Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 9:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ໃນ​ຂະນະ​ທີ່​ກຳລັງ​ລົງ​ມາ​ແຕ່​ພູເຂົາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ສັ່ງ​ພວກເພິ່ນ​ວ່າ​ຢ່າ​ບອກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ໃຫ້​ແກ່​ຜູ້ໃດ​ຈົນ​ກວ່າ​ບຸດມະນຸດ​ຈະ​ເປັນຄືນມາຈາກຕາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຂະນະທີ່​ລົງ​ມາ​ແຕ່​ພູ​ນັ້ນ ພຣະເຢຊູເຈົ້າ​ກໍ​ສັ່ງ​ຫ້າມ​ພວກເພິ່ນ​ວ່າ, “ຢ່າ​ບອກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ແກ່​ຜູ້ໃດ ຈົນກວ່າ​ບຸດ​ມະນຸດ​ໄດ້​ເປັນ​ຄືນ​ມາ​ຈາກ​ຕາຍ.”

Uka jalj uñjjattʼäta Copia luraña




ມາຣະໂກ 9:9
15 Jak'a apnaqawi uñst'ayäwi  

ເພິ່ນ​ຈະ​ບໍ່​ໂຕ້ຖຽງ ຫລື ໃຊ້​ສຽງ​ດັງ; ຈະ​ບໍ່​ມີ​ຜູ້ໃດ​ໄດ້​ຍິນ​ສຽງ​ຂອງ​ເພິ່ນ​ຕາມ​ຫົນທາງ.


ດ້ວຍວ່າ ໂຢນາ​ຢູ່​ໃນ​ທ້ອງ​ປາ​ໃຫຍ່​ສາມ​ວັນ​ສາມ​ຄືນ​ສັນໃດ, ບຸດມະນຸດ​ກໍ​ຈະ​ຢູ່​ໃນ​ໃຈກາງ​ແຜ່ນດິນ​ໂລກ​ສາມ​ວັນ​ສາມ​ຄືນ​ສັນນັ້ນ.


ຕັ້ງ​ແຕ່​ເວລາ​ນັ້ນ​ມາ ພຣະເຢຊູເຈົ້າ​ເລີ່ມ​ອະທິບາຍ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ຟັງ​ວ່າ​ພຣະອົງ​ຈະ​ຕ້ອງ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ ແລະ ຕ້ອງ​ຖືກ​ທົນທຸກທໍລະມານ​ຫລາຍ​ປະການ​ຈາກ​ພວກ​ເຖົ້າແກ່, ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ. ພຣະອົງ​ຈະ​ຕ້ອງ​ຖືກ​ຂ້າ ແລະ ໃນ​ວັນ​ທີ​ສາມ​ພຣະອົງ​ຈະ​ເປັນຄືນມາ​ສູ່​ຊີວິດ.


ພວກເຂົາ​ເວົ້າ​ວ່າ, “ນາຍ​ເອີຍ, ພວກຂ້າພະເຈົ້າ​ຈື່​ໄດ້​ວ່າ​ຂະນະ​ທີ່​ຄົນຫລອກລວງ​ຜູ້​ນັ້ນ​ຍັງ​ມີຊີວິດ​ຢູ່​ໄດ້​ເວົ້າ​ວ່າ, ‘ຫລັງ​ຈາກ​ສາມ​ວັນ​ເຮົາ​ຈະ​ເປັນຄືນມາ​ອີກ’.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ລາວ​ວ່າ, “ຈົ່ງ​ລະວັງ ຢ່າ​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ. ແຕ່​ຈົ່ງ​ໄປ​ສະແດງ​ໂຕ​ຕໍ່​ປະໂລຫິດ ແລະ ຖວາຍ​ເຄື່ອງບູຊາ​ຕາມ​ທີ່​ໂມເຊ​ໄດ້​ສັ່ງ​ໄວ້, ເພື່ອ​ເປັນ​ພະຍານ​ແກ່​ຄົນ​ທັງຫລາຍ​ວ່າ​ເຈົ້າ​ດີ​ສະອາດ​ແລ້ວ”.


ພຣະອົງ​ໄດ້​ສັ່ງຫ້າມ​ບໍ່​ໃຫ້​ບອກ​ເລື່ອງ​ນີ້​ແກ່​ຜູ້ໃດ​ເດັດຂາດ ແລະ ສັ່ງ​ໃຫ້​ພວກເຂົາ​ເອົາ​ອາຫານ​ມາ​ໃຫ້​ນາງ​ກິນ.


ພຣະເຢຊູເຈົ້າ​ສັ່ງ​ພວກເຂົາ​ບໍ່​ໃຫ້​ເລົ່າ​ເລື່ອງ​ນີ້​ແກ່​ຜູ້ໃດ. ແຕ່​ຍິ່ງ​ພຣະອົງ​ສັ່ງຫ້າມ​ພວກເຂົາ ພວກເຂົາ​ກໍ​ຍິ່ງ​ເວົ້າ​ເລື່ອງ​ນີ້​ໄປ​ທົ່ວ.


ພວກສາວົກ​ທັງ​ສາມ​ໄດ້​ຖືຮັກສາ​ຂໍ້ຄຳສັ່ງ​ນີ້​ໄວ້​ກັບ​ຕົນເອງ ໂດຍ​ປຶກສາ​ກັນ​ວ່າ, “ການເປັນຄືນມາຈາກຕາຍ” ໝາຍ​ຄວາມ​ວ່າ​ແນວໃດ.


ທັນໃດ​ນັ້ນ ເມື່ອ​ພວກເພິ່ນ​ຫລຽວ​ເບິ່ງ​ອ້ອມຮອບ​ໂຕ​ກໍ​ບໍ່​ເຫັນ​ຜູ້ໃດ ນອກຈາກ​ພຣະເຢຊູເຈົ້າ​ເທົ່ານັ້ນ​ທີ່​ຢູ່​ກັບ​ພວກເພິ່ນ.


ແລ້ວ​ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ຂຽນ​ໄວ້​ຄື ພຣະຄຣິດເຈົ້າ​ຕ້ອງ​ທົນທຸກທໍລະມານ ແລະ ຕ້ອງ​ເປັນຄືນມາຈາກຕາຍ​ໃນ​ວັນ​ທີ​ສາມ,


ເມື່ອ​ສຽງ​ນັ້ນ​ສະຫງົບ​ລົງ​ແລ້ວ ພວກເພິ່ນ​ກໍ​ເຫັນ​ວ່າ​ມີ​ແຕ່​ພຣະເຢຊູເຈົ້າ​ອົງ​ດຽວ. ສ່ວນ​ພວກສາວົກ​ກໍ​ເກັບ​ເລື່ອງ​ນີ້​ໄວ້​ໃນ​ໃຈ ແລະ ພວກເພິ່ນ​ບໍ່​ໄດ້​ບອກ​ຜູ້ໃດ​ເຖິງ​ສິ່ງ​ທີ່​ພວກເພິ່ນ​ໄດ້​ເຫັນ​ໃນ​ເວລາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka