Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 8:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ພຣະອົງ​ບອກ​ປະຊາຊົນ​ໃຫ້​ນັ່ງ​ລົງ​ຕາມ​ພື້ນດິນ. ເມື່ອ​ພຣະອົງ​ຮັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ ແລະ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ກໍ​ຫັກ​ເຂົ້າຈີ່​ຍື່ນ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ເພື່ອ​ແຈກຢາຍ​ໃຫ້​ແກ່​ປະຊາຊົນ ແລະ ພວກເພິ່ນ​ກໍ​ເຮັດ​ຕາມ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ສະນັ້ນ ພຣະອົງ​ຈຶ່ງ​ສັ່ງ​ປະຊາຊົນ​ໃຫ້​ນັ່ງ​ລົງ​ຕາມ​ພື້ນດິນ ແລ້ວ​ພຣະອົງ​ກໍ​ຈັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ​ນັ້ນ ມາ​ໂມທະນາ​ຂອບພຣະຄຸນ​ແລ້ວ ຫັກ​ໃຫ້​ພວກ​ສາວົກ​ນຳ​ໄປ​ແຈກ​ຢາຍ​ແກ່​ປະຊາຊົນ ແລະ​ພວກ​ສາວົກ​ກໍ​ປະຕິບັດ​ຕາມ.

Uka jalj uñjjattʼäta Copia luraña




ມາຣະໂກ 8:6
18 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ​ຍື່ນ​ໃຫ້​ພວກສາວົກ ແລະ ກ່າວ​ວ່າ, “ຈົ່ງ​ຮັບ ແລະ ກິນ​ສາ, ນີ້​ຄື​ກາຍ​ຂອງ​ເຮົາ”.


ພຣະອົງ​ຖາມ​ວ່າ, “ແລະ ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ເຈັດ​ກ້ອນ​ລ້ຽງ​ຄົນ​ສີ່ພັນ​ຄົນ, ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄວ້​ໄດ້​ຈັກ​ກະບຸງ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກະບຸງ”.


ພຣະເຢຊູເຈົ້າ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ມີ​ເຂົ້າຈີ່​ຈັກ​ກ້ອນ?” ພວກເພິ່ນ​ຕອບ​ວ່າ, “ເຈັດ​ກ້ອນ”.


ພວກເຂົາ​ຍັງ​ມີ​ປານ້ອຍ​ຈຳນວນ​ໜຶ່ງ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ປາ​ເຫລົ່ານີ້ ແລະ ໃຫ້​ພວກສາວົກ​ນຳ​ໄປ​ແຈກຢາຍ​ເໝືອນ​ກັນ.


ເປັນ​ຜົນ​ດີ​ສຳລັບ​ຄົນຮັບໃຊ້​ເຫລົ່ານັ້ນ​ທີ່​ນາຍ​ກັບ​ມາ​ແລ້ວ​ພົບ​ວ່າ​ພວກເຂົາ​ກຳລັງ​ຄອຍຖ້າ​ຢູ່. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ນາຍ​ຈະ​ແຕ່ງກາຍ​ຂອງ​ຕົນ​ໃຫ້​ພ້ອມ​ທີ່​ຈະ​ຮັບໃຊ້ ແລະ ໃຫ້​ຄົນຮັບໃຊ້​ເຫລົ່ານັ້ນ​ນັ່ງລົງ​ທີ່​ໂຕະ ແລ້ວ​ນາຍ​ຈະ​ມາ​ຄອຍ​ບົວລະບັດ​ພວກເຂົາ.


ເມື່ອ​ພຣະອົງ​ນັ່ງ​ຮ່ວມ​ໂຕະ​ກັບ​ພວກເພິ່ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ເລີ່ມ​ຍື່ນ​ໃຫ້​ພວກເພິ່ນ.


ແມ່​ຂອງ​ພຣະອົງ​ຈຶ່ງ​ບອກ​ບັນດາ​ຄົນຮັບໃຊ້​ວ່າ, “ຈົ່ງ​ເຮັດ​ທຸກຢ່າງ​ຕາມ​ທີ່​ເພິ່ນ​ບອກ​ພວກເຈົ້າ”.


ແລ້ວ​ມີ​ເຮືອ​ລຳ​ອື່ນ​ທີ່​ມາ​ຈາກ​ເມືອງ​ຕີເບເຣຍ​ມາ​ຈອດ​ໃກ້​ບ່ອນ​ທີ່​ປະຊາຊົນ​ໄດ້​ກິນ​ເຂົ້າຈີ່​ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ.


ຜູ້ໃດ​ກໍ​ຕາມ​ຖື​ວັນ​ໃດ​ວັນ​ໜຶ່ງ​ເປັນ​ພິເສດ ກໍ​ຖື​ເພື່ອ​ອົງພຣະຜູ້ເປັນເຈົ້າ. ຜູ້​ທີ່​ກິນ​ຊີ້ນ ກໍ​ກິນ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ເພາະ​ພວກເຂົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ ແລະ ຜູ້​ທີ່​ບໍ່​ກິນ ກໍ​ບໍ່​ກິນ​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ຂອບພຣະຄຸນ​ພຣະເຈົ້າ.


ແລະ ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ເຮັດ ບໍ່​ວ່າ​ຈະ​ດ້ວຍ​ວາຈາ ຫລື ດ້ວຍ​ການກະທຳ ຈົ່ງ​ເຮັດ​ທຸກສິ່ງ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ໂດຍ​ທາງ​ພຣະອົງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka