Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 3:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ປາຍທາງ​ຂອງ​ພວກເຂົາ​ຄື​ຄວາມຈິບຫາຍ, ພະ​ຂອງ​ພວກເຂົາ​ຄື​ທ້ອງ​ຂອງ​ພວກເຂົາ, ຊື່ສຽງ​ຂອງ​ພວກເຂົາ​ຄື​ຄວາມອັບອາຍ​ຂອງ​ພວກເຂົາ. ຈິດໃຈ​ຂອງ​ພວກເຂົາ​ປັກ​ຢູ່​ແຕ່​ກັບ​ສິ່ງຂອງ​ຝ່າຍໂລກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ​ຄື​ຄວາມ​ຈິບຫາຍ ເພາະ​ພຣະ​ຂອງ​ພວກເຂົາ​ແມ່ນ​ທ້ອງ​ຂອງ​ພວກເຂົາ​ເອງ ພວກເຂົາ​ອວດອ້າງ​ໃນ​ສິ່ງ​ທີ່​ໜ້າອັບອາຍ ແລະ​ພວກເຂົາ​ສົນໃຈ​ນຳ​ແຕ່​ສິ່ງ​ຂອງ​ຝ່າຍ​ໂລກນີ້.

Uka jalj uñjjattʼäta Copia luraña




ຟີລິບປອຍ 3:19
52 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຈຶ່ງ​ຫັນ​ກັບ​ມາ ແລະ ກ່າວ​ກັບ​ເປໂຕ​ວ່າ, “ມານຊາຕານ​ເອີຍ! ຈົ່ງ​ຖອຍ​ໜີ​ໄປ​ຈາກ​ເຮົາ ເຈົ້າ​ເປັນ​ຫີນ​ໃຫ້​ເຮົາ​ສະດຸດ ເຈົ້າ​ບໍ່​ໄດ້​ມີ​ຄວາມຄິດ​ຫວ່ງໃຍ​ເໝືອນດັ່ງ​ພຣະເຈົ້າ ແຕ່​ມີ​ຄວາມຄິດ​ຫ່ວງໃຍ​ເໝືອນດັ່ງ​ມະນຸດ”.


“ແລ້ວ​ພຣະອົງ​ຈະ​ກ່າວ​ຕໍ່​ບັນດາ​ຜູ້​ທີ່​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ​ວ່າ, ‘ພວກເຈົ້າ​ທັງຫລາຍ​ທີ່​ຖືກ​ສາບແຊ່ງ ຈົ່ງ​ໄປ​ຈາກ​ເຮົາ, ຈົ່ງ​ລົງໄປ​ໃນ​ບຶງ​ໄຟ​ທີ່​ໄໝ້​ຢູ່​ເປັນນິດ​ທີ່​ໄດ້​ຈັດຕຽມ​ໄວ້​ສຳລັບ​ມານຮ້າຍ ແລະ ບໍລິວານ​ຂອງ​ມັນ.


ແລ້ວ​ເຮົາ​ກໍ​ຈະ​ເວົ້າ​ກັບ​ຕົນ​ເອງ​ວ່າ, “ເຈົ້າ​ມີ​ຜົນລະປູກ​ເກັບ​ໄວ້​ພຽງພໍ​ສຳລັບ​ຫລາຍ​ປີ, ຈົ່ງ​ໃຊ້​ຊີວິດ​ໃຫ້​ສະບາຍ, ກິນ, ດື່ມ ແລະ ສະໜຸກສະໜານ​ສາ”’.


“ຍັງ​ມີ​ເສດຖີ​ຄົນ​ໜຶ່ງ​ທີ່​ນຸ່ງ​ຊຸດ​ສີມ່ວງ ແລະ ຜ້າຝ້າຍລິນິນ​ເນື້ອ​ລະອຽດ​ດີ ແລະ ໃຊ້​ຊີວິດ​ຢ່າງ​ສຸກສະບາຍ​ທຸກ​ມື້.


“ເປັນ​ເວລາ​ດົນນານ​ແລ້ວ​ທີ່​ຜູ້​ພິພາກສາ​ຄົນ​ນີ້​ໄດ້​ປະຕິເສດ. ແຕ່​ໃນ​ທີ່ສຸດ ເພິ່ນ​ກໍ​ຄິດ​ໃນ​ໃຈ​ວ່າ, ‘ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ຢຳເກງ​ພຣະເຈົ້າ ຫລື ບໍ່​ສົນໃຈ​ສິ່ງ​ທີ່​ມະນຸດ​ຄິດ,


ດ້ວຍວ່າ ຄົນ​ຢ່າງນີ້​ບໍ່​ໄດ້​ຮັບໃຊ້​ພຣະຄຣິດເຈົ້າ​ຂອງ​ພວກເຮົາ ແຕ່​ພວກເຂົາ​ເຮັດ​ເພື່ອ​ປາກ​ເພື່ອ​ທ້ອງ​ຂອງ​ຕົນ​ເອງ. ພວກເຂົາ​ລໍ້ລວງ​ຄົນຊື່​ດ້ວຍ​ຄຳເວົ້າ​ອັນ​ອ່ອນຫວານ ແລະ ຄຳຍ້ອງຍໍ​ທີ່​ບໍ່​ຈິງໃຈ.


ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ປະໂຫຍດ​ຫຍັງ​ຈາກ​ສິ່ງ​ເຫລົ່ານັ້ນ ເຊິ່ງ​ເວລາ​ນີ້​ພວກເຈົ້າ​ກໍ​ລະອາຍໃຈ? ຜົນ​ຂອງ​ສິ່ງ​ເຫລົ່ານັ້ນ​ກໍ​ຄື​ຄວາມຕາຍ!


ພວກເຈົ້າ​ຍັງ​ຢູ່​ຝ່າຍໂລກ. ເພາະ​ເນື່ອງຈາກ​ວ່າ​ຍັງ​ມີ​ການອິດສາ​ກັນ ແລະ ການຜິດຖຽງ​ກັນ​ໃນ​ທ່າມກາງ​ພວກເຈົ້າ​ຢູ່, ພວກເຈົ້າ​ຢູ່​ຝ່າຍໂລກ​ບໍ່ແມ່ນ​ບໍ? ພວກເຈົ້າ​ບໍ່​ໄດ້​ປະພຶດ​ຕົນ​ເໝືອນ​ດັ່ງ​ມະນຸດ​ທຳມະດາ​ບໍ?


ແລະ ພວກເຈົ້າ​ກໍ​ພູມໃຈ! ແທນທີ່​ພວກເຈົ້າ​ຄວນ​ຈະ​ໂສກເສົ້າເສຍໃຈ ແລະ ຂັບໄລ່​ຄົນ​ທີ່​ເຮັດ​ເຊັ່ນນັ້ນ​ອອກຈາກ​ຄວາມສຳພັນ​ຂອງ​ພວກເຈົ້າ​ບໍ່ແມ່ນ​ບໍ?


ການ​ອວດອ້າງ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ດີ​ເລີຍ. ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ເຊື້ອແປ້ງ​ພຽງ​ແຕ່​ໜ້ອຍດຽວ​ກໍ​ເຮັດ​ໃຫ້​ແປ້ງນວດ​ທັງ​ກ້ອນ​ຟູຂຶ້ນ?


ແລະ ເຮົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ເຮັດ​ຢູ່​ນີ້​ຕໍ່ໄປ ເພື່ອ​ຕັດ​ບັນຫາ​ອອກ​ຈາກ​ຄົນ​ເຫລົ່ານັ້ນ​ທີ່​ກຳລັງ​ຫາ​ໂອກາດ​ໃຫ້​ໄດ້​ຮັບ​ການຍອມຮັບ​ວ່າ​ເທົ່າທຽມກັນ​ກັບ​ພວກເຮົາ​ໃນ​ສິ່ງ​ທີ່​ພວກເຂົາ​ອວດອ້າງ​ໃສ່.


ແລ້ວ​ຈຶ່ງ​ບໍ່​ແປກປະຫລາດ​ທີ່​ຄົນຮັບໃຊ້​ຂອງ​ຊາຕານ​ຈະ​ປອມຕົວ​ເປັນ​ຜູ້ຮັບໃຊ້​ແຫ່ງ​ຄວາມຊອບທຳ​ດ້ວຍ. ຈຸດຈົບ​ຂອງ​ພວກເຂົາ​ຈະ​ເປັນໄປ​ຕາມ​ການກະທຳ​ທີ່​ພວກເຂົາ​ສົມຄວນ​ໄດ້​ຮັບ.


ແມ່ນແຕ່​ຄົນ​ທີ່​ຮັບ​ພິທີຕັດ​ແລ້ວ​ກໍ​ຍັງ​ບໍ່​ເຊື່ອຟັງ​ກົດບັນຍັດ ແຕ່​ພວກເຂົາ​ຕ້ອງການ​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ​ເພື່ອ​ພວກເຂົາ​ຈະ​ໄດ້​ອວດອ້າງ​ກ່ຽວກັບ​ການ​ຮັບ​ພິທີຕັດ​ໃນ​ເນື້ອໜັງ​ຂອງ​ພວກເຈົ້າ.


ເພາະ​ແຕ່ລະຄົນ​ຕ່າງ​ກໍ​ສະແຫວງ​ຫາ​ຜົນປະໂຫຍດ​ສ່ວນຕົວ​ຂອງ​ຕົນເອງ, ບໍ່​ໄດ້​ຄຳນຶງ​ເຖິງ​ພຣະເຢຊູຄຣິດເຈົ້າ.


ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ກັບ​ສິ່ງ​ທີ່​ຢູ່​ເບື້ອງເທິງ​ບໍ່​ແມ່ນ​ສິ່ງ​ທີ່​ຢູ່​ເທິງ​ແຜ່ນດິນໂລກ.


ພວກເຂົາ​ຈະ​ຖືກ​ລົງໂທດ​ດ້ວຍ​ຄວາມຈິບຫາຍ​ຕະຫລອດໄປ ຈະ​ຖືກ​ແຍກ​ອອກຈາກ​ການ​ສະຖິດ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ແຍກ​ອອກຈາກ​ສະຫງ່າລາສີ​ແຫ່ງ​ລິດທານຸພາບ​ຂອງ​ພຣະອົງ


ແລະ ເພື່ອ​ວ່າ​ທຸກຄົນ​ທີ່​ບໍ່​ຍອມ​ເຊື່ອ​ຄວາມຈິງ​ແຕ່​ກັບ​ຊົມຊື່ນ​ຄວາມ​ຊົ່ວຮ້າຍ​ຈະ​ຖືກ​ຕັດສິນ​ລົງໂທດ.


ເມື່ອ​ນັ້ນ​ຄົນ​ນອກ​ກົດໝາຍ​ນີ້​ຈະ​ປາກົດ​ໂຕ ຜູ້​ທີ່​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຈະ​ໂຄ່ນລົ້ມ​ມັນ​ດ້ວຍ​ລົມ​ຈາກ​ປາກ​ຂອງ​ພຣະອົງ ແລະ ທຳລາຍ​ມັນ​ດ້ວຍ​ລັດສະໝີ​ແຫ່ງ​ການ​ມາ​ຂອງ​ພຣະອົງ.


ແລະ ການ​ຂັດແຍ້ງ​ກັນ​ຢ່າງ​ບໍ່​ມີ​ວັນ​ສິ້ນສຸດ​ໃນ​ທ່າມ​ກາງ​ຜູ້​ມີ​ຈິດໃຈ​ເສື່ອມຊາມ, ຜູ້​ທີ່​ຖືກ​ຍາດຊິງ​ຄວາມຈິງ​ໄປ ແລະ ຜູ້​ທີ່​ຄິດ​ວ່າ​ທາງ​ຂອງ​ພຣະເຈົ້າ​ເປັນ​ຊ່ອງທາງ​ຫາ​ຜົນປະໂຫຍດ​ໃນ​ດ້ານ​ການເງິນ.


ເປັນ​ຄົນ​ທໍລະຍົດ, ໃຈຮ້ອນ, ອວດດີ, ເປັນ​ຄົນ​ຮັກຄວາມສະໜຸກ​ຫລາຍ​ກວ່າ​ຮັກພຣະເຈົ້າ,


ດັ່ງ​ທີ່​ເປັນ​ຢູ່, ພວກເຈົ້າ​ເວົ້າ​ໂອ້ອວດ​ໃນ​ຄວາມຍິ່ງ​ຈອງຫອງ​ຂອງ​ພວກເຈົ້າ. ການໂອ້ອວດ​ທັງໝົດ​ນັ້ນ​ເປັນ​ສິ່ງ​ຊົ່ວຮ້າຍ.


ແຕ່​ກໍ​ມີ​ພວກ​ຜູ້ທຳນວາຍ​ປອມ​ໃນ​ທ່າມກາງ​ປະຊາຊົນ ເຊັ່ນດຽວ​ກັບ​ທີ່​ມີ​ຄູສອນປອມ​ໃນ​ທ່າມກາງ​ພວກເຈົ້າ​ເໝືອນກັນ. ພວກເຂົາ​ຈະ​ລັກ​ນຳ​ເອົາ​ຄຳສອນ​ຜິດ​ທີ່​ເຮັດ​ໃຫ້​ເສຍຫາຍ​ເຂົ້າ​ມາ, ຈົນ​ເຖິງ​ກັບ​ປະຕິເສດ​ອົງພຣະຜູ້ເປັນເຈົ້າ​ອົງເຈົ້ານາຍ​ຜູ້​ໄດ້​ໄຖ່​ພວກເຂົາ. ເຊິ່ງ​ການກະທຳ​ຢ່າງນີ້​ຈະ​ນຳ​ຄວາມຈິບຫາຍ​ມາ​ເຖິງ​ພວກເຂົາ​ເອງ​ຢ່າງ​ໄວວາ.


ພວກເຂົາ​ຈະ​ໄດ້​ຮັບ​ການ​ຕອບແທນ​ດ້ວຍ​ຄວາມ​ຊົ່ວຮ້າຍ​ສຳລັບ​ສິ່ງ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ. ພວກເຂົາ​ຖື​ວ່າ​ການດື່ມເຫລົ້າ​ໃນ​ເວລາ​ກາງເວັນ​ເປັນ​ຄວາມສະໜຸກສະໜານ. ພວກເຂົາ​ເປັນ​ຮອຍ​ເປື້ອນ ແລະ ຮອຍ​ຕຳໜິ, ພວກເຂົາ​ຫາ​ແຕ່​ຄວາມສະໜຸກສະໜານ​ໃສ່​ຕົນ​ຂະນະ​ທີ່​ກຳລັງ​ກິນລ້ຽງ​ຮ່ວມ​ກັບ​ພວກເຈົ້າ.


ດ້ວຍ​ຄວາມໂລບ​ຂອງ​ພວກເຂົາ​ນັ້ນ ພວກຄູສອນ​ເຫລົ່ານີ້​ຈະ​ແຕ່ງ​ເລື່ອງ​ຕ່າງໆ​ຂຶ້ນ​ມາ​ເພື່ອ​ຂູດຮີດ​ພວກເຈົ້າ. ຄຳພິພາກສາ​ລົງໂທດ​ຂອງ​ພວກເຂົາ​ກໍ​ຖືກ​ຫ້ອຍ​ຢູ່​ເທິງ​ພວກເຂົາ​ດົນນານ​ມາ​ແລ້ວ ແລະ ຄວາມຈິບຫາຍ​ຂອງ​ພວກເຂົາ​ກໍ​ບໍ່​ໄດ້​ຫລັບ​ຢູ່.


ເຖິງ​ປານ​ນັ້ນ​ຄົນ​ເຫລົ່ານີ້​ໝິ່ນປະໝາດ​ໃນ​ສິ່ງ​ທີ່​ຕົນ​ບໍ່​ເຂົ້າໃຈ ແລະ ທຸກ​ສິ່ງ​ທີ່​ພວກເຂົາ​ເຂົ້າໃຈ​ໂດຍ​ສັນຊາດຕະຍານ​ເໝືອນ​ສັດ​ເດຍລະສານ​ທີ່​ບໍ່​ຮູ້​ຈັກ​ໃຊ້​ເຫດຜົນ ສິ່ງ​ເຫລົ່ານີ້​ແຫລະ​ຈະ​ທຳລາຍ​ພວກເຂົາ.


ຄົນ​ເຫລົ່ານີ້​ມັກ​ຈົ່ມ ແລະ ມັກ​ຈັບຜິດ, ພວກເຂົາ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ, ພວກເຂົາ​ອວດອ້າງ​ຕົນເອງ ແລະ ຍົກຍ້ອງ​ຄົນ​ອື່ນ​ເພື່ອ​ຫາ​ປະໂຫຍດ​ໃສ່​ຕົນເອງ.


ຄຳ​ພິພາກສາ​ຂອງ​ຄົນ​ເຫລົ່ານີ້​ໄດ້​ຖືກ​ບັນທຶກ​ໄວ້​ດົນ​ແລ້ວ ເນື່ອງ​ຈາກ​ວ່າ​ມີ​ບາງຄົນ​ໄດ້​ປອມໂຕ​ເຂົ້າ​ມາ​ໃນ​ທ່າມກາງ​ພວກເຈົ້າ. ພວກເຂົາ​ເປັນ​ຄົນອະທຳ ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ເພື່ອ​ເປັນ​ຊ່ອງທາງ​ໃຫ້​ເຮັດຜິດສິນທຳ ແລະ ປະຕິເສດ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງເຈົ້ານາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ແຕ່​ພຽງ​ອົງ​ດຽວ​ຂອງ​ພວກເຮົາ.


ຈົ່ງ​ໃຫ້​ນາງ​ທໍລະມານ ແລະ ໂສກເສົ້າ​ຫລາຍ​ເທົ່າ ເໝືອນດັ່ງ​ກຽດ ແລະ ຄວາມສະໜຸກສະໜານ​ທີ່​ນາງ​ໄດ້​ມອບ​ໃຫ້​ກັບ​ຕົນເອງ. ນາງ​ອວດອ້າງ​ໃນ​ໃຈ​ວ່າ, ‘ຂ້ອຍ​ນັ່ງ​ບັນລັງ​ເປັນ​ລາຊີນີ. ຂ້ອຍ​ບໍ່​ແມ່ນ​ແມ່ໝ້າຍ, ຂ້ອຍ​ຈະ​ບໍ່​ມີ​ມື້​ໂສກເສົ້າ’


ແຕ່​ສັດຮ້າຍ​ນັ້ນ​ຖືກ​ຈັບ​ພ້ອມ​ດ້ວຍ​ຜູ້ທຳນວາຍ​ປອມ​ທີ່​ໄດ້​ເຮັດ​ໝາຍສຳຄັນ​ແທນ​ສັດຮ້າຍ​ນັ້ນ. ດ້ວຍ​ໝາຍສຳຄັນ​ເຫລົ່ານີ້​ມັນ​ໄດ້​ຫລອກລວງ​ບັນດາ​ຜູ້​ທີ່​ໄດ້ຮັບ​ເຄື່ອງໝາຍ​ຂອງ​ສັດຮ້າຍ​ນັ້ນ ແລະ ໄດ້​ຂາບໄຫວ້​ຮູບຈຳລອງ​ຂອງ​ມັນ. ທັງ​ສັດຮ້າຍ ແລະ ຜູ້ທຳນວາຍ​ປອມ​ໄດ້​ຖືກ​ຖິ້ມ​ລົງ​ທັງເປັນ​ໃນ​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່.


ແຕ່​ຄົນຂີ້ຢ້ານ, ຄົນທີ່ບໍ່ເຊື່ອ, ຄົນຊົ່ວຊ້າ, ຜູ້ຂ້າຄົນ, ຄົນຜິດສິນທຳທາງເພດ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນຂາບໄຫວ້​ຮູບເຄົາລົບ ແລະ ຄົນເວົ້າຕົວະ​ທັງໝົດ​ນັ້ນ ພວກເຂົາ​ຈະ​ຖືກ​ສົ່ງ​ລົງ​ສູ່​ບຶງໄຟ​ທີ່​ມີ​ມາດ​ລຸກໄໝ້​ຢູ່. ນີ້​ຄື​ຄວາມຕາຍ​ຄັ້ງ​ທີສອງ”.


ຢູ່​ຂ້າງນອກ​ນັ້ນ​ມີ​ພວກໝາ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນ​ທີ່​ຜິດສິນທຳທາງເພດ, ຜູ້ຂ້າຄົນ, ຄົນ​ຂາບໄຫວ້​ຮູບເຄົາລົບ, ທຸກຄົນ​ທີ່​ຮັກ ແລະ ປະພຶດ​ຕາມ​ຄວາມຕົວະ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka