Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 8:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ແລ້ວ​ພຣະອົງ​ກໍ​ຈາກ​ພວກເຂົາ​ກັບ​ລົງ​ໄປ​ໃນ​ເຮືອ ແລະ ຂ້າມ​ທະເລສາບ​ໄປ​ຍັງ​ຟາກ​ອື່ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ພຣະອົງ​ຈຶ່ງ​ຈາກ​ພວກເຂົາ​ກັບ​ໄປ​ຂຶ້ນ​ເຮືອ ແລ້ວ​ຂ້າມ​ທະເລສາບ​ໄປ​ຟາກ​ອື່ນ​ອີກ.

Uka jalj uñjjattʼäta Copia luraña




ມາຣະໂກ 8:13
15 Jak'a apnaqawi uñst'ayäwi  

ຢ່າ​ສົນ​ນໍາ​ພວກເຂົາ, ພວກເຂົາ​ເປັນ​ຄົນ​ນຳ​ທາງ​ທີ່​ຕາບອດ. ຖ້າ​ຄົນ​ຕາບອດ​ນຳທາງ​ໃຫ້​ຄົນ​ຕາບອດ ທັງ​ສອງ​ກໍ​ຈະ​ຕົກລົງ​ໃນ​ຂຸມ”.


“ຢ່າ​ເອົາ​ຂອງ​ສັກສິດ​ໃຫ້​ແກ່​ໝາ, ຢ່າ​ໂຍນ​ໄຂ່ມຸກ​ຂອງ​ເຈົ້າ​ໃຫ້​ໝູ. ຖ້າ​ເຈົ້າ​ເຮັດ​ຢ່າງນັ້ນ, ພວກມັນ​ຈະ​ຢຽບຢ່ຳ​ໄວ້​ພື້ນ​ຕີນ​ຂອງ​ພວກມັນ, ແລ້ວ​ກັບ​ຄືນ​ມາ​ຈີກ​ເຈົ້າ​ອອກ​ເປັນ​ຕ່ອນໆ.


ພຣະອົງ​ຖອນ​ຫາຍໃຈ​ຍາວ ແລະ ກ່າວ​ວ່າ, “ເປັນຫຍັງ​ຄົນ​ໃນ​ຍຸກ​ນີ້​ຈຶ່ງ​ຂໍ​ແຕ່​ໝາຍສຳຄັນ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດໆ​ແກ່​ພວກເຂົາ”.


ພວກສາວົກ​ໄດ້​ລືມ​ເອົາ​ເຂົ້າຈີ່​ມາ​ນຳ ແລະ ຢູ່​ໃນ​ເຮືອ​ກໍ​ມີ​ເຂົ້າຈີ່​ພຽງ​ແຕ່​ກ້ອນ​ດຽວ.


ຊາວ​ເມືອງ​ເຄຣາເຊນ ແລະ ຄົນ​ທັງໝົດ​ຈຶ່ງ​ຂໍຮ້ອງ​ພຣະເຢຊູເຈົ້າ​ໃຫ້​ໄປ​ຈາກ​ພວກເຂົາ, ເພາະ​ພວກເຂົາ​ຢ້ານ​ຫລາຍ. ດັ່ງນັ້ນ ພຣະອົງ​ຈຶ່ງ​ເຂົ້າໄປ​ໃນ​ເຮືອ ແລະ ຈາກ​ໄປ.


ຈົ່ງ​ເຊື່ອ​ໃນ​ຄວາມສະຫວ່າງ​ຂະນະ​ທີ່​ພວກເຈົ້າ​ຍັງ​ມີ​ຄວາມສະຫວ່າງ ເພື່ອ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ລູກ​ຂອງ​ຄວາມສະຫວ່າງ”. ເມື່ອ​ພຣະເຢຊູເຈົ້າ​ກ່າວ​ຈົບ​ແລ້ວ​ພຣະອົງ​ກໍ​ຈາກ​ໄປ ແລະ ຫລົບຫລີກ​ໃຫ້​ພົ້ນ​ຈາກ​ພວກເຂົາ.


ພຣະເຢຊູເຈົ້າ​ໄດ້​ກ່າວ​ກັບ​ພວກເຂົາ​ອີກ​ເທື່ອ​ໜຶ່ງ​ວ່າ, “ເຮົາ​ກຳລັງ​ຈະ​ໄປ ແລ້ວ​ພວກເຈົ້າ​ຈະ​ຊອກຫາ​ເຮົາ ແລະ ພວກເຈົ້າ​ຈະ​ຕາຍ​ໃນ​ຄວາມບາບ​ຂອງ​ພວກເຈົ້າ. ບ່ອນ​ທີ່​ເຮົາ​ຈະ​ໄປ​ນັ້ນ​ພວກເຈົ້າ​ບໍ່​ສາມາດ​ໄປ​ໄດ້”.


ແຕ່​ເມື່ອ​ພວກ​ຢິວ​ຕໍ່ຕ້ານ ແລະ ໃສ່​ຮ້າຍ​ໂປໂລ, ເພິ່ນ​ຈຶ່ງ​ສັ່ນ​ເຄື່ອງນຸ່ງ​ຂອງ​ເພິ່ນ​ປະທ້ວງ ແລະ ເວົ້າ​ກັບ​ພວກເຂົາ​ວ່າ, “ໃຫ້​ເລືອດ​ຂອງ​ພວກເຈົ້າ​ຕົກ​ໃສ່​ຫົວ​ຂອງ​ພວກເຈົ້າ​ເອງ! ຂ້າພະເຈົ້າ​ບໍ່​ມີ​ສ່ວນ​ຫຍັງ​ນຳ. ຕັ້ງແຕ່​ນີ້​ຕໍ່ໄປ ຂ້າພະເຈົ້າ​ຈະ​ໄປ​ຫາ​ຄົນຕ່າງຊາດ”.


ພວກເຮົາ​ລົງ​ເຮືອ​ລຳ​ໜຶ່ງ​ຈາກ​ເມືອງ​ອາຣະມິດ ເຊິ່ງ​ກຳລັງ​ຈະ​ໄປ​ຍັງ​ທ່າ​ຕ່າງໆ​ຕາມ​ຊາຍ​ຝັ່ງ​ຂອງ​ແຂວງ​ເອເຊຍ, ແລ້ວ​ພວກເຮົາ​ກໍ​ອອກ​ໄປ​ສູ່​ທະເລ. ອາຣິດຕາໂຂ ຊາວ​ມາເກໂດເນຍ​ທີ່​ມາ​ຈາກ​ເມືອງ​ເທສະໂລນິກ​ກໍ​ຢູ່​ກັບ​ພວກເຮົາ​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka