Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 1:22 - ພຣະຄຳພີລາວສະບັບສະໄໝໃໝ່

22 ຖ້າ​ເຮົາ​ຍັງ​ມີຊີວິດ​ຢູ່​ໃນ​ຮ່າງກາຍ​ນີ້​ຕໍ່ໄປ ນີ້​ກໍ​ຈະ​ໝາຍຄວາມ​ວ່າ​ພາລະກິດ​ຂອງ​ເຮົາ​ເກີດຜົນ. ແຕ່​ເຮົາ​ຈະ​ເລືອກ​ເອົາ​ທາງ​ໃດ? ເຮົາ​ກໍ​ບໍ່​ຮູ້!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

22 ຖ້າ​ເຮົາ​ຍັງ​ມີ​ຊີວິດ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ກໍ​ຈະ​ດຳເນີນ​ພາລະກິດ​ໃຫ້​ເກີດ​ປະໂຫຍດ​ຕື່ມ, ເຮົາ​ຈຶ່ງ​ບໍ່​ແນ່ໃຈ​ວ່າ ຈະ​ເລືອກ​ເອົາ​ທາງ​ໃດ​ດີ.

Uka jalj uñjjattʼäta Copia luraña




ຟີລິບປອຍ 1:22
14 Jak'a apnaqawi uñst'ayäwi  

“ມາ​ບັດນີ້ ພີ່ນ້ອງ​ຊາວ​ອິດສະຣາເອນ ຂ້າພະເຈົ້າ​ຮູ້​ແລ້ວ​ວ່າ​ສິ່ງ​ທີ່​ພວກທ່ານ​ໄດ້​ເຮັດ​ໄປ​ຕາມ​ຄວາມ​ບໍ່​ຮູ້ ພວກ​ຜູ້ນຳ​ຂອງ​ພວກທ່ານ​ກໍ​ເຮັດ​ເໝືອນ​ກັນ.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ໄດ້​ວາງແຜນ​ໄວ້​ຫລາຍ​ເທື່ອ​ແລ້ວ​ທີ່​ຈະ​ມາ​ຢ້ຽມຢາມ​ພວກເຈົ້າ (ແຕ່​ຈົນ​ເຖິງ​ດຽວນີ້​ກໍ​ຍັງ​ມີ​ເຫດ​ຂັດຂວາງ​ຢູ່) ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເກັບກ່ຽວ​ຜົນ​ບາງຢ່າງ​ໃນ​ທ່າມກາງ​ພວກເຈົ້າ ເໝືອນດັ່ງ​ທີ່​ເຮົາ​ໄດ້​ເກັບກ່ຽວ​ຜົນ​ໃນ​ທ່າມກາງ​ຄົນຕ່າງຊາດ​ອື່ນໆ.


ພຣະເຈົ້າ​ບໍ່​ໄດ້​ປະຕິເສດ​ບັນດາ​ຄົນ​ຂອງ​ພຣະອົງ​ທີ່​ພຣະອົງ​ຮູ້ຈັກ​ຕັ້ງ​ແຕ່​ກ່ອນ​ແລ້ວ. ພວກເຈົ້າ​ບໍ່​ຮູ້​ພຣະຄຳພີ​ຕອນ​ທີ່​ກ່າວ​ເຖິງ​ເອລີຢາ​ນັ້ນ​ບໍ ທີ່​ເພິ່ນ​ໄດ້​ອຸທອນ​ຕໍ່​ພຣະເຈົ້າ​ກ່ຽວກັບ​ອິດສະຣາເອນ​ວ່າ,


ເພາະ​ເຖິງແມ່ນວ່າ​ພວກເຮົາ​ດຳເນີນຊີວິດ​ຢູ່​ໃນ​ໂລກ​ນີ້ ພວກເຮົາ​ກໍ​ບໍ່​ໄດ້​ຕໍ່ສູ້​ເໝືອນດັ່ງ​ທີ່​ໂລກ​ເຮັດ.


ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດເຈົ້າ​ແລ້ວ ແລະ ເຮົາ​ຈຶ່ງ​ບໍ່​ມີຊີວິດ​ຢູ່​ຕໍ່ໄປ, ແຕ່​ພຣະຄຣິດເຈົ້າ​ມີຊີວິດ​ຢູ່​ໃນ​ເຮົາ. ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ດໍາເນີນຊີວິດ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ໄດ້​ຮັກ​ເຮົາ ແລະ ໄດ້​ມອບ​ພຣະອົງ​ເອງ​ເພື່ອ​ເຮົາ.


ເຮົາ​ຍັງ​ລັງເລໃຈ​ຢູ່​ລະຫວ່າງ​ສອງ​ທາງ ເຮົາ​ປາຖະໜາ​ຢາກ​ຈາກ​ໄປ​ແລ້ວ​ຢູ່​ກັບ​ພຣະຄຣິດເຈົ້າ, ເຊິ່ງ​ປະເສີດ​ຫລາຍ​ກວ່າ,


ແຕ່​ເປັນ​ສິ່ງ​ທີ່​ຈຳເປັນ​ສຳລັບ​ພວກເຈົ້າ​ຫລາຍກວ່າ​ທີ່​ເຮົາ​ຍັງ​ມີຊີວິດ​ຢູ່​ໃນ​ຮ່າງກາຍ.


ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ເຮົາ​ກຳລັງ​ຕໍ່ສູ້​ຫລາຍ​ເທົ່າໃດ​ເພື່ອ​ພວກເຈົ້າ, ເພື່ອ​ພວກ​ພີ່ນ້ອງ​ຊາວ​ເມືອງ​ລາວດີເກອາ ແລະ ເພື່ອ​ທຸກຄົນ​ທີ່​ຍັງ​ບໍ່​ເຄີຍ​ພົບ​ເຮົາ​ເປັນ​ການ​ສ່ວນໂຕ​ເລີຍ.


ຜົນ​ກໍ​ຄື, ພວກເຂົາ​ຈະ​ບໍ່​ດຳເນີນຊີວິດ​ທີ່​ເຫລືອ​ຢູ່​ໃນ​ໂລກ​ນີ້​ຕາມ​ຄວາມປາຖະໜາ​ຂອງ​ມະນຸດ ແຕ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka