Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 9:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູ​ສູງ​ຢູ່​ຕ່າງຫາກ. ຢູ່​ທີ່​ນັ້ນ ຮ່າງກາຍ​ຂອງ​ພຣະອົງ​ກໍ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຫົກ​ວັນ​ຕໍ່ມາ ພຣະເຢຊູເຈົ້າ​ໄດ້​ພາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ຂຶ້ນ​ໄປ​ເທິງ​ພູເຂົາ​ສູງ​ໜ່ວຍ​ໜຶ່ງ ແລະ​ຢູ່​ໃນ​ທີ່ນັ້ນ​ສະ​ເພາະ​ແຕ່​ສາວົກ​ກັບ​ພຣະອົງ, ພວກເພິ່ນ​ເຫັນ​ຮ່າງກາຍ​ຂອງ​ພຣະເຢຊູເຈົ້າ​ປ່ຽນແປງ​ໄປ​ຕໍ່ໜ້າ​ພວກເພິ່ນ

Uka jalj uñjjattʼäta Copia luraña




ມາຣະໂກ 9:2
23 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ຮູ້​ເຖິງ​ສິ່ງ​ທີ່​ໄດ້​ເກີດ​ຂຶ້ນ ພຣະອົງ​ກໍ​ລົງ​ເຮືອ​ຈາກ​ທີ່​ນັ້ນ​ໄປ​ບ່ອນ​ທີ່​ງຽບສະຫງົບ​ຢູ່​ຕ່າງຫາກ. ເມື່ອ​ປະຊາຊົນ​ໄດ້​ຍິນ​ດັ່ງນີ້ ກໍ​ອອກ​ຈາກ​ເມືອງ​ຕ່າງໆ​ຕິດຕາມ​ພຣະອົງ​ໄປ.


ພຣະອົງ​ໄດ້​ເອົາ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ໄປ​ກັບ​ພຣະອົງ, ພຣະອົງ​ເລີ່ມ​ໂສກເສົ້າ ແລະ ເປັນທຸກໃຈ​ຫລາຍ.


ຫລັງຈາກນັ້ນ​ແລ້ວ ພຣະເຢຊູເຈົ້າ​ກໍ​ໄດ້​ປາກົດ​ໃນ​ລັກສະນະ​ໜຶ່ງ​ອີກ​ແກ່​ສາວົກ​ສອງ​ຄົນ​ໃນຂະນະ​ທີ່​ພວກເພິ່ນ​ເດີນ​ທາງ​ຢູ່​ນອກ​ເມືອງ.


ພຣະອົງ​ບໍ່​ອະນຸຍາດ​ໃຫ້​ຜູ້ໃດ​ຕິດຕາມ​ພຣະອົງ​ໄປ​ຍົກເວັ້ນ​ເປໂຕ, ຢາໂກໂບ ແລະ ໂຢຮັນ​ນ້ອງຊາຍ​ຂອງ​ຢາໂກໂບ.


ວັນ​ໜຶ່ງ​ພຣະເຢຊູເຈົ້າ​ອອກ​ໄປ​ທີ່​ພູ​ໜ່ວຍ​ໜຶ່ງ​ເພື່ອ​ອະທິຖານ ແລະ ໃຊ້​ເວລາ​ອະທິຖານ​ຕໍ່​ພຣະເຈົ້າ​ຕະຫລອດ​ຄືນ.


ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ຢ່າ​ດຳເນີນຊີວິດ​ເໝືອນ​ຢ່າງ​ຄົນ​ໃນ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ພວກເຈົ້າ​ຈະ​ສາມາດ​ພິສູດ ແລະ ຢືນຢັນ​ໄດ້​ວ່າ​ສິ່ງໃດ​ຄື​ຄວາມ​ປະສົງ​ທີ່​ດີ, ເປັນ​ທີ່​ຍອມ​ຮັບ ແລະ ສົມບູນແບບ​ຂອງ​ພຣະເຈົ້າ.


ນີ້​ຄົງ​ຈະ​ເປັນ​ເທື່ອ​ທີສາມ​ທີ່​ເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ. “ທຸກ​ຄະດີ​ຈະ​ຕ້ອງ​ມີ​ພະຍານ​ຢືນຢັນ​ສອງ ຫລື ສາມ​ປາກ”.


ພຣະອົງ​ຈະ​ປ່ຽນແປງ​ຮ່າງກາຍ​ອັນ​ຕ່ຳຕ້ອຍ​ຂອງ​ພວກເຮົາ​ໃຫ້​ເປັນເໝືອນ​ກາຍ​ອັນ​ສະຫງ່າລາສີ​ຂອງ​ພຣະອົງ ໂດຍ​ລິດອຳນາດ​ທີ່​ປາບ​ທຸກສິ່ງ​ໄວ້​ໃຕ້​ການບັງຄັບ​ຂອງ​ພຣະອົງ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ບັນລັງ​ໃຫຍ່​ສີຂາວ ແລະ ພຣະອົງ​ຜູ້​ທີ່​ນັ່ງ​ຢູ່​ເທິງ​ບັນລັງ​ນັ້ນ. ເມື່ອ​ພຣະອົງ​ປາກົດ ແຜ່ນດິນ​ໂລກ ແລະ ທ້ອງຟ້າ​ກໍ​ໜີ​ໄປ, ແລະ ບໍ່​ມີ​ບ່ອນ​ສຳລັບ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka