Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 2:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ເຮົາ​ບໍ່​ມີ​ຜູ້ໃດ​ທີ່​ເໝືອນ​ຕີໂມທຽວ​ຜູ້​ທີ່​ເອົາໃຈໃສ່​ໃນ​ຄວາມສຸກທຸກ​ຂອງ​ພວກເຈົ້າ​ຢ່າງ​ແທ້ຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 ເຮົາ​ບໍ່ມີ​ຜູ້ໃດ​ທີ່​ມີ​ນໍ້າໃຈ​ເໝືອນ​ຕີໂມທຽວ ຜູ້​ເປັນ​ຄົນ​ເອົາໃຈໃສ່​ໃນ​ຄວາມ​ສຸກທຸກ​ຂອງ​ພວກເຈົ້າ​ໂດຍ​ແທ້.

Uka jalj uñjjattʼäta Copia luraña




ຟີລິບປອຍ 2:20
16 Jak'a apnaqawi uñst'ayäwi  

ຄົນ​ນັ້ນ​ໄດ້​ແລ່ນ​ໜີ​ໄປ​ເພາະ​ວ່າ​ລາວ​ເປັນ​ພຽງ​ແຕ່​ຄົນຮັບຈ້າງ ແລະ ລາວ​ບໍ່​ໄດ້​ຫ່ວງໃຍ​ນຳ​ແກະ​ເລີຍ.


ການ​ທີ່​ລາວ​ເວົ້າ​ຢ່າງ​ນີ້​ບໍ່​ແມ່ນ​ເພາະ​ລາວ​ຫ່ວງໃຍ​ນໍາ​ຄົນຍາກຈົນ​ແຕ່​ເພາະ​ລາວ​ເປັນ​ຄົນຂີ້ລັກ, ໃນ​ຖານະ​ເປັນ​ຜູ້​ຖື​ຖົງ​ເງິນ ລາວ​ເຄີຍ​ຍັກຍອກ​ເອົາ​ເງິນ​ທີ່​ໃສ່​ໄວ້​ໃນ​ຖົງ​ນັ້ນ​ໄປ.


ຂໍ​ພຣະເຈົ້າ​ຜູ້​ໃຫ້​ຄວາມອົດທົນ ແລະ ກຳລັງໃຈ​ນັ້ນ​ໄດ້​ໃຫ້​ພວກເຈົ້າ​ທັງຫລາຍ​ເປັນ​ນ້ຳໜຶ່ງໃຈດຽວກັນ​ຕາມ​ຢ່າງ​ພຣະເຢຊູຄຣິດເຈົ້າ,


ເມື່ອ​ຕີໂມທຽວ​ມາ ຂໍ​ໃຫ້​ພວກເຈົ້າ​ຊ່ວຍ​ເບິ່ງແຍງ​ບໍ່​ໃຫ້​ລາວ​ຢ້ານກົວ​ຕໍ່​ສິ່ງໃດ​ໃນ​ຂະນະ​ທີ່​ລາວ​ຢູ່​ນຳ​ພວກເຈົ້າ, ເພາະ​ລາວ​ກໍ​ເຮັດວຽກ​ຂອງ​ອົງພຣະຜູ້ເປັນເຈົ້າ​ເໝືອນກັນ​ກັບ​ເຮົາ.


ແລ້ວ​ກໍ​ຈົ່ງ​ເຮັດ​ໃຫ້​ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ບໍລິບູນ​ໂດຍ​ມີ​ຄວາມຄິດ​ຢ່າງດຽວກັນ, ມີ​ຄວາມຮັກ​ຢ່າງດຽວກັນ, ເປັນ​ໜຶ່ງ​ດຽວ​ກັນ​ໃນ​ຈິດວິນຍານ ແລະ ມີ​ຈິດໃຈ​ອັນ​ດຽວ​ກັນ.


ແຕ່​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕີໂມທຽວ​ໄດ້​ພິສູດ​ຕົນເອງ​ແລ້ວ, ເພາະ​ເພິ່ນ​ໄດ້​ຮ່ວມ​ຮັບໃຊ້​ກັບ​ເຮົາ​ໃນ​ການປະກາດ​ຂ່າວປະເສີດ​ເໝືອນດັ່ງ​ລູກ​ກັບ​ພໍ່.


ແລະ ເຢຊູ ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ​ຢູສະໂຕ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ມີ​ພຽງ​ແຕ່​ຄົນ​ເຫລົ່ານີ້​ເທົ່ານັ້ນ​ທີ່​ເປັນ​ຄົນຢິວ​ໃນ​ທ່າມກາງ​ເພື່ອນຮ່ວມງານ​ຂອງ​ເຮົາ​ເພື່ອ​ອານາຈັກ​ຂອງ​ພຣະເຈົ້າ ແລະ ພວກເຂົາ​ໄດ້​ໜູນໃຈ​ເຮົາ​ຫລາຍ.


ເຖິງ​ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມີ​ແກ່​ເຈົ້າ.


ຖ້າ​ເຈົ້າ​ຫາກ​ຊີ້ແຈງ​ສິ່ງ​ເຫລົ່ານີ້​ແກ່​ພວກ​ພີ່ນ້ອງ​ທັງຫລາຍ​ທີ່​ເຊື່ອ​ແລ້ວ, ເຈົ້າ​ກໍ​ຈະ​ເປັນ​ຜູ້ຮັບໃຊ້​ທີ່​ດີ​ຂອງ​ພຣະຄຣິດເຈົ້າເຢຊູ ເຊິ່ງ​ໄດ້​ຮັບ​ການບຳລຸງລ້ຽງ​ໃນ​ຄວາມຈິງ​ແຫ່ງ​ຄວາມເຊື່ອ ແລະ ຫລັກຄຳສອນ​ອັນ​ດີ​ທີ່​ເຈົ້າ​ໄດ້​ປະຕິບັດ​ຕາມ.


ເຮົາ​ໄດ້​ຄິດເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ເຊິ່ງ​ຕອນ​ທຳອິດ​ກໍ​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ໃນ​ນາງ​ຢູນີເກ ແມ່​ຂອງ​ເຈົ້າ ແລະ ເຮົາ​ເຊື່ອ​ວ່າ​ບັດນີ້​ກໍ​ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.


ແຕ່​ເຖິງຢ່າງໃດ​ກໍ​ຕາມ, ເຈົ້າ​ກໍ​ຮູ້​ເຖິງ​ຄຳສອນ​ທັງໝົດ​ຂອງ​ເຮົາ, ວິຖີຊີວິດ​ຂອງ​ເຮົາ, ເປົ້າໝາຍ​ຂອງ​ເຮົາ, ຄວາມເຊື່ອ, ຄວາມອົດທົນ, ຄວາມຮັກ, ຄວາມທົນທານ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka