Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີເລໂມນ 1:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເມື່ອ​ກ່ອນ​ລາວ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ, ແຕ່​ດຽວນີ້​ລາວ​ເປັນ​ປະໂຫຍດ​ທັງ​ແກ່​ເຈົ້າ ແລະ ແກ່​ເຮົາ​ເໝືອນ​ກັນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ເມື່ອ​ກ່ອນ​ລາວ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ ແຕ່​ບັດນີ້​ລາວ​ເປັນ​ປະໂຫຍດ​ແກ່​ເຈົ້າ ແລະ​ແກ່​ເຮົາ​ເໝືອນກັນ.

Uka jalj uñjjattʼäta Copia luraña




ຟີເລໂມນ 1:11
10 Jak'a apnaqawi uñst'ayäwi  

ແລະ ໂຍນ​ຄົນຮັບໃຊ້​ຜູ້​ບໍ່​ມີ​ປະໂຫຍດ​ຄົນ​ນີ້​ຖິ້ມ​ອອກໄປ​ຂ້າງນອກ​ໃນ​ທີ່​ມືດ ບ່ອນ​ທີ່​ມີ​ການ​ຮ້ອງໄຫ້ ແລະ ຂົບແຂ້ວ​ຢູ່’.


ເພາະ​ລູກຊາຍ​ຄົນ​ນີ້​ຂອງ​ເຮົາ​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ, ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’. ດັ່ງນັ້ນ ພວກເຂົາ​ຈຶ່ງ​ເລີ່ມ​ພາກັນ​ສະຫລອງ.


ແຕ່​ທີ່​ພວກເຮົາ​ຕ້ອງ​ສະຫລອງ ແລະ ຊື່ນຊົມຍິນດີ​ນັ້ນ, ເພາະ​ນ້ອງຊາຍ​ຂອງ​ເຈົ້າ​ຄົນ​ນີ້​ໄດ້​ຕາຍ​ແລ້ວ ແລະ ໄດ້​ມີຊີວິດ​ອີກ. ລາວ​ເສຍ​ໄປ​ແລ້ວ ແລະ ໄດ້​ພົບ​ກັນ​ອີກ’”.


ດັ່ງນັ້ນ ພວກເຈົ້າ​ກໍ​ເໝືອນກັນ, ເມື່ອ​ພວກເຈົ້າ​ໄດ້​ປະຕິບັດ​ທຸກສິ່ງ​ຕາມ​ຄຳສັ່ງ​ທີ່​ໃຫ້​ເຮັດ​ແລ້ວ ກໍ​ຄວນ​ເວົ້າ​ວ່າ, ‘ພວກຂ້ານ້ອຍ​ເປັນ​ຄົນຮັບໃຊ້​ທີ່​ບໍ່​ມີ​ຄຸນຄ່າ, ພວກຂ້ານ້ອຍ​ພຽງ​ແຕ່​ໄດ້​ເຮັດ​ຕາມ​ໜ້າທີ່​ຂອງ​ພວກຂ້ານ້ອຍ​ເທົ່ານັ້ນ’”.


ທຸກຄົນ​ໄດ້​ຫັນໜີ​ໄປ, ພວກເຂົາ​ພາກັນ​ກາຍເປັນ​ຄົນໄຮ້ຄ່າ​ໄປ​ໝົດ; ບໍ່​ມີ​ຈັກ​ຄົນ​ທີ່​ເຮັດ​ຄວາມດີ ບໍ່​ມີ​ແມ່ນ​ແຕ່​ຄົນ​ດຽວ”.


ຍັງ​ເຫລືອ​ແຕ່​ລູກາ​ທີ່​ຢູ່​ກັບ​ເຮົາ. ຈົ່ງ​ພາ​ມາຣະໂກ​ມາ​ກັບ​ເຈົ້າ​ເພາະ​ລາວ​ຊ່ວຍ​ໃນ​ພັນທະກິດ​ຂອງ​ເຮົາ​ໄດ້​ຫລາຍ.


ເຮົາ​ຂໍຮ້ອງ​ເຈົ້າ​ເລື່ອງ​ລູກຊາຍ​ຂອງ​ເຮົາ​ຄື​ໂອເນຊີໂມ ຜູ້​ທີ່​ໄດ້​ກາຍເປັນ​ລູກຊາຍ​ຂອງ​ເຮົາ​ໃນ​ຂະນະ​ທີ່​ເຮົາ​ຖືກ​ລ່າມໂສ້​ຢູ່.


ບັດນີ້ ເຮົາ​ໄດ້​ສົ່ງ​ລາວ​ຜູ້​ເປັນ​ໝາກ​ຫົວໃຈ​ຂອງ​ເຮົາ​ກັບ​ຄືນ​ມາ​ຫາ​ເຈົ້າ.


ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ເປັນ​ຄົນ​ຂອງ​ພຣະເຈົ້າ ແຕ່​ບັດນີ້​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະອົງ, ເມື່ອກ່ອນ​ນັ້ນ ພວກເຈົ້າ​ບໍ່​ໄດ້​ຮັບ​ຄວາມເມດຕາ ແຕ່​ບັດນີ້ ພວກເຈົ້າ​ໄດ້​ຮັບ​ຄວາມເມດຕາ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka