Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 1:15 - ພຣະຄຳພີລາວສະບັບສະໄໝໃໝ່

15 ຕີນ​ຂອງ​ພຣະອົງ​ເໝືອນດັ່ງ​ທອງສຳລິດ​ທີ່​ເຮືອງແສງ​ຢູ່​ໃນ​ເຕົາຫລອມ ແລະ ສຽງ​ຂອງ​ພຣະອົງ​ເໝືອນດັ່ງ​ສຽງ​ນ້ຳ​ທີ່​ໄຫລແຮງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

15 ຕີນ​ຂອງ​ພຣະອົງ​ເຫຼື້ອມ​ເໝືອນ​ດັ່ງ​ທອງ​ເຫລືອງ​ກ້ຽງ ທີ່​ຖືກ​ຫລອມ​ໃຫ້​ບໍຣິສຸດ​ແລ້ວ ແລະ​ສຽງ​ຂອງ​ພຣະອົງ​ກໍ​ກ້ອງສະໜັ່ນ​ເໝືອນ​ດັ່ງ​ນໍ້າ​ຕົກຕາດ​ໃຫຍ່.

Uka jalj uñjjattʼäta Copia luraña




ພຣະນິມິດ 1:15
11 Jak'a apnaqawi uñst'ayäwi  

ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ຜູ້​ມີ​ອຳນາດ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ມີ​ເມກ​ປົກຄຸມ​ເພິ່ນ​ໄວ້ ພ້ອມ​ກັບ​ມີ​ຮຸ້ງກິນນ້ຳ​ຢູ່​ເໜືອ​ຫົວ​ຂອງ​ເພິ່ນ, ໃບໜ້າ​ຂອງ​ເພິ່ນ​ເໝືອນດັ່ງ​ຕາເວັນ ແລະ ຂາ​ຂອງ​ເພິ່ນ​ເໝືອນດັ່ງ​ເສົາ​ໄຟ​ທີ່​ລຸກໄໝ້.


ແລະ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ດັງ​ຈາກ​ສະຫວັນ​ເໝືອນ​ສຽງ​ນ້ຳ​ໄຫລແຮງ ແລະ ສຽງ​ຟ້າຮ້ອງ​ດັງ​ກ້ອງສະໜັ່ນ. ສຽງ​ທີ່​ຂ້າພະເຈົ້າ​ໄດ້​ຍິນ​ນັ້ນ​ເໝືອນ​ສຽງ​ທີ່​ບັນດາ​ນັກດີດ​ພິນ​ກຳລັງ​ບັນເລງ​ຢູ່.


ຫລັງຈາກ​ນັ້ນ ຂ້າພະເຈົ້າ​ໄດ້​ຍິນ​ສຽງ​ເໝືອນ​ສຽງ​ຄົນ​ຈຳນວນ​ຫລວງຫລາຍ, ເໝືອນ​ສຽງ​ນ້ຳ​ໄຫລ​ແຮງ ແລະ ເໝືອນ​ສຽງ​ຟ້າຮ້ອງ, ຮ້ອງ​ວ່າ: “ຮາເລລູຢາ! ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຜູ້​ມີ​ລິດອຳນາດຍິ່ງໃຫຍ່​ນັ້ນ​ປົກຄອງ​ຢູ່.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ທົວເຕຣາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ທີ່​ມີ​ຕາ​ເໝືອນດັ່ງ​ໄຟ​ລຸກໄໝ້ ແລະ ຜູ້​ທີ່​ມີ​ຕີນ​ເໝືອນດັ່ງ​ທອງສຳລິດ​ທີ່​ຂັດເງົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka