Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 4:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເຮົາ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ເຮົາ​ກຳລັງ​ຂັດສົນ, ເພາະ​ເຮົາ​ຮຽນຮູ້​ທີ່​ຈະ​ພໍໃຈ​ບໍ່​ວ່າ​ຈະ​ຢູ່​ໃນ​ສະຖານະການ​ໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເຮົາ​ບໍ່ໄດ້​ຈົ່ມ​ເຖິງ​ເລື່ອງ​ການ​ຂັດ​ສົນ ເພາະ​ເຮົາ​ຈະ​ມີ​ຖານະ​ຢ່າງ​ໃດ​ກໍຕາມ ເຮົາ​ກໍ​ຮຽນຮູ້​ແລ້ວ​ທີ່​ຈະ​ພໍໃຈ​ຢູ່​ຢ່າງ​ນັ້ນ.

Uka jalj uñjjattʼäta Copia luraña




ຟີລິບປອຍ 4:11
13 Jak'a apnaqawi uñst'ayäwi  

ແລ້ວ​ພວກ​ທະຫານ​ກໍ​ມາ​ຖາມ​ເພິ່ນ​ວ່າ, “ແລ້ວ​ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ?” ເພິ່ນ​ຕອບ​ວ່າ, “ຢ່າ​ຂົ່ມຂູ່​ເອົາ​ເງິນ ແລະ ຢ່າ​ໃສ່ຮ້າຍ​ຜູ້ໃດ ຈົ່ງ​ພໍໃຈ​ກັບ​ຄ່າຈ້າງ​ຂອງ​ຕົນ”.


ເຮົາ​ໄດ້​ທຳງານ​ໜັກ ແລະ ລຳບາກ, ອົດ​ນອນ​ຢູ່​ເລື້ອຍ, ເຮົາ​ຮູ້ຈັກ​ການອົດເຂົ້າ​ຫິວນ້ຳ ແລະ ຂາດ​ອາຫານ​ຢູ່​ເລື້ອຍ, ເຮົາ​ຕ້ອງ​ພົບ​ກັບ​ຄວາມໜາວ ແລະ ເປືອຍກາຍ.


ເຕັມ​ດ້ວຍ​ຄວາມທຸກໂສກ ແຕ່​ກໍ​ຍັງ​ຊື່ນຊົມຍິນດີ​ສະເໝີ; ທຸກຍາກ ແຕ່​ກໍ​ຍັງ​ເຮັດ​ໃຫ້​ຫລາຍ​ຄົນ​ຮັ່ງມີ; ແລະ ບໍ່​ມີ​ອັນໃດ ແຕ່​ກໍ​ຍັງ​ເປັນ​ເຈົ້າຂອງ​ທຸກສິ່ງ.


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.


ແລະ ພຣະເຈົ້າ​ສາມາດ​ທີ່​ຈະ​ອວຍພອນ​ພວກເຈົ້າ​ຢ່າງ​ອຸດົມສົມບູນ, ເພື່ອ​ວ່າ​ພວກເຈົ້າ​ຈະ​ມີ​ທຸກສິ່ງ​ທີ່​ຈໍາເປັນ​ສຳລັບ​ຕົນ​ຢູ່​ທຸກ​ເວລາ, ທັງ​ພວກເຈົ້າ​ຈະ​ມີ​ສິ່ງຂອງ​ບໍລິບູນ​ໃນ​ການງານ​ດີ​ທຸກ​ຢ່າງ.


ຫລາຍກວ່າ​ນັ້ນ ເຮົາ​ຖື​ວ່າ​ທຸກສິ່ງ​ນັ້ນ​ເປັນ​ຂອງ​ໄຮ້ປະໂຫຍດ​ເພາະ​ການ​ທີ່​ໄດ້​ຮູ້ຈັກ​ກັບ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ເຮົາ​ນັ້ນ​ເປັນ​ສິ່ງ​ທີ່​ລໍ້າຄ່າ​ຫລາຍ, ເພາະ​ເຫັນ​ແກ່​ພຣະອົງ​ເຮົາ​ຈຶ່ງ​ໄດ້​ຍອມ​ສະຫລະ​ທຸກສິ່ງ. ເຮົາ​ຖື​ວ່າ​ສິ່ງ​ເຫລົ່ານັ້ນ​ເປັນ​ຂີ້ເຫຍື້ອ ເພື່ອ​ເຮົາ​ຈະ​ໄດ້​ພຣະຄຣິດເຈົ້າ


ພວກເຈົ້າ​ທົນທຸກ​ກັບ​ບັນດາ​ຜູ້​ທີ່​ຢູ່​ໃນ​ຄຸກ ແລະ ເມື່ອ​ຖືກ​ຢຶດ​ຊັບສິນ​ພວກເຈົ້າ​ກໍ​ຍອມຮັບ​ດ້ວຍ​ຄວາມຍິນດີ ເພາະ​ພວກເຈົ້າ​ຮູ້​ວ່າ​ພວກເຈົ້າ​ເອງ​ມີ​ຊັບສິນ​ທີ່​ດີ​ກວ່າ ແລະ ຍືນຍົງ​ກວ່າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka