ພຣະນິມິດ 1:1 - ພຣະຄຳພີລາວສະບັບສະໄໝໃໝ່1 ນີ້ຄືການເປີດເຜີຍຈາກພຣະເຢຊູຄຣິດເຈົ້າ, ເຊິ່ງພຣະເຈົ້າໄດ້ມອບໃຫ້ແກ່ພຣະອົງເພື່ອສະແດງໃຫ້ບັນດາຜູ້ຮັບໃຊ້ຂອງພຣະອົງເຫັນສິ່ງທີ່ຈະຕ້ອງເກີດຂຶ້ນໃນບໍ່ຊ້ານີ້. ພຣະອົງໄດ້ໃຊ້ເທວະດາຂອງພຣະອົງໄປສະແດງແກ່ໂຢຮັນຜູ້ຮັບໃຊ້ຂອງພຣະອົງ, Uka jalj uñjjattʼätaພຣະຄຳພີສັກສິ1 ການຊົງສຳແດງຂອງພຣະເຢຊູເຈົ້າ ຊຶ່ງພຣະເຈົ້າໄດ້ຊົງປະທານແກ່ພຣະອົງ ເພື່ອຊົງຊີ້ແຈງໃຫ້ບັນດາຜູ້ຮັບໃຊ້ຂອງພຣະອົງ ຮູ້ເຖິງເຫດການທັງຫລາຍທີ່ຕ້ອງບັງເກີດຂຶ້ນໃນບໍ່ຊ້ານີ້. ພຣະຄຣິດໄດ້ຊົງໃຊ້ເທວະດາຂອງພຣະອົງ ໄປສຳແດງໝາຍສຳຄັນແກ່ໂຢຮັນ ຜູ້ຮັບໃຊ້ຂອງພຣະອົງ. Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”.