Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 10:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ແລ້ວ​ເທວະດາ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຢືນ​ຢູ່​ເທິງ​ທະເລ ແລະ ເທິງ​ແຜ່ນດິນ​ນັ້ນ​ກໍ​ຍົກ​ມືຂວາ​ຂອງ​ເພິ່ນ​ຂຶ້ນ​ສະຫວັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ແລ້ວ​ເທວະດາ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຢືນ​ຢູ່​ເທິງ​ທະເລ​ແລະ​ເທິງ​ບົກ​ນັ້ນ ກໍ​ຍົກ​ມື​ຂວາ​ຂຶ້ນ​ສູ່​ສະຫວັນ

Uka jalj uñjjattʼäta Copia luraña




ພຣະນິມິດ 10:5
29 Jak'a apnaqawi uñst'ayäwi  

“ທ່ານ​ທັງຫລາຍ​ເອີຍ, ເປັນຫຍັງ​ຈຶ່ງ​ເຮັດ​ຢ່າງ​ນີ້? ພວກເຮົາ​ກໍ​ເປັນ​ມະນຸດ​ທຳມະດາ​ເໝືອນກັນ​ກັບ​ພວກທ່ານ. ພວກເຮົາ​ກຳລັງ​ນຳ​ເອົາ​ຂ່າວປະເສີດ​ມາ​ໃຫ້​ພວກທ່ານ, ເພື່ອ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ທີ່​ບໍ່ມີ​ປະໂຫຍດ​ເຫລົ່ານີ້​ມາ​ຫາ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່, ຜູ້​ສ້າງ​ຟ້າສະຫວັນ ແລະ ແຜ່ນດິນໂລກ, ນໍ້າທະເລ ແລະ ທຸກໆ​ສິ່ງ​ທີ່​ຢູ່​ໃນ​ນັ້ນ.


ເພາະ​ຂະນະ​ທີ່​ຂ້າພະເຈົ້າ​ໄດ້​ຍ່າງ​ໄປ​ທົ່ວ ແລະ ໄດ້​ສັງເກດ​ເບິ່ງ​ສິ່ງ​ທີ່​ພວກທ່ານ​ນະມັດສະການ, ຂ້າພະເຈົ້າ​ເຫັນ​ແທ່ນບູຊາ​ແທ່ນ​ໜຶ່ງ​ທີ່​ມີ​ຄຳຈາລຶກ​ໄວ້​ວ່າ: ‘ແດ່​ພຣະເຈົ້າ​ທີ່​ບໍ່​ຮູ້ຈັກ’. ເພາະ​ພວກທ່ານ​ບໍ່​ວ່າ​ພວກທ່ານ​ນະມັດສະການ​ຫຍັງ​ຢູ່ ແລະ ນີ້​ແມ່ນ​ສິ່ງ​ທີ່​ຂ້າພະເຈົ້າ​ກຳລັງ​ຈະ​ປະກາດ​ແກ່​ພວກທ່ານ.


ເພາະວ່າ​ຕັ້ງແຕ່​ການ​ສ້າງ​ໂລກ ສະພາບ​ທີ່​ບໍ່​ປາກົດ​ຂອງ​ພຣະເຈົ້າ ຄື​ລິດອຳນາດ​ອັນ​ຖາວອນ ແລະ ຄວາມເປັນພຣະເຈົ້າ​ຂອງ​ພຣະອົງ​ພວກເຮົາ​ກໍ​ໄດ້​ເຫັນ​ຢ່າງ​ຊັດເຈນ ແລະ ເຂົ້າໃຈ​ໄດ້​ຈາກ​ສິ່ງ​ທີ່​ໄດ້​ສ້າງ​ຂຶ້ນ, ດັ່ງນັ້ນ ມະນຸດ​ຈຶ່ງ​ບໍ່​ມີ​ຂໍ້​ແກ້​ໂຕ​ໄດ້.


ເມື່ອ​ພຣະເຈົ້າ​ເຮັດ​ຄຳ​ສັນຍາ​ຂອງ​ພຣະອົງ​ຕໍ່​ອັບຣາຮາມ​ນັ້ນ, ເນື່ອງຈາກ​ບໍ່​ມີ​ຜູ້ໃດ​ຍິ່ງໃຫຍ່​ກວ່າ​ທີ່​ພຣະອົງ​ຈະ​ອ້າງ​ເຖິງ​ໃນ​ຄຳສາບານ, ພຣະອົງ​ຈຶ່ງ​ສາບານ​ໂດຍ​ອ້າງ​ເຖິງ​ພຣະອົງ​ເອງ,


ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.


ເພິ່ນ​ຖື​ໜັງສືມ້ວນ​ນ້ອຍ ເຊິ່ງ​ເປີດ​ໄວ້​ຢູ່​ໃນ​ມື​ຂອງ​ເພິ່ນ. ເພິ່ນ​ໄດ້​ວາງ​ຕີນ​ຂວາ​ຂອງ​ເພິ່ນ​ຢູ່​ເທິງ​ທະເລ ແລະ ຕີນ​ຊ້າຍ​ຂອງ​ເພິ່ນ​ຢູ່​ເທິງ​ແຜ່ນດິນ,


ເທວະດາ​ນັ້ນ​ໄດ້​ປະກາດ​ດ້ວຍ​ສຽງ​ດັງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ ຖວາຍ​ກຽດຕິຍົດ​ແກ່​ພຣະອົງ ເພາະວ່າ​ເວລາ​ແຫ່ງ​ການພິພາກສາ​ຂອງ​ພຣະອົງ​ໄດ້​ມາ​ເຖິງ​ແລ້ວ. ຈົ່ງ​ນະມັດສະການ​ພຣະອົງ​ຜູ້​ໄດ້​ສ້າງ​ຟ້າສະຫວັນ, ແຜ່ນດິນໂລກ, ທະເລ ແລະ ບໍ່ນ້ຳພຸ​ທັງຫລາຍ”.


ເທວະດາ​ຕົນ​ທີເຈັດ​ໄດ້​ຖອກ​ຂັນ​ຂອງ​ຕົນ​ລົງ​ເທິງ​ອາກາດ ແລະ ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ບັນລັງ​ໃນ​ວິຫານ​ວ່າ, “ສຳເລັດແລ້ວ!”


“ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ, ເພາະວ່າ​ພຣະອົງ​ໄດ້​ສ້າງ​ທຸກ​ສິ່ງ ແລະ ໂດຍ​ຄວາມ​ປະສົງ​ຂອງ​ພຣະອົງ ສິ່ງ​ເຫລົ່ານີ້​ໄດ້​ຖືກ​ສ້າງ​ຂຶ້ນ ແລະ ດໍາລົງ​ຢູ່”.


ເມື່ອ​ສິ່ງທີ່ມີຊີວິດ​ເຫລົ່ານັ້ນ​ໄດ້​ຖວາຍ​ສະຫງ່າລາສີ, ກຽດ ແລະ ຄຳ​ຂອບພຣະຄຸນ​ແກ່​ພຣະອົງ​ຜູ້​ນັ່ງ​ຢູ່​ເທິງ​ບັນລັງ ແລະ ຜູ້​ດຳລົງ​ຢູ່​ຕະຫລອດ​ເປັນນິດ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka