Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 9:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເຄື່ອງນຸ່ງ​ຂອງ​ພຣະອົງ​ກາຍເປັນ​ສີຂາວ​ສ່ອງແສງ​ເຫລື້ອມໃສ, ຂາວ​ກວ່າ​ສິ່ງໃດ​ໃນ​ໂລກ​ນີ້​ຈະ​ຟອກ​ໃຫ້​ຂາວ​ເຊັ່ນ​ນັ້ນ​ໄດ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ເກີດ​ຮຸ່ງເຮືອງ​ຂາວ​ເຫຼື້ອມໃສ ຈົນ​ບໍ່ມີ​ຜູ້ໃດ​ໃນ​ໂລກນີ້​ຊັກ​ໃຫ້​ຂາວ​ເຊັ່ນນັ້ນ​ໄດ້.

Uka jalj uñjjattʼäta Copia luraña




ມາຣະໂກ 9:3
13 Jak'a apnaqawi uñst'ayäwi  

ເທວະດາ​ຕົນ​ນີ້​ມີ​ລັກສະນະ​ເໝືອນ​ແສງຟ້າແມບ, ເຄື່ອງນຸ່ງ​ກໍ​ຂາວ​ເໝືອນ​ຫິມະ.


ແລ້ວ​ໂມເຊ ແລະ ເອລີຢາ​ກໍ​ໄດ້​ມາ​ປາກົດ​ໂຕ​ຕໍ່ໜ້າ​ພວກເພິ່ນ ແລະ ກຳລັງ​ສົນທະນາ​ຢູ່​ກັບ​ພຣະເຢຊູເຈົ້າ.


ຂະນະ​ທີ່​ພຣະອົງ​ກຳລັງ​ອະທິຖານ​ຢູ່​ນັ້ນ, ໃບໜ້າ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ ແລະ ເຄື່ອງນຸ່ງ​ຂອງ​ພຣະອົງ​ກໍ​ຮຸ່ງເຫລື້ອມ​ດັ່ງ​ແສງ​ຟ້າແມບ.


ໂກເນລີໂອ​ຕອບ​ວ່າ: “ເມື່ອ​ສາມ​ວັນ​ຜ່ານ​ມາ​ນີ້​ໃນ​ເວລາ​ທີ່​ຂ້ານ້ອຍ​ກຳລັງ​ອະທິຖານ​ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ໃນ​ເວລາ​ດຽວ​ກັນ​ນີ້, ເວລາ​ບ່າຍ​ສາມ​ໂມງ, ທັນໃດ​ນັ້ນ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ນຸ່ງເຄື່ອງ​ເຫລື້ອມໃສ​ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້ານ້ອຍ


ເພື່ອ​ພວກເຈົ້າ​ຈະ​ໄດ້​ກິນ​ຊີ້ນ​ຂອງ​ບັນດາ​ກະສັດ, ຊີ້ນ​ຂອງ​ບັນດາ​ນາຍພົນ ແລະ ຜູ້ມີອຳນາດ, ຊີ້ນ​ມ້າ ແລະ ຊີ້ນ​ຂອງ​ຄົນຂີ່ມ້າ ແລະ ຊີ້ນ​ຂອງ​ປະຊາຊົນ​ທັງໝົດ, ຊີ້ນ​ຂອງ​ອິດສະຫລະ ແລະ ຂ້າທາດ, ຊີ້ນ​ຂອງ​ຜູ້ໃຫຍ່ ແລະ ຜູ້ນ້ອຍ”.


ຂ້າພະເຈົ້າ​ຕອບ​ວ່າ, “ທ່ານ​ເອີຍ ທ່ານ​ເອງ​ຍ່ອມ​ຮູ້​ຢູ່​ແລ້ວ”. ແລະ ທ່ານ​ຜູ້​ນັ້ນ​ຈຶ່ງ​ເວົ້າ​ວ່າ, “ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ມາ​ຈາກ​ຄວາມທຸກຍາກລຳບາກ​ຄັ້ງໃຫຍ່ ພວກເຂົາ​ໄດ້​ຊຳລະ​ເສື້ອຄຸມ​ຂອງ​ຕົນ ແລະ ເຮັດ​ໃຫ້​ຕົນ​ຂາວ​ດ້ວຍ​ເລືອດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ.


ຫລັງຈາກນັ້ນ ຂ້າພະເຈົ້າ​ໄດ້​ແນມເບິ່ງ ແລະ ຢູ່​ຕໍ່ໜ້າ​ຂ້າພະເຈົ້າ​ມີ​ຄົນ​ຈໍານວນ​ຫລວງຫລາຍ​ທີ່​ບໍ່​ສາມາດ​ນັບ​ໄດ້, ຈາກ​ທຸກ​ຊາດ, ທຸກ​ຊົນເຜົ່າ, ຄົນ​ທຸກຄົນ ແລະ ທຸກ​ພາສາ, ຢືນ​ຢູ່​ຕໍ່ໜ້າ​ບັນລັງ ແລະ ຕໍ່ໜ້າ​ລູກແກະ​ຂອງ​ພຣະເຈົ້າ ພວກເຂົາ​ນຸ່ງ​ເສື້ອຄຸມ​ສີຂາວ ແລະ ຖື​ກ້ານຕານ​ຢູ່​ໃນ​ມື​ຂອງ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka