Biblia Todo Logo
Internet tuqin Biblia

- Anuncios ukanaka -




ຟີເລໂມນ 1:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເຮົາ​ຂໍຮ້ອງ​ເຈົ້າ​ເລື່ອງ​ລູກຊາຍ​ຂອງ​ເຮົາ​ຄື​ໂອເນຊີໂມ ຜູ້​ທີ່​ໄດ້​ກາຍເປັນ​ລູກຊາຍ​ຂອງ​ເຮົາ​ໃນ​ຂະນະ​ທີ່​ເຮົາ​ຖືກ​ລ່າມໂສ້​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ດັ່ງນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ເຈົ້າ​ເພື່ອ​ໂອເນຊີໂມ ຜູ້​ທີ່​ເປັນ​ລູກ​ຂອງເຮົາ​ໃນ​ພຣະຄຣິດ. ດ້ວຍວ່າ, ເມື່ອ​ເຮົາ​ຖືກ​ຄຸກ​ຢູ່​ນັ້ນ ເຮົາ​ໄດ້​ກາຍເປັນ​ພໍ່​ຂອງ​ລາວ​ຝ່າຍ​ຄວາມເຊື່ອ.

Uka jalj uñjjattʼäta Copia luraña




ຟີເລໂມນ 1:10
14 Jak'a apnaqawi uñst'ayäwi  

ມີ​ຊາຍ​ຄົນ​ໜຶ່ງ​ໃນ​ບັນດາ​ປະຊາຊົນ​ນັ້ນ​ຕອບ​ວ່າ, “ອາຈານ​ເອີຍ, ຂ້ານ້ອຍ​ໄດ້​ນໍາ​ລູກຊາຍ​ຂອງ​ຂ້ານ້ອຍ​ມາ​ຫາ​ທ່ານ, ລາວ​ຖືກ​ຜີມານຮ້າຍ​ສິງ​ຈົນ​ເຮັດ​ໃຫ້​ລາວ​ປາກກືກ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ເອີຍ ເພື່ອ​ເຫັນແກ່​ຄວາມ​ເມດຕາ​ຂອງ​ພຣະເຈົ້າ ເຮົາ​ຈຶ່ງ​ຮຽກຮ້ອງ​ພວກເຈົ້າ​ທັງຫລາຍ​ໃຫ້​ຖວາຍ​ຮ່າງກາຍ​ຂອງ​ພວກເຈົ້າ​ແກ່​ພຣະເຈົ້າ ເພື່ອ​ເປັນ​ເຄື່ອງຖວາຍ​ບູຊາ​ທີ່​ມີຊີວິດ, ທີ່​ບໍລິສຸດ ແລະ ທີ່​ພໍໃຈ​ພຣະເຈົ້າ ນີ້​ເປັນ​ການນະມັດສະການ​ທີ່​ແທ້ຈິງ ແລະ ເໝາະສົມ.


ທີ່​ເຮົາ​ຂຽນ​ມາ​ນີ້ ບໍ່ແມ່ນ​ເພື່ອ​ໃຫ້​ພວກເຈົ້າ​ອັບອາຍ ແຕ່​ເພື່ອ​ເຕືອນ​ພວກເຈົ້າ​ໃນ​ຖານະ​ລູກ​ທີ່​ຮັກ​ຂອງ​ເຮົາ.


ເຖິງແມ່ນວ່າ ໃນ​ພຣະຄຣິດເຈົ້າ​ພວກເຈົ້າ​ມີ​ຜູ້ປ້ອງກັນຮັກສາ​ເປັນ​ສິບພັນ​ຄົນ​ກໍຕາມ, ພວກເຈົ້າ​ກໍ​ບໍ່​ມີ​ພໍ່​ຫລາຍ​ຄົນ, ເພາະ​ໃນ​ພຣະເຢຊູຄຣິດເຈົ້າ ເຮົາ​ໄດ້​ກາຍເປັນ​ພໍ່​ຂອງ​ພວກເຈົ້າ​ໂດຍ​ທາງ​ຂ່າວປະເສີດ.


ລູກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຮົາ​ຍັງ​ຕ້ອງ​ເຈັບປວດ​ເໝືອນ​ກັບ​ແມ່​ທີ່​ເຈັບທ້ອງ​ເກີດລູກ​ເພື່ອ​ພວກເຈົ້າ​ອີກ ຈົນ​ກວ່າ​ພຣະຄຣິດເຈົ້າ​ຈະ​ກໍ່​ຮ່າງ​ຂຶ້ນ​ໃນ​ພວກເຈົ້າ,


ລາວ​ຈະ​ມາ​ພ້ອມ​ກັບ​ໂອເນຊີໂມ ນ້ອງ​ຮັກ ແລະ ສັດຊື່​ຂອງ​ພວກເຮົາ, ລາວ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ. ພວກເຂົາ​ຈະ​ບອກ​ທຸກຢ່າງ​ທີ່​ເກີດຂຶ້ນ​ຢູ່​ທີ່​ນີ້​ໃຫ້​ພວກເຈົ້າ​ຟັງ.


ເຖິງ​ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມີ​ແກ່​ເຈົ້າ.


ເຖິງ​ຕີໂຕ ຜູ້​ເປັນ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ​ດຽວ​ກັນ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ເຈົ້າ.


ເມື່ອ​ກ່ອນ​ລາວ​ບໍ່​ເປັນ​ປະໂຫຍດ​ແກ່​ເຈົ້າ, ແຕ່​ດຽວນີ້​ລາວ​ເປັນ​ປະໂຫຍດ​ທັງ​ແກ່​ເຈົ້າ ແລະ ແກ່​ເຮົາ​ເໝືອນ​ກັນ.


ເຮົາ​ຢາກ​ໃຫ້​ລາວ​ຢູ່​ກັບ​ເຮົາ​ເພື່ອ​ວ່າ​ລາວ​ຈະ​ສາມາດ​ຊ່ວຍເຫລືອ​ເຮົາ​ແທນ​ເຈົ້າ​ໃນ​ລະຫວ່າງ​ທີ່​ເຮົາ​ຖືກ​ລ່າມໂສ້​ຢູ່​ເພື່ອ​ເຫັນ​ແກ່​ຂ່າວປະເສີດ.


ບໍ່​ມີ​ສິ່ງໃດ​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ​ຫລາຍ​ກວ່າ​ການ​ທີ່​ໄດ້​ຍິນ​ວ່າ​ບັນດາ​ລູກ​ຂອງ​ເຮົາ​ກຳລັງ​ເດີນ​ຢູ່​ໃນ​ຄວາມຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka