Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີເລໂມນ 1:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ແຕ່​ຂໍຮ້ອງ​ເຈົ້າ​ເທິງ​ພື້ນຖານ​ຂອງ​ຄວາມຮັກ ເຮົາ​ໂປໂລ​ຜູ້​ເຖົ້າແກ່ ແລະ ບັດນີ້​ຍັງ​ເປັນ​ນັກໂທດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າເຢຊູ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ແຕ່​ເພາະ​ເຮົາ​ຮັກ​ເຈົ້າ ເຮົາ​ຈຶ່ງ​ຂໍຮ້ອງ​ເຈົ້າ​ດີກວ່າ ເຮົາ​ຄື​ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຢຊູ​ຄຣິດເຈົ້າ ແລະ​ຖືກ​ຄຸກ​ຢູ່​ໃນ​ປະຈຸບັນ​ນີ້ ກໍ​ເພື່ອ​ເຫັນ​ແກ່​ພຣະອົງ​ດ້ວຍ.

Uka jalj uñjjattʼäta Copia luraña




ຟີເລໂມນ 1:9
17 Jak'a apnaqawi uñst'ayäwi  

ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ເພື່ອ​ເຫັນແກ່​ຄວາມ​ເມດຕາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ທັງຫລາຍ​ໃຫ້​ຖວາຍ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະເຈົ້າ ເພື່ອ​ເປັນ​ເຄື່ອງຖວາຍ​ບູຊາ​ທີ່​ມີຊີວິດ, ທີ່​ບໍລິສຸດ ແລະ ທີ່​ພໍໃຈ​ພຣະເຈົ້າ ນີ້​ເປັນ​ການນະມັດສະການ​ທີ່​ແທ້ຈິງ ແລະ ເໝາະສົມ.


ເຫດສະນັ້ນ ພວກເຮົາ​ຈຶ່ງ​ເປັນ​ທູດ​ຂອງ​ພຣະຄຣິດເຈົ້າ ເໝືອນ​ກັບ​ວ່າ ພຣະເຈົ້າ​ເຮັດ​ຂໍ້ຮຽກຮ້ອງ​ຂອງ​ພຣະອົງ​ຜ່ານທາງ​ພວກເຮົາ. ພວກເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະຄຣິດເຈົ້າ​ວ່າ: ຈົ່ງ​ຄືນດີ​ກັນ​ກັບ​ພຣະເຈົ້າ.


ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.


ດັ່ງນັ້ນ ໃນ​ພຣະຄຣິດເຈົ້າເຢຊູ ພວກເຈົ້າ​ທຸກຄົນ​ຈຶ່ງ​ເປັນ​ລູກ​ຂອງ​ພຣະເຈົ້າ​ໂດຍ​ທາງ​ຄວາມເຊື່ອ.


ດ້ວຍ​ເຫດ​ນີ້, ເຮົາ​ຄື​ໂປໂລ ຜູ້​ເປັນ​ນັກໂທດ​ຂອງ​ພຣະຄຣິດເຈົ້າເຢຊູ​ເພາະ​ເຫັນ​ແກ່​ພວກເຈົ້າ​ທີ່​ເປັນ​ຄົນຕ່າງຊາດ.


ດັ່ງນັ້ນ, ເຮົາ​ຜູ້​ເປັນ​ນັກໂທດ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ສົມ​ກັບ​ການ​ເອີ້ນ​ທີ່​ພວກເຈົ້າ​ໄດ້​ຮັບ.


ເພາະ​ຍ້ອນ​ຂ່າວປະເສີດ​ນີ້​ແຫລະ ເຮົາ​ຈຶ່ງ​ເປັນ​ທູດ​ທີ່​ຖືກ​ລ່າມ​ໂສ້​ຢູ່. ຈົ່ງ​ອະທິຖານ​ເພື່ອ​ວ່າ​ເຮົາ​ຈະ​ປະກາດ​ຂ່າວປະເສີດ​ນັ້ນ​ຢ່າງ​ກ້າຫານ​ຕາມ​ທີ່​ເຮົາ​ຄວນ​ຈະ​ກ່າວ.


ເຮົາ​ຂອບພຣະຄຸນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ, ຜູ້​ໃຫ້​ກຳລັງ​ແກ່​ເຮົາ, ເພາະ​ພຣະອົງ​ເຫັນ​ວ່າ​ເຮົາ​ສັດຊື່​ຈຶ່ງ​ແຕ່ງຕັ້ງ​ເຮົາ​ໃຫ້​ຮັບໃຊ້​ພຣະອົງ.


ຈົ່ງ​ສອນ​ພວກ​ຜູ້ຊາຍ​ອາວຸໂສ​ໃຫ້​ເປັນ​ຜູ້​ຮູ້ຈັກ​ຄວບຄຸມອາລົມ, ເປັນ​ຄົນ​ໜ້າ​ນັບຖື, ເປັນ​ຄົນ​ຮູ້ຈັກ​ຄວບຄຸມ​ຕົນເອງ, ເຂັ້ມແຂງ​ໃນ​ຄວາມເຊື່ອ, ໃນ​ຄວາມຮັກ ແລະ ໃນ​ຄວາມອົດທົນ.


ເຮົາ​ຂໍຮ້ອງ​ພວກເຈົ້າ​ເປັນ​ພິເສດ​ໃຫ້​ອະທິຖານ​ຂໍ​ໃຫ້​ເຮົາ​ໄດ້​ກັບ​ມາ​ຫາ​ພວກເຈົ້າ​ໃນ​ໄວໆ​ນີ້.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຄົນຕ່າງດ້າວ ແລະ ເປັນ​ຄົນຕ່າງຖິ່ນ, ຈົ່ງ​ລະເວັ້ນ​ຈາກ​ຄວາມປາຖະໜາ​ຊົ່ວ ເຊິ່ງ​ຕໍ່ສູ້​ກັບ​ຈິດວິນຍານ​ຂອງ​ພວກເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka