ຟີລິບປອຍ 4:17 - ພຣະຄຳພີລາວສະບັບສະໄໝໃໝ່17 ບໍ່ແມ່ນວ່າເຮົາປາຖະໜາຢາກໄດ້ຂອງຖວາຍຈາກພວກເຈົ້າ; ແຕ່ເຮົາປາຖະໜາຢາກໃຫ້ພວກເຈົ້າໄດ້ຜົນກຳໄລເພີ່ມຂຶ້ນໃນບັນຊີຂອງພວກເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ17 ບໍ່ແມ່ນວ່າເຮົາປາຖະໜາຈະໄດ້ຮັບຂອງຖວາຍຈາກເຈົ້າທັງຫລາຍ ແຕ່ເຮົາປາຖະໜາຢາກໃຫ້ພວກເຈົ້າ ໄດ້ຜົນກຳໄລເພີ່ມຂຶ້ນໃນບັນຊີຂອງພວກເຈົ້າ. Uka jalj uñjjattʼäta |
ດັ່ງນັ້ນ ເຮົາຈຶ່ງຄິດວ່າຈຳເປັນຕ້ອງຂໍຮ້ອງພີ່ນ້ອງເຫລົ່ານັ້ນໃຫ້ມາຫາພວກເຈົ້າລ່ວງໜ້າ ແລະ ຈັດຕຽມເຄື່ອງບໍລິຈາກດ້ວຍໃຈກວ້າງຂວາງໄວ້ໃຫ້ຮຽບຮ້ອຍຕາມທີ່ພວກເຈົ້າໄດ້ສັນຍາໄວ້. ແລ້ວເຄື່ອງບໍລິຈາກນີ້ກໍຈະຕຽມພ້ອມໄວ້ເພື່ອເປັນເຄື່ອງບໍລິຈາກທີ່ໃຫ້ດ້ວຍໃຈກວ້າງຂວາງ, ບໍ່ແມ່ນເປັນເຄື່ອງບໍລິຈາກທີ່ໃຫ້ດ້ວຍການຝືນໃຈ.
ຈົ່ງລ້ຽງຝູງແກະຂອງພຣະເຈົ້າໃຫ້ຢູ່ໃນຄວາມຮັບຜິດຊອບເບິ່ງແຍງຂອງພວກເຈົ້າ, ໃຫ້ເບິ່ງແຍງພວກເຂົາບໍ່ແມ່ນຍ້ອນວ່າພວກເຈົ້າຈໍາເປັນຕ້ອງເຮັດ ແຕ່ຍ້ອນວ່າພວກເຈົ້າເຕັມໃຈທີ່ຈະເຮັດຕາມທີ່ພຣະເຈົ້າປະສົງໃຫ້ພວກເຈົ້າເປັນ, ບໍ່ແມ່ນເຮັດເພື່ອຫາຜົນປະໂຫຍດດ້ວຍຄວາມບໍ່ສັດຊື່, ແຕ່ມີຄວາມກະຕືລືລົ້ນທີ່ຈະຮັບໃຊ້,