Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 3:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ແຕ່​ວ່າ​ສິ່ງໃດ​ທີ່​ເຄີຍ​ເປັນ​ປະໂຫຍດ​ແກ່​ເຮົາ ບັດນີ້ ເຮົາ​ຖື​ວ່າ​ໄຮ້ປະໂຫຍດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ແຕ່​ວ່າ​ສິ່ງໃດ​ທີ່​ເປັນ​ຄຸນ​ປະໂຫຍດ​ແກ່​ເຮົາ ເຮົາ​ຖື​ສິ່ງ​ນັ້ນ​ວ່າ​ເປັນ​ອັນ​ໄຮ້​ປະໂຫຍດ​ແກ່​ເຮົາ​ແລ້ວ ເພາະ​ເຫັນ​ແກ່​ພຣະຄຣິດ.

Uka jalj uñjjattʼäta Copia luraña




ຟີລິບປອຍ 3:7
20 Jak'a apnaqawi uñst'ayäwi  

ຈະ​ມີ​ປະໂຫຍດ​ອັນໃດ​ທີ່​ຄົນ​ໃດ​ຄົນ​ໜຶ່ງ​ຈະ​ໄດ້​ໂລກ​ນີ້​ທັງໝົດ ແຕ່​ຕ້ອງ​ສູນເສຍ​ຈິດວິນຍານ​ຂອງ​ຕົນ? ຫລື ຄົນ​ນັ້ນ​ຈະ​ເອົາ​ສິ່ງ​ໃດ​ມາ​ແລກປ່ຽນ​ເອົາ​ຈິດວິນຍານ​ຂອງ​ຕົນ​ໄດ້?


ລາວ​ຈຶ່ງ​ໂຍນ​ເສື້ອຄຸມ​ຂອງ​ຕົນ​ຖິ້ມ ແລ້ວ​ຟ້າວ​ກະໂດດ​ໄປ​ຫາ​ພຣະເຢຊູເຈົ້າ.


“ຖ້າ​ຜູ້ໃດ​ມາ​ຫາ​ເຮົາ ແລະ ບໍ່​ຊັງ​ພໍ່​ແມ່, ເມຍ, ລູກ ແລະ ອ້າຍ​ເອື້ອຍ​ນ້ອງ ຫລື ແມ່ນແຕ່​ຊີວິດ​ຂອງ​ຕົນ​ເອງ, ຜູ້​ນັ້ນ​ຈະ​ເປັນ​ສາວົກ​ຂອງ​ເຮົາ​ບໍ່​ໄດ້.


ໃນ​ທຳນອງ​ດຽວ​ກັນ, ທຸກຄົນ​ໃນ​ພວກເຈົ້າ​ທີ່​ບໍ່​ໄດ້​ສະຫລະ​ທຸກສິ່ງ​ທີ່​ຕົນ​ມີ​ຢູ່, ພວກເຈົ້າ​ຈະ​ເປັນ​ສາວົກ​ຂອງ​ເຮົາ​ບໍ່​ໄດ້.


“ແລ້ວ​ນາຍ​ຈຶ່ງ​ຍ້ອງຍໍ​ຜູ້ຈັດການ​ທີ່​ບໍ່​ສັດຊື່​ຄົນ​ນີ້​ເພາະ​ລາວ​ໄດ້​ເຮັດ​ຢ່າງ​ສະຫລາດ. ເພາະ​ຄົນ​ຝ່າຍ​ໂລກ​ນີ້​ສະຫລາດ​ຫລາຍ​ກວ່າ​ຄົນ​ຝ່າຍ​ຄວາມສະຫວ່າງ​ໃນ​ການ​ເຮັດ​ທຸລະກິດ​ກັບ​ຄົນ​ປະເພດ​ດຽວ​ກັນ.


ເມື່ອ​ພວກເຂົາ​ກິນ​ອາຫານ​ອີ່ມ​ເທົ່າ​ທີ່​ພວກເຂົາ​ຕ້ອງການ​ແລ້ວ, ພວກເຂົາ​ກໍ​ເຮັດ​ໃຫ້​ເຮືອ​ເບົາ​ລົງ​ໂດຍ​ຖິ້ມ​ເມັດພືດ​ລົງ​ທະເລ.


ເພິ່ນ​ຖື​ວ່າ​ການ​ອັບອາຍຂາຍໜ້າ​ເພື່ອ​ພຣະຄຣິດເຈົ້າ​ນັ້ນ ກໍ​ມີ​ຄ່າ​ຫລາຍ​ກວ່າ​ຊັບສົມບັດ​ທັງຫລາຍ​ຂອງ​ເອຢິບ, ເພາະວ່າ​ເພິ່ນ​ເບິ່ງ​ໄປ​ຂ້າງໜ້າ​ທີ່​ບຳເໜັດ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka