Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 1:19 - ພຣະຄຳພີລາວສະບັບສະໄໝໃໝ່

19 “ເຫດສະນັ້ນ, ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ, ສິ່ງ​ທີ່​ເປັນ​ຢູ່​ຂະນະ​ນີ້ ແລະ ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ພາຍໜ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ສະນັ້ນ ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ, ສິ່ງ​ທີ່​ເປັນ​ຢູ່​ດຽວ​ນີ້ ແລະ​ສິ່ງ​ທີ່​ຈະ​ເກີດຂຶ້ນ​ຕາມ​ພາຍຫລັງ.

Uka jalj uñjjattʼäta Copia luraña




ພຣະນິມິດ 1:19
8 Jak'a apnaqawi uñst'ayäwi  

ນີ້​ຄື​ການເປີດເຜີຍ​ຈາກ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ພຣະເຈົ້າ​ໄດ້​ມອບ​ໃຫ້​ແກ່​ພຣະອົງ​ເພື່ອ​ສະແດງ​ໃຫ້​ບັນດາ​ຜູ້ຮັບໃຊ້​ຂອງ​ພຣະອົງ​ເຫັນ​ສິ່ງ​ທີ່​ຈະ​ຕ້ອງ​ເກີດຂຶ້ນ​ໃນ​ບໍ່​ຊ້າ​ນີ້. ພຣະອົງ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ​ໄປ​ສະແດງ​ແກ່​ໂຢຮັນ​ຜູ້ຮັບໃຊ້​ຂອງ​ພຣະອົງ,


ເຊິ່ງ​ກ່າວ​ວ່າ: “ຈົ່ງ​ຂຽນ​ສິ່ງ​ທີ່​ເຈົ້າ​ເຫັນ​ນັ້ນ​ລົງ​ໃນ​ໜັງສືມ້ວນ ແລະ ສົ່ງ​ໄປ​ຍັງ​ຄຣິສຕະຈັກ​ທັງ​ເຈັດ​ຄື: ຄຣິສຕະຈັກ​ທີ່​ຢູ່​ໃນ​ເມືອງ​ເອເຟໂຊ, ເມືອງ​ຊະມີນາ, ເມືອງ​ເປຄາໂມ, ເມືອງ​ທົວເຕຣາ, ເມືອງ​ຊາເດ, ເມືອງ​ຟີລາເດັນເຟຍ ແລະ ເມືອງ​ລາວດີເກອາ”.


ຂ້າພະເຈົ້າ​ຫັນ​ໄປ​ເບິ່ງ​ສຽງ​ທີ່​ກຳລັງ​ເວົ້າ​ກັບ​ຂ້າພະເຈົ້າ. ແລະ ເມື່ອ​ຂ້າພະເຈົ້າ​ຫັນ​ໄປ​ຂ້າພະເຈົ້າ​ໄດ້​ເຫັນ​ຫລັກຕະກຽງ​ຄຳ​ເຈັດ​ອັນ,


ເມື່ອ​ສຽງ​ຟ້າຮ້ອງ​ທັງ​ເຈັດ​ກ່າວ​ຂຶ້ນ, ຂ້າພະເຈົ້າ​ກໍ​ກຳລັງ​ຈະ​ລົງ​ມື​ຂຽນ, ແຕ່​ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ໜຶ່ງ​ຈາກ​ສະຫວັນ​ກ່າວ​ວ່າ, “ຈົ່ງ​ປິດບັງ​ສິ່ງ​ທີ່​ຟ້າຮ້ອງ​ທັງ​ເຈັດ​ໄດ້​ກ່າວ​ໄວ້ ແລະ ຢ່າ​ຂຽນ​ລົງ​ໄປ”.


ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຂຽນ​ວ່າ: ‘ຄວາມສຸກ​ມີ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ເຊີນ​ມາ​ຮ່ວມ​ງານລ້ຽງ​ສະຫລອງ​ສົມລົດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ!’” ແລະ ເທວະດາ​ນັ້ນ​ກ່າວ​ຕື່ມ​ອີກ​ວ່າ, “ສິ່ງ​ເຫລົ່ານີ້​ເປັນ​ພຣະຄຳ​ແທ້​ຂອງ​ພຣະເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka