Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 1:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ແຕ່​ສິ່ງ​ນີ້​ຈະ​ເປັນ​ຫຍັງ? ສິ່ງ​ສຳຄັນ​ກໍ​ຄື​ໃນ​ທຸກໆ​ດ້ານ ບໍ່​ວ່າ​ຈະ​ເຮັດ​ດ້ວຍ​ແຮງຈູງໃຈ​ທີ່​ຜິດ ຫລື ຖືກ, ພວກເຂົາ​ກໍ​ໄດ້​ປະກາດ​ພຣະຄຣິດເຈົ້າ​ແລ້ວ. ແລະ ເພາະ​ສິ່ງ​ນີ້​ແຫລະ​ເຮົາ​ຈຶ່ງ​ຊື່ນຊົມຍິນດີ. ແມ່ນ​ແລ້ວ ແລະ ເຮົາ​ຈະ​ຊື່ນຊົມຍິນດີ​ຕໍ່ໄປ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ຖ້າ​ຢ່າງ​ນັ້ນ​ແລ້ວ​ຈະ​ເປັນ​ປະການ​ໃດ? ເຖິງ​ແມ່ນ​ວ່າ ເຂົາ​ຈະ​ປະກາດ​ດ້ວຍ​ຢ່າງ​ໃດ​ກໍຕາມ ຈະ​ເປັນ​ດ້ວຍ​ການ​ແກ້ງເຮັດ​ຫລື​ຈິງໃຈ​ກໍດີ ແຕ່​ກໍ​ຍັງ​ປະກາດ​ເລື່ອງ​ພຣະຄຣິດ ໃນ​ການ​ນີ້​ເຮົາ​ກໍ​ມີ​ຄວາມ​ຍິນດີ ແລະ​ຄົງ​ຈະ​ມີ​ຄວາມ​ຍິນດີ​ຕໍ່ໄປ

Uka jalj uñjjattʼäta Copia luraña




ຟີລິບປອຍ 1:18
13 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ພວກເຈົ້າ ຄູສອນກົດບັນຍັດ ແລະ ຟາຣີຊາຍ ພວກ​ຄົນໜ້າຊື່ໃຈຄົດ! ພວກເຈົ້າ​ອັດ​ປະຕູ​ອານາຈັກ​ສະຫວັນ​ຕັນ​ໜ້າ​ຄົນ. ດ້ວຍວ່າ ພວກເຈົ້າ​ເອງ​ບໍ່​ເຂົ້າ​ໄປ​ແລ້ວ​ຍັງ​ຂັດຂວາງ​ຄົນ​ທີ່​ພະຍາຍາມ​ຈະ​ເຂົ້າ​ໄປ.


ພວກເຂົາ​ສໍ້ໂກງ​ເອົາ​ເຮືອນ​ຂອງ​ບັນດາ​ແມ່ໝ້າຍ ແລະ ເຮັດ​ທຳທ່າ​ອະທິຖານ​ຢ່າງ​ຍືດຍາວ​ເພື່ອ​ໃຫ້​ຄົນ​ເຫັນ. ຄົນ​ເຫລົ່ານີ້​ຈະ​ຖືກ​ລົງໂທດ​ໜັກ​ທີ່ສຸດ”.


ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ຖ້ອຍຄຳ​ເຫລົ່ານີ້. ເພາະ​ຖ້ອຍຄຳ​ນີ້​ຖືກ​ປິດບັງ​ໄວ້​ຈາກ​ພວກເພິ່ນ ເພື່ອ​ວ່າ​ພວກເພິ່ນ​ຈະ​ບໍ່​ເຂົ້າໃຈ ແລະ ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ຢ່າ​ຫ້າມ​ລາວ​ເລີຍ, ເພາະ​ຜູ້ໃດ​ກໍ​ຕາມ​ທີ່​ບໍ່​ຕໍ່ສູ້​ພວກທ່ານ​ກໍ​ເປັນ​ຝ່າຍ​ພວກທ່ານ​ແລ້ວ”.


ຖ້າ​ດັ່ງນັ້ນ​ແລ້ວ​ເຮົາ​ຈະ​ສະຫລຸບ​ວ່າ​ຢ່າງໃດ? ພວກເຮົາ​ຊາວ​ຢິວ​ໄດ້ປຽບ​ກວ່າ​ຄົນ​ອື່ນ​ບໍ? ບໍ່​ເປັນ​ດັ່ງນັ້ນ​ດອກ! ເພາະ​ເຮົາ​ກໍ​ໄດ້​ຊີ້​ໃຫ້​ເຫັນ​ແລ້ວ​ວ່າ​ທັງ​ຄົນຢິວ ແລະ ຄົນຕ່າງຊາດ​ກໍ​ລ້ວນ​ແຕ່​ຢູ່​ໃຕ້​ອຳນາດ​ຂອງ​ຄວາມບາບ​ເໝືອນ​ກັນ​ທຸກຄົນ.


ຖ້າ​ເປັນ​ເຊັ່ນ​ນີ້​ແລ້ວ​ຈະ​ວ່າ​ຢ່າງໃດ? ພວກເຮົາ​ຈະ​ເຮັດບາບ​ເພາະ​ພວກເຮົາ​ບໍ່​ໄດ້​ຢູ່​ພາຍໃຕ້​ກົດບັນຍັດ​ແຕ່​ຢູ່​ພາຍໃຕ້​ພຣະຄຸນ​ບໍ? ຢ່າ​ໃຫ້​ເປັນ​ຢ່າງນັ້ນ​ເລີຍ!


ຖ້າ​ເປັນ​ຢ່າງ​ນັ້ນ ເຮົາ​ໝາຍຄວາມ​ວ່າ​ອາຫານ​ທີ່​ບູຊາ​ໃຫ້​ແກ່​ຮູບເຄົາລົບ​ນັ້ນ​ມີ​ຄວາມສຳຄັນ​ຢ່າງນັ້ນ​ບໍ?


ດັ່ງນັ້ນ ເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ? ເຮົາ​ຈະ​ອະທິຖານ​ດ້ວຍ​ຈິດວິນຍານ​ຂອງ​ເຮົາ ແຕ່​ເຮົາ​ກໍ​ຈະ​ອະທິຖານ​ດ້ວຍ​ຄວາມເຂົ້າໃຈ​ຂອງ​ເຮົາ​ເໝືອນກັນ; ເຮົາ​ຈະ​ຮ້ອງເພງ​ດ້ວຍ​ຈິດວິນຍານ​ຂອງ​ເຮົາ ແຕ່​ເຮົາ​ກໍ​ຈະ​ຮ້ອງເພງ​ດ້ວຍ​ຄວາມເຂົ້າໃຈ​ຂອງ​ເຮົາ​ເໝືອນກັນ.


ເຫດສະນັ້ນ ບໍ່​ວ່າ​ຈະ​ເປັນ​ເຮົາ ຫລື ພວກເຂົາ​ກໍ​ດີ ນີ້​ຄື​ສິ່ງ​ທີ່​ພວກເຮົາ​ປະກາດ ແລະ ນີ້​ຄື​ສິ່ງ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ເຊື່ອ.


ເພາະ​ເຮົາ​ຮູ້​ວ່າ​ຜ່ານ​ທາງ​ຄຳອະທິຖານ​ຂອງ​ພວກເຈົ້າ ແລະ ການຈັດຕຽມ​ຂອງ​ພຣະເຈົ້າ​ໂດຍ​ພຣະວິນຍານ​ຂອງ​ພຣະເຢຊູຄຣິດເຈົ້າ ສິ່ງ​ທີ່​ເກີດຂຶ້ນ​ກັບ​ເຮົາ​ຈະ​ເປັນ​ການປົດປ່ອຍ​ເຮົາ​ໃຫ້​ລອດພົ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka