ​ຂອງ​ພວກເພິ່ນ​ເບິ່ງ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ແລ້ວ​ຜູ້​ປະກາດ​ພຣະທຳ​ທັງສອງ ກໍ​ໄດ້​ຍິນ​ສຽງດັງ​ມາ​ຈາກ​ສະຫວັນ​ວ່າ, “ຈົ່ງ​ຂຶ້ນ​ມາ​ເທິງ​ພີ້.” ໃນ​ຂະນະທີ່​ພວກ​ສັດຕູ​ຂອງ​ພວກເພິ່ນ​ເຝົ້າ​ເບິ່ງ​ຢູ່​ນັ້ນ ພວກເພິ່ນ​ກໍ​ຂຶ້ນ​ເມືອ​ໃນ​ເມກ​ເຂົ້າ​ສູ່​ສະຫວັນ.

Uka jalj uñjjattʼäta Copia luraña




ພຣະນິມິດ 11:12
21 Jak'a apnaqawi uñst'ayäwi  

ເມື່ອ​ຢູ່​ໃນ​ນະລົກ​ກໍ​ທຸກທໍລະມານ​ຫລາຍ, ເສດຖີ​ນັ້ນ​ຈຶ່ງ​ເງີຍ​ໜ້າ​ຂຶ້ນ​ເຫັນ​ອັບຣາຮາມ​ຢູ່​ແຕ່​ໄກ ມີ​ລາຊາໂຣ​ຢູ່​ທາງ​ຂ້າງ​ຂອງ​ເພິ່ນ.


ຫລັງຈາກ​ພຣະອົງ​ໄດ້​ກ່າວ​ດັ່ງນີ້​ແລ້ວ, ພຣະອົງ​ກໍ​ຖືກ​ຮັບ​ຂຶ້ນ​ໄປ​ຕໍ່ໜ້າ​ຕໍ່ຕາ​ຂອງ​ພວກເພິ່ນ ແລະ ມີ​ເມກ​ມາ​ປົກຄຸມ​ພຣະອົງ​ໄວ້​ຈາກ​ສາຍຕາ​ຂອງ​ພວກເພິ່ນ.


ຫລັງຈາກນັ້ນ, ພວກເຮົາ​ຜູ້​ທີ່​ຍັງ​ມີຊີວິດ ແລະ ຜູ້​ທີ່​ຍັງ​ເຫລືອ​ຢູ່​ກໍ​ຈະ​ຖືກ​ຮັບ​ຂຶ້ນ​ໄປ​ໃນ​ເມກ​ພ້ອມ​ກັບ​ຄົນ​ເຫລົ່ານັ້ນ ເພື່ອ​ພົບ​ກັບ​ອົງພຣະຜູ້ເປັນເຈົ້າ​ໃນ​ຟ້າ​ອາກາດ ແລະ ເພື່ອ​ວ່າ​ພວກເຮົາ​ຈະ​ຢູ່​ກັບ​ອົງພຣະຜູ້ເປັນເຈົ້າ​ຕະຫລອດໄປ​ເປັນນິດ.


ນາງ​ໄດ້​ເກີດ​ລູກຊາຍ​ຜູ້​ໜຶ່ງ, ເປັນ​ເດັກນ້ອຍ​ຜູ້ຊາຍ, ຜູ້​ທີ່ “ຈະ​ປົກຄອງ​ປະຊາຊາດ​ທັງປວງ​ດ້ວຍ​ຄາທາ​ເຫລັກ”. ແລະ ລູກ​ຂອງ​ນາງ​ໄດ້​ຖືກ​ດຶງ​ຂຶ້ນ​ໄປ​ຫາ​ພຣະເຈົ້າ ແລະ ໄປ​ທີ່​ບັນລັງ​ຂອງ​ພຣະອົງ.


ຜູ້ໃດ​ທີ່​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ມີ​ສິດ​ນັ່ງ​ກັບ​ເຮົາ​ຢູ່​ເທິງ​ບັນລັງ​ຂອງ​ເຮົາ ເໝືອນ​ເຮົາ​ໄດ້​ຮັບ​ໄຊຊະນະ ແລະ ໄດ້​ນັ່ງ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ​ເທິງ​ບັນລັງ​ຂອງ​ພຣະອົງ.


ຫລັງຈາກນັ້ນ​ຂ້າພະເຈົ້າ​ໄດ້​ເບິ່ງ​ໄປ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ນັ້ນ​ມີ​ປະຕູ​ໜຶ່ງ​ເປີດ​ໄວ້​ໃນ​ສະຫວັນ. ແລ້ວ​ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ທຳອິດ​ກ່າວ​ແກ່​ຂ້າພະເຈົ້າ​ເໝືອນ​ກັບ​ສຽງແກ​ວ່າ: “ຂຶ້ນ​ມາ​ທີ່​ນີ້ ແລະ ເຮົາ​ຈະ​ສະແດງ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ຫລັງຈາກ​ນີ້​ແກ່​ເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka