Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 9:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ພວກສາວົກ​ທັງ​ສາມ​ໄດ້​ຖືຮັກສາ​ຂໍ້ຄຳສັ່ງ​ນີ້​ໄວ້​ກັບ​ຕົນເອງ ໂດຍ​ປຶກສາ​ກັນ​ວ່າ, “ການເປັນຄືນມາຈາກຕາຍ” ໝາຍ​ຄວາມ​ວ່າ​ແນວໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ພວກ​ສາວົກ​ທັງ​ສາມ​ໄດ້​ຖື​ຮັກສາ​ຂໍ້ຄຳສັ່ງ​ນັ້ນ, ແຕ່​ກໍ​ປຶກສາ​ຫາລື​ກັນ​ໃນ​ພວກເພິ່ນ​ເອງ​ວ່າ, “ການ​ເປັນ​ຄືນ​ມາ​ຈາກ​ຕາຍ​ນັ້ນ​ໝາຍຄວາມວ່າ​ແນວ​ໃດ?”

Uka jalj uñjjattʼäta Copia luraña




ມາຣະໂກ 9:10
15 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເປໂຕ​ຈຶ່ງ​ໄດ້​ພາ​ພຣະອົງ​ຫລີກ​ໄປ​ຕ່າງຫາກ ແລະ ເລີ່ມ​ຕຳໜິ​ພຣະອົງ​ວ່າ, “ບໍ່​ແມ່ນ​ດອກ, ອົງພຣະຜູ້ເປັນເຈົ້າ​ເອີຍ! ສິ່ງ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ກັບ​ພຣະອົງ​ຈັກເທື່ອ!”


ແລະ ພວກເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ເປັນຫຍັງ​ພວກ​ຄູສອນກົດບັນຍັດ​ຈຶ່ງ​ເວົ້າ​ວ່າ​ເອລີຢາ​ຈະ​ຕ້ອງ​ມາ​ກ່ອນ?”


ແຕ່​ພວກເພິ່ນ​ບໍ່​ເຂົ້າໃຈ​ວ່າ​ພຣະອົງ​ໝາຍ​ເຖິງ​ສິ່ງ​ໃດ ແລະ ພວກເພິ່ນ​ກໍ​ຢ້ານ​ທີ່​ຈະ​ຖາມ​ພຣະອົງ​ເຖິງ​ເລື່ອງ​ນີ້.


ໃນ​ຂະນະ​ທີ່​ກຳລັງ​ລົງ​ມາ​ແຕ່​ພູເຂົາ​ນັ້ນ, ພຣະເຢຊູເຈົ້າ​ໄດ້​ສັ່ງ​ພວກເພິ່ນ​ວ່າ​ຢ່າ​ບອກ​ສິ່ງ​ທີ່​ພວກເຈົ້າ​ໄດ້​ເຫັນ​ນີ້​ໃຫ້​ແກ່​ຜູ້ໃດ​ຈົນ​ກວ່າ​ບຸດມະນຸດ​ຈະ​ເປັນຄືນມາຈາກຕາຍ.


ໃນ​ຕອນທຳອິດ​ນັ້ນ​ພວກສາວົກ​ຂອງ​ພຣະອົງ​ບໍ່​ທັນ​ເຂົ້າໃຈ​ເຫດການ​ທັງໝົດ​ນີ້. ແຕ່​ເມື່ອ​ຫລັງຈາກ​ພຣະເຢຊູເຈົ້າ​ໄດ້​ຮັບ​ສະຫງ່າລາສີ​ແລ້ວ ພວກເພິ່ນ​ຈຶ່ງ​ຮູ້​ວ່າ​ສິ່ງ​ເຫລົ່ານີ້​ມີ​ຂຽນ​ໄວ້​ໃນ​ພຣະຄຳພີ​ກ່ຽວກັບ​ພຣະອົງ ແລະ ໄດ້​ກະທຳ​ສິ່ງ​ເຫລົ່ານີ້​ຕໍ່​ພຣະອົງ.


ມີ​ນັກປັດຊະຍາ​ຂອງ​ພວກ​ເອປີກູຣຽວ ແລະ ພວກ​ຊະໂຕອິກ​ກຸ່ມ​ໜຶ່ງ​ມາ​ໂຕ້ຕອບ​ກັບ​ໂປໂລ​ດ້ວຍ. ບາງຄົນ​ໃນ​ພວກເຂົາ​ຖາມ​ວ່າ, “ນັກເວົ້າ​ຄົນ​ນີ້​ພະຍາຍາມ​ຈະ​ເວົ້າ​ຫຍັງ?” ຄົນ​ອື່ນໆ​ເວົ້າ​ວ່າ, “ເບິ່ງ​ຄື​ລາວ​ຈະ​ນຳ​ພະ​ຕ່າງດ້າວ​ມາ​ເຜີຍແຜ່”. ທີ່​ພວກເຂົາ​ເວົ້າ​ຢ່າງ​ນີ້​ກໍ​ເພາະ​ໂປໂລ​ປະກາດ​ຂ່າວປະເສີດ​ເລື່ອງ​ພຣະເຢຊູເຈົ້າ ແລະ ການ​ເປັນຄືນມາຈາກຕາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka