Biblia Todo Logo
Internet tuqin Biblia

- Anuncios ukanaka -




ພຣະນິມິດ 1:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ໃນ​ວັນ​ຂອງ​ອົງພຣະຜູ້ເປັນເຈົ້າ ຂ້າພະເຈົ້າ​ຢູ່​ໃນ​ພຣະວິນຍານ ແລະ ໄດ້​ຍິນ​ສຽງ​ຄ້າຍຄື​ສຽງແກ​ດັງ​ຂຶ້ນ​ທາງ​ດ້ານຫລັງ​ຂອງ​ຂ້າພະເຈົ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ໃນ​ວັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ນັ້ນ ພຣະວິນຍານ​ໄດ້​ຄວບຄຸມ​ຂ້າພະເຈົ້າ ແລະ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ ດັງ​ກ້ອງ​ເໝືອນ​ສຽງ​ແກ ກ່າວ​ທາງ​ເບື້ອງ​ຫລັງ​ຂອງ​ຂ້າພະເຈົ້າ.

Uka jalj uñjjattʼäta Copia luraña




ພຣະນິມິດ 1:10
13 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ແກ່​ພວກເຂົາ​ວ່າ, “ຖ້າ​ຢ່າງນັ້ນ ດ້ວຍເຫດໃດ​ພຣະວິນຍານບໍລິສຸດເຈົ້າ​ຈຶ່ງ​ດົນໃຈ​ໃຫ້​ດາວິດ​ເອີ້ນ​ພຣະອົງ​ວ່າ, ‘ອົງພຣະຜູ້ເປັນເຈົ້າ’? ເພາະ​ດາວິດ​ໄດ້​ກ່າວ​ວ່າ,


ຕອນຄ່ຳ​ຂອງ​ວັນ​ຕົ້ນ​ສັບປະດາ​ນັ້ນ, ເມື່ອ​ພວກສາວົກ​ມາ​ຢູ່​ນຳ​ກັນ ພວກເພິ່ນ​ອັດ​ປະຕູ​ໃສ່​ກະແຈ​ເພາະ​ຢ້ານ​ພວກ​ຢິວ, ພຣະເຢຊູເຈົ້າ​ກໍ​ໄດ້​ເຂົ້າ​ມາ​ຢືນ​ຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”


ໜຶ່ງ​ອາທິດ​ຕໍ່ມາ ພວກສາວົກ​ຂອງ​ພຣະອົງ​ໄດ້​ຢູ່​ຮ່ວມກັນ​ໃນ​ເຮືອນ​ຫລັງ​ນັ້ນ​ອີກ, ໂທມາ​ກໍ​ຢູ່​ກັບ​ພວກເພິ່ນ​ດ້ວຍ. ປະຕູ​ກໍ​ອັດ​ໃສ່​ໄລກອນ​ໄວ້ ແຕ່​ພຣະເຢຊູເຈົ້າ​ກໍ​ເຂົ້າ​ມາ​ຢືນຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”


ໃນ​ວັນ​ຕົ້ນ​ອາທິດ ພວກເຮົາ​ໄດ້​ມາ​ປະຊຸມ​ກັນ​ເພື່ອ​ຫັກ​ເຂົ້າຈີ່. ໂປໂລ​ກ່າວ​ແກ່​ຄົນ​ທັງຫລາຍ ແລະ ເພາະ​ເພິ່ນ​ຕັ້ງໃຈ​ຈະ​ຈາກ​ໄປ​ໃນ​ວັນ​ຕໍ່​ໄປ​ຈຶ່ງ​ສືບຕໍ່​ເວົ້າ​ຈົນ​ເຖິງ​ທ່ຽງຄືນ.


ເຫດສະນັ້ນ, ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ທີ່​ກຳລັງ​ກ່າວ​ໂດຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຈະ​ເວົ້າ​ວ່າ, “ຂໍ​ໃຫ້​ພຣະເຢຊູເຈົ້າ​ຖືກ​ສາບແຊ່ງ” ແລະ ບໍ່​ມີ​ຜູ້ໃດ​ສາມາດ​ເວົ້າ​ວ່າ, “ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ”, ນອກຈາກ​ຜູ້​ທີ່​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ.


ໃນ​ມື້​ທີໜຶ່ງ​ຂອງ​ທຸກໆ​ອາທິດ, ພວກເຈົ້າ​ແຕ່ລະຄົນ​ຄວນ​ແຍກ​ເງິນ​ຈຳນວນ​ໜຶ່ງ​ທີ່​ເໝາະສົມ​ກັບ​ລາຍໄດ້​ຂອງ​ຕົນ ເກັບ​ສະສົມ​ເງິນ​ນີ້​ໄວ້ ເພື່ອ​ວ່າ​ເມື່ອ​ເຮົາ​ມາ​ຈະ​ບໍ່​ມີ​ການແຜ່ຊັບ​ອີກ.


ແລ້ວ​ເທວະດາ​ຕົນ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ໃນ​ພຣະວິນຍານ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງກັນດານ. ທີ່​ນັ້ນ​ຂ້າພະເຈົ້າ​ໄດ້​ເຫັນ​ແມ່ຍິງ​ຄົນ​ໜຶ່ງ​ນັ່ງ​ຢູ່​ເທິງ​ສັດຮ້າຍ​ສີແດງເຂັ້ມ ເຊິ່ງ​ມີ​ຫລາຍ​ຊື່​ທີ່​ເປັນ​ຄຳ​ໝິ່ນປະໝາດ​ເຕັມ​ໄປ​ທັງ​ໂຕ, ມີ​ເຈັດ​ຫົວ ແລະ ສິບ​ເຂົາ.


ໂດຍ​ພຣະວິນຍານ​ເທວະດາ​ນັ້ນ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ທີ່​ພູເຂົາ​ໃຫຍ່ ແລະ ສູງ, ແລະ ໄດ້​ສະແດງ​ໃຫ້​ຂ້າພະເຈົ້າ​ເຫັນ​ນະຄອນ​ສັກສິດ ຄື​ເຢຣູຊາເລັມ​ທີ່​ພຣະເຈົ້າ​ໃຫ້​ລົງ​ມາ​ຈາກ​ສະຫວັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka