Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີລິບປອຍ 1:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ຄົນ​ກຸ່ມ​ຕໍ່ມາ​ປະກາດ​ດ້ວຍ​ຄວາມຮັກ, ເພາະ​ຮູ້​ວ່າ​ເຮົາ​ຖືກ​ຂັງ​ຢູ່​ບ່ອນນີ້​ກໍ​ເພື່ອ​ປ້ອງກັນ​ຂ່າວປະເສີດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ຄົນ​ເຫຼົ່ານັ້ນ​ແຫຼະ ທີ່​ປະກາດ​ດ້ວຍ​ຄວາມຮັກ ເພາະ​ເຂົາ​ຮູ້​ວ່າ​ພຣະເຈົ້າ​ໄດ້​ມອບ​ພາລະກິດ​ການ​ປ້ອງກັນ​ຂ່າວປະເສີດ​ນີ້​ໃຫ້​ແກ່​ເຮົາ.

Uka jalj uñjjattʼäta Copia luraña




ຟີລິບປອຍ 1:16
13 Jak'a apnaqawi uñst'ayäwi  

ຖ້າ​ເຮົາ​ປະກາດ​ດ້ວຍ​ຄວາມສະໝັກ​ໃຈ ເຮົາ​ກໍ​ໄດ້ຮັບ​ລາງວັນ, ຖ້າ​ເຮົາ​ບໍ່​ສະໝັກໃຈ​ປະກາດ ເຮົາ​ກໍ​ຍັງ​ຕ້ອງ​ເຮັດ​ໜ້າທີ່​ຕາມ​ຄວາມ​ໄວ້ໃຈ​ທີ່​ໄດ້​ມອບໝາຍ​ໃຫ້​ແກ່​ເຮົາ.


ພວກເຮົາ​ບໍ່​ເໝືອນ​ຫລາຍ​ຄົນ ທີ່​ເລາະ​ຂາຍ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ຫາ​ກຳໄລ. ແຕ່​ກົງກັນຂ້າມ ໃນ​ພຣະຄຣິດເຈົ້າ ພວກເຮົາ​ກ່າວ​ຕໍ່ໜ້າ​ພຣະເຈົ້າ​ດ້ວຍ​ຄວາມຈິງໃຈ​ເໝືອນ​ດັ່ງ​ບັນດາ​ຄົນ​ທີ່​ພຣະເຈົ້າ​ໄດ້​ໃຊ້​ມາ.


ເພື່ອ​ວ່າ​ພວກເຈົ້າ​ທັງຫລາຍ​ຈະ​ສາມາດ​ທົດສອບ​ໄດ້​ວ່າ​ສິ່ງ​ໃດ​ດີ​ທີ່ສຸດ ແລະ ເພື່ອ​ພວກເຈົ້າ​ຈະ​ໄດ້​ບໍລິສຸດ ແລະ ບໍ່​ມີ​ຕຳໜິ​ສຳລັບ​ວັນ​ຂອງ​ພຣະຄຣິດເຈົ້າ,


ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ແທ້ຈິງ​ແລ້ວ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ນັ້ນ ກໍ​ເພື່ອ​ເຮັດ​ໃຫ້​ຂ່າວປະເສີດ​ແຜ່ຂະຫຍາຍ​ອອກ​ໄປ.


ເພາະວ່າ​ພວກເຈົ້າ​ມີ​ສ່ວນ​ຮ່ວມ​ໃນ​ຂ່າວປະເສີດ​ຕັ້ງແຕ່​ມື້​ທຳອິດ​ຈົນ​ມາເຖິງ​ດຽວນີ້,


ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮົາ​ຮູ້ສຶກ​ແບບນີ້​ກັບ​ພວກເຈົ້າ​ທຸກຄົນ, ເນື່ອງຈາກ​ເຮົາ​ມີ​ພວກເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ, ບໍ່​ວ່າ​ເຮົາ​ກຳລັງ​ຖືກ​ລ່າມໂສ້ ຫລື ກຳລັງ​ກ່າວ​ປ້ອງກັນ ແລະ ກຳລັງ​ຢືນຢັນ​ຂ່າວປະເສີດ​ຢູ່​ກໍ​ຕາມ, ພວກເຈົ້າ​ທັງໝົດ​ກໍ​ໄດ້​ຮັບ​ສ່ວນແບ່ງ​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຮ່ວມ​ກັບ​ເຮົາ.


ແຕ່​ພວກເຈົ້າ​ຮູ້​ແລ້ວ​ວ່າ​ຕີໂມທຽວ​ໄດ້​ພິສູດ​ຕົນເອງ​ແລ້ວ, ເພາະ​ເພິ່ນ​ໄດ້​ຮ່ວມ​ຮັບໃຊ້​ກັບ​ເຮົາ​ໃນ​ການປະກາດ​ຂ່າວປະເສີດ​ເໝືອນດັ່ງ​ລູກ​ກັບ​ພໍ່.


ຫລາຍກວ່ານັ້ນ, ຕາມ​ທີ່​ພວກເຈົ້າ​ຊາວຟີລິບປອຍ​ກໍ​ຮູ້, ໃນ​ຕອນ​ທີ່​ພວກເຈົ້າ​ໄດ້​ຮູ້ຈັກ​ຂ່າວປະເສີດ​ທຳອິດ​ນັ້ນ, ຄື​ເມື່ອ​ເຮົາ​ໄດ້​ອອກ​ເດີນທາງ​ຈາກ​ແຂວງ​ມາເກໂດເນຍ​ໄປ​ນັ້ນ, ບໍ່​ມີ​ຄຣິສຕະຈັກ​ໃດ​ມີ​ສ່ວນຮ່ວມ​ໃນ​ລາຍຈ່າຍ ແລະ ລາຍໄດ້​ຂອງ​ເຮົາ​ເລີຍ, ຍົກເວັ້ນ​ພວກເຈົ້າ​ເທົ່ານັ້ນ;


ແລະ ເຮົາ​ຂໍຮ້ອງ​ພວກເຈົ້າ​ຜູ້​ເປັນ​ເພື່ອນຮ່ວມງານ​ທີ່​ແທ້ຈິງ​ຂອງ​ເຮົາ, ໃຫ້​ຊ່ວຍເຫລືອ​ແມ່ຍິງ​ເຫລົ່ານີ້ ເພາະ​ພວກເຂົາ​ໄດ້​ຕໍ່ສູ້​ຄຽງຂ້າງ​ເຮົາ​ໃນ​ວຽກງານ​ຂ່າວປະເສີດ ພ້ອມ​ທັງ​ກະເລເມ ແລະ ເພື່ອນ​ຮ່ວມງານ​ຄົນ​ອື່ນໆ​ຂອງ​ເຮົາ​ດ້ວຍ ຄົນ​ເຫລົ່ານີ້​ມີ​ຊື່​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka