Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 10:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແຕ່​ໃນ​ວັນ​ທີ່​ເທວະດາ​ຕົນ​ທີເຈັດ​ຈະ​ເປົ່າ​ແກ​ນັ້ນ ແຜນການ​ອັນ​ເລິກລັບ​ຂອງ​ພຣະເຈົ້າ​ກໍ​ຈະ​ສຳເລັດ​ຕາມ​ທີ່​ພຣະອົງ​ໄດ້​ປະກາດ​ໄວ້​ແກ່​ພວກ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ແຕ່​ເມື່ອ​ເທວະດາ​ຕົນ​ທີ​ເຈັດ​ອອກສຽງ ຄື​ເປົ່າແກ​ຂອງ​ເພິ່ນ​ນັ້ນ, ແຜນການ​ອັນ​ເລິກລັບ​ຂອງ​ພຣະເຈົ້າ​ກໍ​ສຳເລັດຜົນ ເໝືອນດັ່ງ​ທີ່​ພຣະອົງ​ໄດ້​ປະກາດ​ເປັນ​ຂ່າວປະເສີດ​ແກ່​ພວກ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ພວກ​ຜູ້ທຳນວາຍ.

Uka jalj uñjjattʼäta Copia luraña




ພຣະນິມິດ 10:7
9 Jak'a apnaqawi uñst'ayäwi  

ສະຫວັນ​ຈະ​ຕ້ອງ​ຮັບ​ພຣະອົງ​ໄວ້​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ພຣະເຈົ້າ​ຟື້ນຟູ​ໃຫ້​ທຸກສິ່ງ​ນັ້ນ​ດີ​ເໝືອນ​ເດີມ ຕາມ​ທີ່​ໄດ້​ສັນຍາ​ໄວ້​ຜ່ານ​ທາງ​ບັນດາ​ຜູ້ທຳນວາຍ​ບໍລິສຸດ​ຂອງ​ພຣະອົງ​ຕັ້ງ​ແຕ່​ດົນນານ​ມາ​ແລ້ວ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ


ບັດນີ້ ແດ່​ພຣະອົງ​ຜູ້​ສາມາດ​ເຮັດ​ໃຫ້​ພວກເຈົ້າ​ຕັ້ງໝັ້ນຄົງ​ຢູ່​ໂດຍ​ຂ່າວປະເສີດ​ຂອງ​ເຮົາ​ຄື ຂໍ້ຄວາມ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ພຣະເຢຊູຄຣິດເຈົ້າ ເຊິ່ງ​ສອດຄ່ອງ​ກັບ​ການເປິດເຜິຍ​ຂໍ້ເລິກລັບ​ທີ່​ໄດ້​ປິດບັງ​ໄວ້​ຕັ້ງແຕ່​ເວລາ​ດົນນານ​ຜ່ານ​ມາ,


ແລ້ວ​ຂ້າພະເຈົ້າ​ກໍ​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ກຳລັງ​ບິນ​ຢູ່​ໃນ​ກາງອາກາດ ແລະ ເທວະດາ​ຕົນ​ນັ້ນ​ມີ​ຂ່າວປະເສີດ​ນິລັນດອນ​ເພື່ອ​ປະກາດ​ແກ່​ຜູ້​ທີ່​ດຳເນີນຊີວິດ​ຢູ່​ເທິງ​ແຜ່ນດິນໂລກ, ແກ່​ທຸກ​ຊົນຊາດ, ທຸກ​ຊົນເຜົ່າ, ທຸກ​ພາສາ ແລະ ແກ່​ທຸກໆ​ຄົນ.


ເພາະ​ພຣະເຈົ້າ​ໃສ່​ສິ່ງ​ນັ້ນ​ເຂົ້າ​ໄປ​ໃນ​ໃຈ​ຂອງ​ພວກເຂົາ​ເພື່ອ​ໃຫ້​ບັນລຸ​ຕາມ​ຈຸດປະສົງ​ຂອງ​ພຣະອົງ​ໂດຍ​ໃຫ້​ພວກເຂົາ​ເຫັນດີ​ມອບ​ອຳນາດ​ການປົກຄອງ​ຂອງ​ພວກເຂົາ​ແກ່​ສັດຮ້າຍ​ນັ້ນ​ຈົນກວ່າ​ຈະ​ສຳເລັດ​ຕາມ​ພຣະທຳ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka