Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 9:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອາຈານ​ເອີຍ, ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຂໍ​ໃຫ້​ພວກຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ຫລັງ​ໜຶ່ງ​ສຳລັບ​ເອລີຢາ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ດັ່ງນັ້ນ ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ພຣະອາຈານ​ເອີຍ ຊ່າງ​ເປັນ​ການ​ດີ​ແທ້ໆ​ທີ່​ພວກ​ຂ້ານ້ອຍ​ຢູ່​ບ່ອນ​ນີ້, ໂຜດ​ໃຫ້​ພວກ​ຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ທ່ານ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ.”

Uka jalj uñjjattʼäta Copia luraña




ມາຣະໂກ 9:5
15 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະເຢຊູເຈົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ເປັນ​ການ​ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຖ້າ​ຫາກ​ພຣະອົງ​ຕ້ອງການ ຂ້ານ້ອຍ​ກໍ​ຈະ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ອີກ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ”.


ພວກເຂົາ​ມັກ​ໃຫ້​ຄົນ​ມາ​ຄຳນັບ​ທັກທາຍ​ໃນ​ບ່ອນຊຸມນຸມຊົນ ແລະ ມັກ​ໃຫ້​ເອີ້ນ​ພວກເຂົາ​ວ່າ, ‘ຣັບບີ’.


“ສ່ວນ​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ຣັບບີ’ ເພາະ​ພວກເຈົ້າ​ມີ​ອາຈານ​ພຽງແຕ່​ຜູ້​ດຽວ ແລະ ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ,


ແລ້ວ​ໂມເຊ ແລະ ເອລີຢາ​ກໍ​ໄດ້​ມາ​ປາກົດ​ໂຕ​ຕໍ່ໜ້າ​ພວກເພິ່ນ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.


(ເປໂຕ​ບໍ່​ຮູ້​ວ່າ​ຈະ​ເວົ້າ​ສິ່ງໃດ​ດີ ເພາະ​ພວກເພິ່ນ​ຕົກໃຈຢ້ານ​ຫລາຍ.)


ຂະນະ​ທີ່​ສອງ​ຄົນ​ນັ້ນ​ກຳລັງ​ຈະ​ຈາກ​ພຣະເຢຊູເຈົ້າ​ໄປ, ເປໂຕ​ຈຶ່ງ​ເວົ້າ​ກັບ​ພຣະອົງ​ວ່າ, “ນາຍ​ເອີຍ, ດີ​ແທ້ໆ​ທີ່​ພວກຂ້ານ້ອຍ​ໄດ້​ມາ​ຢູ່​ບ່ອນນີ້. ຂໍ​ໃຫ້​ພວກຂ້ານ້ອຍ​ປຸກ​ຕູບ​ສາມ​ຫລັງ​ຂຶ້ນ ຫລັງ​ໜຶ່ງ​ສຳລັບ​ພຣະອົງ, ຫລັງ​ໜຶ່ງ​ສຳລັບ​ໂມເຊ ແລະ ອີກ​ຫລັງ​ໜຶ່ງ​ສຳລັບ​ເອລີຢາ”. (ເປໂຕ​ບໍ່​ຮູ້​ວ່າ​ຕົນ​ເອງ​ກຳລັງ​ເວົ້າ​ຫຍັງ​ຢູ່.)


ໃນຂະນະ​ນັ້ນ ພວກສາວົກ​ໄດ້​ຂໍຮ້ອງ​ພຣະອົງ​ວ່າ, “ອາຈານ​ເອີຍ ຂໍ​ເຊີນ​ຮັບປະທານ​ອາຫານ”.


ເຮົາ​ຍັງ​ລັງເລໃຈ​ຢູ່​ລະຫວ່າງ​ສອງ​ທາງ ເຮົາ​ປາຖະໜາ​ຢາກ​ຈາກ​ໄປ​ແລ້ວ​ຢູ່​ກັບ​ພຣະຄຣິດເຈົ້າ, ເຊິ່ງ​ປະເສີດ​ຫລາຍ​ກວ່າ,


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ບັດນີ້​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ​ແລ້ວ ແລະ ພວກເຮົາ​ຈະ​ເປັນ​ຢ່າງໃດ​ນັ້ນ​ພວກເຮົາ​ຍັງ​ບໍ່​ທັນ​ຖືກ​ສະແດງ​ໃຫ້​ຮູ້. ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະຄຣິດເຈົ້າ​ມາ​ປາກົດ, ພວກເຮົາ​ຈະ​ເປັນ​ເໝືອນ​ພຣະອົງ ເພາະ​ພວກເຮົາ​ຈະ​ເຫັນ​ພຣະອົງ​ຢ່າງ​ທີ່​ພຣະອົງ​ເປັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka