Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີເລໂມນ 1:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ນ້ອງຊາຍ​ເອີຍ, ຄວາມຮັກ​ຂອງ​ເຈົ້າ​ໄດ້​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ ແລະ ມີ​ກຳລັງໃຈ​ຫລາຍ ເພາະວ່າ​ເຈົ້າ​ໄດ້​ເຮັດ​ໃຫ້​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ​ຊື່ນໃຈ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ເຮົາ​ມີ​ຄວາມ​ຍິນດີ​ຫລາຍ ແລະ​ໄດ້​ຮັບ​ຄວາມ​ໜູນໃຈ ເພາະ​ຄວາມຮັກ​ຂອງ​ເຈົ້າ ຈິດໃຈ​ໄພ່ພົນ​ຜູ້​ບໍຣິສຸດ​ຂອງ​ພຣະເຈົ້າ​ກໍໄດ້​ຮັບ​ຄວາມ​ສົດຊື່ນ​ຂຶ້ນ​ເພາະ​ເຈົ້າ.

Uka jalj uñjjattʼäta Copia luraña




ຟີເລໂມນ 1:7
11 Jak'a apnaqawi uñst'ayäwi  

ເພາະ​ພວກເຂົາ​ໄດ້​ຟື້ນ​ຈິດໃຈ​ຂອງ​ເຮົາ​ຂຶ້ນ​ໃໝ່ ແລະ ຈິດໃຈ​ຂອງ​ພວກເຈົ້າ​ທັງຫລາຍ​ດ້ວຍ. ບັນດາ​ຄົນ​ຢ່າງ​ນີ້​ສົມຄວນ​ໄດ້​ຮັບ​ການຍອມຮັບ.


ດ້ວຍເຫດ​ນີ້​ແຫລະ ພວກເຮົາ​ຈຶ່ງ​ໄດ້​ຮັບ​ການ​ໜູນໃຈ. ນອກຈາກ​ພວກເຮົາ​ເອງ​ໄດ້ຮັບ​ກຳລັງໃຈ​ແລ້ວ ພວກເຮົາ​ຍັງ​ມີ​ຄວາມຍິນດີ​ເປັນ​ພິເສດ​ທີ່​ເຫັນ​ຕີໂຕ​ມີ​ຄວາມສຸກ, ເພາະວ່າ​ພວກເຈົ້າ​ທັງຫລາຍ​ເຮັດ​ໃຫ້​ຈິດວິນຍານ​ຂອງ​ຕີໂຕ​ສົດຊື່ນ​ຂຶ້ນ​ມາ​ໃໝ່.


ເຮົາ​ໄດ້​ເວົ້າ​ກັບ​ພວກເຈົ້າ​ດ້ວຍ​ຄວາມ​ຈິງໃຈ​ຫລາຍ; ເຮົາ​ພູມໃຈ​ໃນ​ພວກເຈົ້າ​ຫລາຍ. ເຮົາ​ໄດ້​ຮັບ​ກຳລັງໃຈ​ຢ່າງ​ຫລວງຫລາຍ; ໃນ​ຄວາມຍາກລຳບາກ​ທັງໝົດ​ຂອງ​ພວກເຮົາ​ນັ້ນ ຄວາມຊື່ນຊົມຍິນດີ​ຂອງ​ເຮົາ​ກໍ​ຮູ້​ວ່າ​ບໍ່​ມີ​ທີ່​ສິ້ນສຸດ.


ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ພວກເຮົາ​ໄດ້​ລະນຶກ​ເຖິງ​ການງານ​ຂອງ​ພວກເຈົ້າ​ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ, ການເຮັດວຽກ​ໜັກ​ຂອງ​ພວກເຈົ້າ​ທີ່​ເກີດ​ຈາກ​ຄວາມຮັກ ແລະ ຄວາມອົດທົນ​ຂອງ​ພວກເຈົ້າ​ທີ່​ໄດ້​ຮັບ​ແຮງບັນດານໃຈ​ມາ​ຈາກ​ຄວາມຫວັງ​ໃນ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແລະ ພວກເຮົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ​ຢູ່​ສະເໝີ ເພາະ​ເມື່ອ​ພວກເຈົ້າ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ ເຊິ່ງ​ພວກເຈົ້າ​ໄດ້​ຍິນ​ຈາກ​ພວກເຮົາ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ໄວ້​ເໝືອນດັ່ງ​ເປັນ​ຖ້ອຍຄຳ​ຂອງ​ມະນຸດ​ຜູ້​ໜຶ່ງ ແຕ່​ໄດ້​ຮັບ​ໄວ້​ຕາມ​ທີ່​ເປັນ​ຈິງ​ຄື ເປັນ​ພຣະຄຳ​ຂອງ​ພຣະເຈົ້າ​ທີ່​ກຳລັງ​ທຳງານ​ຢູ່​ພາຍໃນ​ພວກເຈົ້າ​ທັງຫລາຍ​ທີ່​ເຊື່ອ.


ສິ່ງໃດ​ເປັນ​ຄວາມຫວັງ​ຂອງ​ພວກເຮົາ, ສິ່ງໃດ​ເປັນ​ຄວາມ​ຊື່ນຊົມຍິນດີ​ຂອງ​ພວກເຮົາ ຫລື ເປັນ​ມົງກຸດ​ທີ່​ພວກເຮົາ​ຈະ​ພາກພູມໃຈ​ຕໍ່ໜ້າ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເມື່ອ​ພຣະອົງ​ຈະ​ມາ? ບໍ່​ແມ່ນ​ພວກເຈົ້າ​ບໍ?


ພວກເຮົາ​ຈະ​ສາມາດ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢ່າງໃດ​ຈຶ່ງ​ຈະ​ສົມ​ກັບ​ຄວາມຊື່ນຊົມຍິນດີ​ທັງຫລາຍ​ທີ່​ພວກເຮົາ​ມີ​ຕໍ່ໜ້າ​ພຣະເຈົ້າ​ຂອງ​ພວກເຮົາ​ເພາະ​ຍ້ອນ​ພວກເຈົ້າ?


ຂໍ​ໃຫ້​ອົງພຣະຜູ້ເປັນເຈົ້າ​ສະແດງ​ຄວາມ​ເມດຕາ​ແກ່​ຄອບຄົວ​ຂອງ​ໂອເນຊີໂຟໂຣ ເພາະ​ລາວ​ເຮັດ​ໃຫ້​ເຮົາ​ຊື່ນໃຈ​ເລື້ອຍໆ ແລະ ບໍ່​ລະອາຍ​ທີ່​ເຮົາ​ຖືກ​ລ່າມ​ໂສ້​ຢູ່.


ນ້ອງຊາຍ​ເອີຍ, ເຮົາ​ປາຖະໜາ​ວ່າ​ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ບາງ​ຢ່າງ​ຈາກ​ເຈົ້າ​ໃນ​ອົງພຣະຜູ້ເປັນເຈົ້າ, ຄື​ເຮັດ​ໃຫ້​ເຮົາ​ໄດ້​ຊື່ນ​ໃຈ​ໃນ​ພຣະຄຣິດເຈົ້າ.


ເຮົາ​ມີ​ຄວາມຊື່ນຊົມຍິນດີ​ຫລາຍ​ທີ່​ເຫັນ​ວ່າ​ບັນດາ​ລູກ​ຂອງ​ພວກເຈົ້າ​ບາງຄົນ​ດຳເນີນຊີວິດ​ໃນ​ຄວາມຈິງ ເໝືອນ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka