ພຣະນິມິດ 1:4 - ພຣະຄຳພີລາວສະບັບສະໄໝໃໝ່4 ຈົດໝາຍສະບັບນີ້ຈາກເຮົາໂຢຮັນ, ເຖິງຄຣິສຕະຈັກທັງເຈັດໃນແຂວງເອເຊຍ: ຂໍໃຫ້ພຣະຄຸນ ແລະ ສັນຕິສຸກຈົ່ງມີແກ່ພວກເຈົ້າທັງຫລາຍຈາກພຣະອົງຜູ້ດຳລົງຢູ່ໃນປັດຈຸບັນ, ຜູ້ດຳລົງຢູ່ໃນອະດີດ, ຜູ້ຈະມາ ແລະ ຈາກວິນຍານທັງເຈັດທີ່ຢູ່ຕໍ່ໜ້າບັນລັງຂອງພຣະອົງ, Uka jalj uñjjattʼätaພຣະຄຳພີສັກສິ4 ຈາກ ໂຢຮັນ, ຮຽນ ຄຣິສຕະຈັກທັງເຈັດທີ່ຢູ່ໃນແຂວງເອເຊຍ. ຂໍໃຫ້ທ່ານທັງຫລາຍຈົ່ງໄດ້ຮັບພຣະຄຸນແລະສັນຕິສຸກຈາກພຣະອົງ ຜູ້ຊົງດຳລົງຢູ່ໃນປະຈຸບັນ ຜູ້ຊົງດຳລົງຢູ່ໃນອະດີດ ຜູ້ຈະສະເດັດມາໃນອະນາຄົດ ແລະຈາກວິນຍານທັງເຈັດທີ່ເຝົ້າຢູ່ໜ້າຣາຊບັນລັງຂອງພຣະອົງ Uka jalj uñjjattʼäta |
ສິ່ງທີ່ມີຊີວິດທັງສີ່ນີ້ ແຕ່ລະຕົນມີຫົກປີກ ແລະ ມີຕາເຕັມຢູ່ອ້ອມຮອບ ແມ່ນແຕ່ຢູ່ໃຕ້ປີກ. ສິ່ງທີ່ມີຊີວິດເຫລົ່ານັ້ນຮ້ອງຕະຫລອດທັງກາງເວັນ ແລະ ກາງຄືນບໍ່ຢຸດຈັກເທື່ອວ່າ: “‘ບໍລິສຸດ, ບໍລິສຸດ, ບໍລິສຸດ ຄືອົງພຣະຜູ້ເປັນເຈົ້າພຣະເຈົ້າຜູ້ລິດອຳນາດຍິ່ງໃຫຍ່’, ຜູ້ດຳລົງຢູ່ໃນອະດີດ ແລະ ດຳລົງຢູ່ໃນປັດຈຸບັນ ແລະ ຜູ້ຈະມາ”.
ຫລັງຈາກນັ້ນ ຂ້າພະເຈົ້າກໍໄດ້ເຫັນລູກແກະຂອງພຣະເຈົ້າ, ເບິ່ງຄືວ່າໄດ້ຖືກຂ້າແລ້ວ ກຳລັງຢືນຢູ່ໃຈກາງຂອງບັນລັງ, ອ້ອມຮອບດ້ວຍສິ່ງທີ່ມີຊີວິດທັງສີ່ ແລະ ບັນດາຜູ້ອາວຸໂສ. ລູກແກະຂອງພຣະເຈົ້າມີເຂົາເຈັດອັນ ແລະ ມີຕາເຈັດໜ່ວຍ, ເຊິ່ງເປັນວິນຍານທັງເຈັດຂອງພຣະເຈົ້າທີ່ໃຊ້ອອກໄປທົ່ວແຜ່ນດິນໂລກ.