Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 11:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຂ້າພະເຈົ້າ​ໄດ້​ຮັບ​ໄມ້​ອໍ້​ອັນ​ໜຶ່ງ​ເໝືອນ​ກັບ​ໄມ້ວັດແທກ ແລະ ໄດ້​ຮັບ​ຄຳສັ່ງ​ວ່າ, “ຈົ່ງ​ໄປ ແລະ ວັດແທກ​ວິຫານ​ຂອງ​ພຣະເຈົ້າ, ແທ່ນບູຊາ ແລະ ນັບ​ຈຳນວນ​ຜູ້​ທີ່​ນະມັດສະການ​ຢູ່​ທີ່​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ແລ້ວ​ຂ້າພະເຈົ້າ​ໄດ້​ຮັບ​ໄມ້ແທກ​ອັນ​ໜຶ່ງ ເໝືອນ​ດັ່ງ​ໄມ້ຄ້ອນເທົ້າ ແລະ​ມີ​ສຽງ​ໜຶ່ງ​ສັ່ງ​ຂ້າພະເຈົ້າ​ວ່າ, “ຈົ່ງ​ລຸກ​ຂຶ້ນ ໄປ​ແທກ​ວິຫານ​ຂອງ​ພຣະເຈົ້າ​ກັບ​ແທ່ນບູຊາ ແລະ​ໃຫ້​ນັບ​ຈຳນວນ​ຄົນ​ທັງຫລາຍ ທີ່​ນະມັດສະການ​ຢູ່​ໃນ​ພຣະວິຫານ​ນັ້ນ.

Uka jalj uñjjattʼäta Copia luraña




ພຣະນິມິດ 11:1
15 Jak'a apnaqawi uñst'ayäwi  

ວິຫານ​ຂອງ​ພຣະເຈົ້າ ແລະ ວິຫານ​ຂອງ​ຮູບເຄົາລົບ​ຈະ​ມີ​ຂໍ້ຕົກລົງ​ກັນ​ໄດ້​ຢ່າງໃດ? ເພາະ​ພວກເຮົາ​ເປັນ​ວິຫານ​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່. ຕາມ​ທີ່​ພຣະເຈົ້າ​ໄດ້​ກ່າວ​ວ່າ: “ເຮົາ​ຈະ​ຢູ່​ກັບ​ພວກເຂົາ ແລະ ເດີນ​ຢູ່​ທ່າມກາງ​ພວກເຂົາ ແລະ ເຮົາ​ຈະ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ ພວກເຂົາ​ຈະ​ເປັນ​ຄົນ​ຂອງ​ເຮົາ”.


ພວກເຈົ້າ​ກໍ​ເໝືອນກັນ ພວກເຈົ້າ​ເປັນ​ເໝືອນ​ສີລາ​ທີ່​ມີຊີວິດ ເຊິ່ງ​ກຳລັງ​ໄດ້​ຮັບ​ການ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍວິນຍານ ເພື່ອ​ເປັນ​ປະໂລຫິດ​ບໍລິສຸດ, ຖວາຍ​ເຄື່ອງບູຊາ​ຝ່າຍວິນຍານ​ທີ່​ພຣະເຈົ້າ​ຍອມຮັບ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ.


ແຕ່​ພວກເຈົ້າ​ເປັນ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້, ເປັນ​ປະໂລຫິດ​ຫລວງ, ເປັນ​ຊົນຊາດ​ບໍລິສຸດ, ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ, ເພື່ອ​ພວກເຈົ້າ​ຈະ​ໄດ້​ປະກາດ​ຄຳ​ສັນລະເສີນ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ອອກຈາກ​ຄວາມມືດ​ເຂົ້າ​ສູ່​ຄວາມສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


ແລ້ວ​ມີ​ຜູ້​ບອກ​ຂ້າພະເຈົ້າ​ວ່າ, “ເຈົ້າ​ຕ້ອງ​ທຳນວາຍ​ອີກ​ກ່ຽວກັບ​ຄົນ​ທັງຫລາຍ, ປະຊາຊາດ​ທັງຫລາຍ, ພາສາ​ທັງຫລາຍ ແລະ ບັນດາ​ກະສັດ​ທັງຫລາຍ”.


ເທວະດາ​ຕົນ​ທີ່​ໄດ້​ເວົ້າ​ກັບ​ຂ້າພະເຈົ້າ​ນັ້ນ ໄດ້​ຖື​ໄມ້​ວັດແທກ​ຄຳ​ເພື່ອ​ວັດແທກ​ນະຄອນ, ວັດແທກ​ປະຕູ ແລະ ວັດແທກ​ກຳແພງ​ຂອງ​ນະຄອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka