Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 1:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ຂ້າພະເຈົ້າ​ຄື​ໂຢຮັນ ຜູ້​ເປັນ​ພີ່ນ້ອງ ແລະ ເປັນ​ເພື່ອນ​ຂອງ​ພວກເຈົ້າ ຜູ້​ຮ່ວມ​ໃນ​ການທົນທຸກທໍລະມານ ແລະ ໃນ​ອານາຈັກ ແລະ ໃນ​ອົດທົນ​ອົດກັ້ນ​ທີ່​ເກີດຂຶ້ນ​ກັບ​ພວກເຮົາ​ໃນ​ພຣະເຢຊູເຈົ້າ, ຂ້າພະເຈົ້າ​ມາ​ຢູ່​ທີ່​ເກາະ​ປັດໂມ​ເພາະ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຂ້າພະເຈົ້າ ຄື​ໂຢຮັນ​ພີ່ນ້ອງ​ຂອງ​ເຈົ້າ​ທັງຫລາຍ ຜູ້​ເປັນ​ເພື່ອນ​ຮ່ວມ​ໃນ​ຄວາມ​ຍາກ​ລຳບາກ ຮ່ວມ​ຣາຊອານາຈັກ ແລະ​ຮ່ວມ​ຄວາມ​ພຽນ​ອົດທົນ ຊຶ່ງ​ເປັນ​ປະສົບການ​ໃນ​ພຣະເຢຊູເຈົ້າ. ຂ້າພະເຈົ້າ​ຖືກ​ປ່ອຍ​ໄວ້​ທີ່​ເກາະ​ປັດໂມ ເພາະ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ​ເນື່ອງ​ດ້ວຍ​ການ​ເປັນ​ພະຍານ​ຝ່າຍ​ພຣະເຢຊູເຈົ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 1:9
35 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ໄດ້​ດື່ມ​ຈາກ​ຈອກ​ຂອງ​ເຮົາ​ແທ້ ແຕ່​ການ​ທີ່​ຈະ​ໄດ້​ນັ່ງ​ທີ່​ເບື້ອງຂວາ ຫລື ເບື້ອງຊ້າຍ​ຂອງ​ເຮົາ​ນັ້ນ​ບໍ່​ແມ່ນ​ເຮົາ​ຈະ​ເປັນ​ຜູ້​ອະນຸຍາດ. ບ່ອນ​ເຫລົ່ານັ້ນ​ເປັນ​ຂອງ​ບັນດາ​ຜູ້​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ຈັດຕຽມ​ໄວ້​ແລ້ວ”.


ພວກເພິ່ນ​ຕອບ​ວ່າ, “ໄດ້​ພຣະອົງ​ເຈົ້າ”. ພຣະເຢຊູເຈົ້າ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຈະ​ໄດ້​ດື່ມ​ຈາກ​ຈອກ​ທີ່​ເຮົາ​ດື່ມ​ແທ້ ແລະ ບັບຕິສະມາ​ທີ່​ເຮົາ​ຮັບ ພວກເຈົ້າ​ກໍ​ຕ້ອງ​ໄດ້​ຮັບ​ແທ້,


“ເຮົາ​ໄດ້​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ເພື່ອ​ພວກເຈົ້າ​ຈະ​ໄດ້​ມີ​ສັນຕິສຸກ​ໃນ​ເຮົາ. ໃນ​ໂລກ​ນີ້​ພວກເຈົ້າ​ຈະ​ມີ​ຄວາມທຸກຍາກລໍາບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ! ເພາະ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ”.


ໃນ​ວັນ​ນັ້ນ ເປໂຕ​ໄດ້​ຢືນ​ຂຶ້ນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ (ໂດຍ​ມີ​ປະມານ​ຮ້ອຍຊາວ​ຄົນ)


ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ບັດນີ້ ຖ້າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະອົງ​ແລ້ວ​ພວກເຮົາ​ກໍ​ເປັນ​ຜູ້ຮັບ​ມໍລະດົກ ຄື​ເປັນ​ຜູ້ຮັບ​ມໍລະດົກ​ຈາກ​ພຣະເຈົ້າ ແລະ ເປັນ​ຜູ້​ຮ່ວມ​ຮັບ​ມໍລະດົກ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ, ຖ້າ​ພວກເຮົາ​ຮ່ວມ​ທົນທຸກທໍລະມານ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ​ດ້ວຍ.


ແຕ່​ຖ້າ​ພວກເຮົາ​ຫວັງ​ໃນ​ສິ່ງ​ທີ່​ພວກເຮົາ​ຍັງ​ບໍ່​ມີ ພວກເຮົາ​ກໍ​ຈະ​ຄອຍຖ້າ​ສິ່ງ​ນັ້ນ​ດ້ວຍ​ຄວາມອົດທົນ.


ແລະ ພວກເຮົາ​ມີ​ຄວາມຫວັງ​ສຳລັບ​ພວກເຈົ້າ​ກໍ​ໝັ້ນຄົງ​ຢູ່, ເພາະ​ວ່າ​ພວກເຮົາ​ຮູ້​ວ່າ​ພວກເຈົ້າ​ຮ່ວມ​ໃນ​ຄວາມທຸກລຳບາກ​ກັບ​ພວກເຮົາ​ຢ່າງໃດ ພວກເຈົ້າ​ກໍ​ຈະ​ຮ່ວມ​ໃນ​ການ​ເລົ້າໂລມໃຈ​ກັບ​ພວກເຮົາ​ເໝືອນກັນ​ຢ່າງນັ້ນ.


ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ.


ເຖິງປານນັ້ນ​ກໍ​ເປັນ​ຄວາມກະລຸນາ​ຂອງ​ພວກເຈົ້າ​ທີ່​ໄດ້​ຮ່ວມ​ທຸກ​ກັບ​ເຮົາ.


ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ນຳພາ​ຫົວໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ໄປ​ສູ່​ຄວາມຮັກ​ຂອງ​ພຣະເຈົ້າ ແລະ ໃນ​ຄວາມມານະອົດທົນ​ຂອງ​ພຣະຄຣິດເຈົ້າ.


ດັ່ງນັ້ນ ຢ່າ​ລະອາຍ​ທີ່​ຈະ​ເປັນ​ພະຍານ​ເລື່ອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຫລື ລະອາຍ​ໃນ​ເລື່ອງ​ເຮົາ​ຜູ້​ຖືກ​ຈຳຈອງ​ເພື່ອ​ພຣະອົງ. ແຕ່​ຈົ່ງ​ຮ່ວມ​ທົນທຸກ​ກັບ​ເຮົາ​ເພື່ອ​ຂ່າວປະເສີດ​ໂດຍ​ລິດອຳນາດ​ຂອງ​ພຣະເຈົ້າ.


ພວກເຈົ້າ​ທັງຫລາຍ​ຈໍາເປັນ​ຕ້ອງ​ມີ​ຄວາມອົດທົນ​ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້


ເຖິງ​ພວກ​ຜູ້ອາວຸໂສ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ອາວຸໂສ​ດ້ວຍກັນ ແລະ ເປັນ​ພະຍານ​ຄົນ​ໜຶ່ງ​ໃນ​ເລື່ອງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ໜຶ່ງ​ທີ່​ຈະ​ຮ່ວມ​ໃນ​ສະຫງ່າລາສີ​ທີ່​ຈະ​ມາ​ປາກົດ​ນັ້ນ​ວ່າ:


ນີ້​ຄື​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພຣະອົງ​ເພື່ອ​ສະແດງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ໄປ​ສະແດງ​ແກ່​ໂຢຮັນ​ຜູ້ຮັບໃຊ້​ຂອງ​ພຣະອົງ,


ໂຢຮັນ​ໄດ້​ເປັນ​ພະຍານ​ທຸກສິ່ງ​ທີ່​ເພິ່ນ​ໄດ້​ເຫັນ ນັ້ນ​ແມ່ນ​ຖ້ອຍຄຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ຂອງ​ພຣະເຢຊູຄຣິດເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂຢຮັນ, ເຖິງ​ຄຣິສຕະຈັກ​ທັງ​ເຈັດ​ໃນ​ແຂວງ​ເອເຊຍ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຈາກ​ພຣະອົງ​ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ, ຜູ້​ຈະ​ມາ ແລະ ຈາກ​ວິນຍານ​ທັງ​ເຈັດ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະອົງ,


ແລະ ພຣະອົງ​ໄດ້​ຕັ້ງ​ພວກເຮົາ​ໃຫ້​ເປັນ​ອານາຈັກ ແລະ ເປັນ​ປະໂລຫິດ​ເພື່ອ​ຮັບໃຊ້​ພຣະເຈົ້າ ແລະ ພຣະບິດາ​ຂອງ​ພຣະອົງ, ຂໍ​ໃຫ້​ກຽດ ແລະ ລິດອຳນາດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ! ອາແມນ.


ແລະ ເມື່ອ​ທັງ​ສອງ​ໄດ້​ເປັນ​ພະຍານ​ສຳເລັດ​ແລ້ວ, ສັດຮ້າຍ​ຈາກ​ເຫວເລິກ​ຈະ​ຂຶ້ນ​ມາ​ທຳຮ້າຍ​ພວກເພິ່ນ, ຈະ​ເອົາ​ຊະນະ​ພວກເພິ່ນ ແລະ ຂ້າ​ພວກເພິ່ນ.


ພວກເຂົາ​ໄດ້​ຊະນະ​ພະຍານາກ ໂດຍ​ໂລຫິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ ແລະ ໂດຍ​ຄຳພະຍານ​ຂອງ​ພວກເຂົາ​ເອງ, ພວກເຂົາ​ບໍ່​ໄດ້​ຮັກ​ຊີວິດ​ຂອງ​ຕົນເອງ​ຫລາຍ ແມ່ນແຕ່​ຄວາມຕາຍ​ພວກເຂົາ​ກໍ​ບໍ່​ຢ້ານ.


ແລ້ວ​ພະຍານາກ​ກໍ​ຄຽດແຄ້ນ​ຍິງ​ນັ້ນ ແລະ ໄປ​ເຮັດ​ສົງຄາມ​ກັບ​ລູກ​ຫລານ​ຂອງ​ນາງ​ທີ່​ເຫລືອ​ຄື ຄົນ​ເຫລົ່ານັ້ນ​ທີ່​ຖືຮັກສາ​ກົດບັນຍັດ​ຂອງ​ພຣະເຈົ້າ ແລະ ຢຶດຖື​ຄຳພະຍານ​ຂອງ​ພວກເຂົາ​ກ່ຽວກັບ​ພຣະເຢຊູເຈົ້າ.


“ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ເປັນ​ຊະເລີຍ, ພວກເຂົາ​ກໍ​ຈະ​ຕ້ອງ​ໄປ​ເປັນ​ຊະເລີຍ. ຖ້າ​ຜູ້ໃດ​ຖືກ​ກຳນົດ​ໃຫ້​ຖືກ​ຂ້າ​ດ້ວຍ​ດາບ ພວກເຂົາ​ກໍ​ຈະ​ຕ້ອງ​ຖືກ​ຂ້າ​ດ້ວຍ​ດາບ”. ໃນ​ເລື່ອງ​ນີ້​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຈະ​ຕ້ອງ​ມີ​ຄວາມອົດທົນ ແລະ ຄວາມສັດຊື່.


ໃນ​ເລື່ອງ​ນີ້​ຄົນ​ຂອງ​ພຣະເຈົ້າ​ຜູ້​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ ແລະ ຍັງ​ສັດຊື່​ຕໍ່​ພຣະເຢຊູເຈົ້າ​ຈະ​ຕ້ອງ​ມີ​ມານະອົດທົນ.


ແລ້ວ​ຂ້າພະເຈົ້າ​ໄດ້​ໝອບລົງ​ທີ່​ຕີນ​ຂອງ​ເທວະດາ​ເພື່ອ​ນະມັດສະການ​ເພິ່ນ. ແຕ່​ເທວະດາ​ນັ້ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຢ່າ​ເຮັດ​ຢ່າງ​ນີ້! ເຮົາ​ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ກັບ​ທ່ານ ແລະ ຮ່ວມ​ກັບ​ພີ່ນ້ອງ​ຂອງ​ທ່ານ​ທີ່​ຢຶດໝັ້ນ​ໃນ​ຄຳພະຍານ​ເລື່ອງ​ຂອງ​ພຣະເຢຊູເຈົ້າ. ຈົ່ງ​ນະມັດສະການ​ພຣະເຈົ້າ! ເພາະ​ແມ່ນ​ພຣະວິນຍານ​ແຫ່ງ​ການ​ທຳນວາຍ​ທີ່​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ”.


ຂ້າພະເຈົ້າ​ໄດ້​ເຫັນ​ບັນລັງ​ຕ່າງໆ ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ​ຄື​ບັນດາ​ຜູ້​ໄດ້ຮັບ​ສິດອຳນາດ​ໃຫ້​ພິພາກສາ. ແລະ ຂ້າພະເຈົ້າ​ໄດ້​ເຫັນ​ຈິດວິນຍານ​ຂອງ​ບັນດາ​ຄົນ​ທັງຫລາຍ​ທີ່​ຖືກ​ຕັດຫົວ​ເພາະ​ເປັນ​ພະຍານ​ເລື່ອງ​ພຣະເຢຊູເຈົ້າ ແລະ ເພາະ​ພຣະທຳ​ຂອງ​ພຣະເຈົ້າ. ພວກເຂົາ​ບໍ່​ໄດ້​ຂາບໄຫວ້​ສັດຮ້າຍ ຫລື ຮູບຈຳລອງ​ຂອງ​ມັນ ແລະ ບໍ່​ໄດ້​ຮັບ​ເຄື່ອງໝາຍ​ຂອງ​ມັນ​ໄວ້​ທີ່​ໜ້າຜາກ ຫລື ທີ່​ມື. ພວກເຂົາ​ໄດ້​ກັບ​ຄືນ​ມາ​ມີຊີວິດ ແລະ ຄອບຄອງ​ຮ່ວມ​ກັບ​ພຣະຄຣິດເຈົ້າ​ໜຶ່ງພັນ​ປີ.


ເນື່ອງຈາກ​ເຈົ້າ​ໄດ້​ຮັກສາ​ຄຳສັ່ງ​ຂອງ​ເຮົາ​ໄວ້​ດ້ວຍ​ຄວາມພາກພຽນ​ອົດທົນ, ເຮົາ​ກໍ​ຈະ​ປົກປ້ອງ​ເຈົ້າ​ໃຫ້​ພົ້ນ​ຈາກ​ຊົ່ວໂມງ​ແຫ່ງ​ການທົດລອງ​ທີ່​ກຳລັງ​ມາ​ເຖິງ​ທົ່ວທັງ​ໂລກ​ນີ້​ເພື່ອ​ທົດລອງ​ບັນດາ​ຜູ້​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນໂລກ.


ເມື່ອ​ພຣະອົງ​ແກະ​ຕາປະທັບ​ດວງ​ທີຫ້າ​ອອກ. ຂ້າພະເຈົ້າ​ເຫັນ​ຢູ່​ໃຕ້​ແທ່ນບູຊາ​ມີ​ຈິດວິນຍານ​ຂອງ​ບັນດາ​ຄົນ​ທັງຫລາຍ​ທີ່​ໄດ້​ຖືກ​ຂ້າ​ເພາະ​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ ແລະ ຄຳພະຍານ​ທີ່​ພວກເຂົາ​ໄດ້​ຮັກສາ​ໄວ້.


ຂ້າພະເຈົ້າ​ຕອບ​ວ່າ, “ທ່ານ​ເອີຍ ທ່ານ​ເອງ​ຍ່ອມ​ຮູ້​ຢູ່​ແລ້ວ”. ແລະ ທ່ານ​ຜູ້​ນັ້ນ​ຈຶ່ງ​ເວົ້າ​ວ່າ, “ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ມາ​ຈາກ​ຄວາມທຸກຍາກລຳບາກ​ຄັ້ງໃຫຍ່ ພວກເຂົາ​ໄດ້​ຊຳລະ​ເສື້ອຄຸມ​ຂອງ​ຕົນ ແລະ ເຮັດ​ໃຫ້​ຕົນ​ຂາວ​ດ້ວຍ​ເລືອດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka