Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີເລໂມນ 1:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ບໍ່​ແມ່ນ​ໃນ​ຖານະ​ຂ້າທາດ​ອີກ​ຕໍ່ໄປ, ແຕ່​ດີ​ກວ່າ​ຂ້າທາດ​ອີກ ເປັນ​ເໝືອນ​ນ້ອງ​ຮັກ​ຄົນ​ໜຶ່ງ. ລາວ​ເປັນ​ທີ່ຮັກ​ຂອງ​ເຮົາ ແລະ ລາວ​ຈະ​ເປັນ​ທີ່ຮັກ​ຂອງ​ເຈົ້າ​ຫລາຍ​ຂຶ້ນ​ກວ່າ​ນັ້ນ​ອີກ, ທັງ​ໃນ​ຖານະ​ທີ່​ເປັນ​ເພື່ອນ​ມະນຸດ ແລະ ໃນ​ຖານະ​ທີ່​ເປັນ​ພີ່ນ້ອງ​ກັນ​ໃນ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ເພາະ​ບັດນີ້ ລາວ​ບໍ່ແມ່ນ​ເປັນ​ພຽງ​ຄົນ​ຮັບໃຊ້​ຄົນ​ໜຶ່ງ​ເທົ່ານັ້ນ ແຕ່​ດີກວ່າ​ຄົນ​ຮັບໃຊ້​ອີກ ຄື​ເປັນ​ອ້າຍ​ນ້ອງ​ທີ່ຮັກ​ຄົນ​ໜຶ່ງ, ລາວ​ເປັນ​ທີ່ຮັກ​ແກ່​ເຮົາ​ຫລາຍ ແລະ​ກໍ​ຄົງ​ເປັນ​ທີ່ຮັກ​ແກ່​ເຈົ້າ​ຫລາຍກວ່າ​ນັ້ນ​ອີກ ທັງ​ໃນ​ຖານະ​ທີ່​ເປັນ​ເພື່ອນ​ມະນຸດ ແລະ​ໃນ​ຖານະ​ທີ່​ເປັນ​ພີ່ນ້ອງ​ກັນ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ.

Uka jalj uñjjattʼäta Copia luraña




ຟີເລໂມນ 1:16
10 Jak'a apnaqawi uñst'ayäwi  

“ສ່ວນ​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ຣັບບີ’ ເພາະ​ພວກເຈົ້າ​ມີ​ອາຈານ​ພຽງແຕ່​ຜູ້​ດຽວ ແລະ ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ,


ແລ້ວ​ອານາເນຍ​ກໍ​ໄປ ແລະ ເຂົ້າ​ໄປ​ໃນ​ເຮືອນ​ນັ້ນ. ລາວ​ໄດ້​ວາງມື​ໃສ່​ໂຊໂລ, ລາວ​ເວົ້າ​ວ່າ, “ອ້າຍ​ໂຊໂລ, ອົງພຣະຜູ້ເປັນເຈົ້າ​ຄື​ພຣະເຢຊູເຈົ້າ ຜູ້​ທີ່​ໄດ້​ປາກົດ​ແກ່​ເຈົ້າ​ລະຫວ່າງ​ທາງ​ທີ່​ເຈົ້າ​ກຳລັງ​ມາ​ນັ້ນ ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເຫັນຮຸ່ງ​ອີກ ແລະ ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.


ເພາະ​ຜູ້​ທີ່​ເປັນ​ຂ້າທາດ​ເມື່ອ​ຖືກ​ເອີ້ນ​ມາ​ສູ່​ຄວາມເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ​ນັ້ນ ກໍ​ເປັນ​ຄົນ​ທີ່​ມີ​ອິດສະຫລະ​ໃນ​ອົງພຣະຜູ້ເປັນເຈົ້າ; ໃນ​ທຳນອງດຽວກັນ ຜູ້​ທີ່​ເປັນ​ອິດສະຫລະ​ເມື່ອ​ຖືກ​ເອີ້ນ​ນັ້ນ ກໍ​ເປັນ​ຂ້າທາດ​ຂອງ​ພຣະຄຣິດເຈົ້າ.


ຝ່າຍ​ຂ້າທາດ​ທັງຫລາຍ ຈົ່ງ​ຍອມ​ເຊື່ອຟັງ​ນາຍ​ຝ່າຍ​ໂລກ​ຂອງ​ຕົນ​ໃນ​ທຸກສິ່ງ ແລະ ຈົ່ງ​ເຮັດ​ຢ່າງ​ນີ້​ບໍ່​ແມ່ນ​ພຽງແຕ່​ຢູ່​ຕໍ່ໜ້າ ຫລື ເຮັດ​ເພື່ອ​ເອົາ​ໃຈ​ເທົ່ານັ້ນ ແຕ່​ເຮັດ​ດ້ວຍ​ຄວາມຈິງໃຈ ແລະ ດ້ວຍ​ຄວາມຢຳເກງ​ອົງພຣະຜູ້ເປັນເຈົ້າ.


ສ່ວນ​ບັນດາ​ຄົນ​ທີ່​ມີ​ນາຍ​ເປັນ​ຜູ້ທີ່ເຊື່ອ​ກໍ​ບໍ່​ຄວນ​ສະແດງ​ຄວາມ​ບໍ່​ນັບຖື​ຕໍ່​ພວກເພິ່ນ ເພາະ​ພວກເພິ່ນ​ເປັນ​ຜູ້ທີ່ເຊື່ອ​ດ້ວຍ​ກັນ. ກົງກັນຂ້າມ, ພວກເຂົາ​ສົມຄວນ​ຈະ​ຮັບໃຊ້​ນາຍ​ເຫລົ່ານັ້ນ​ໃຫ້​ດີ​ຍິ່ງ​ຂຶ້ນ​ເພາະວ່າ​ນາຍ​ຂອງ​ພວກເຂົາ​ນັ້ນ​ເປັນ​ທີ່ຮັກ​ຂອງ​ພວກເຂົາ​ເປັນ​ຜູ້ທີ່ເຊື່ອ ແລະ ໄດ້​ອຸທິດ​ຕົນ​ເພື່ອ​ສະຫວັດດີການ​ຂອງ​ຂ້າທາດ​ຂອງ​ຕົນ. ເຈົ້າ​ຈົ່ງ​ສັ່ງສອນ ແລະ ເນັ້ນ​ພວກເຂົາ​ໃຫ້​ເຮັດ​ສິ່ງ​ເຫລົ່ານີ້.


ເຫດສະນັ້ນ ພີ່ນ້ອງ​ຜູ້​ບໍລິສຸດ​ທັງຫລາຍ, ຜູ້​ຮ່ວມ​ໃນ​ການ​ເອີ້ນ​ຈາກ​ສະຫວັນ, ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ທີ່​ພຣະເຢຊູເຈົ້າ, ຜູ້​ທີ່​ພວກເຮົາ​ຍອມຮັບ​ວ່າ​ເປັນ​ອັກຄະສາວົກ ແລະ ເປັນ​ມະຫາ​ປະໂລຫິດ​ຂອງ​ພວກເຮົາ.


ທຸກຄົນ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ ທຸກຄົນ​ທີ່​ຮັກ​ພຣະບິດາເຈົ້າ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka