Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 8:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ພຣະອົງ​ຖອນ​ຫາຍໃຈ​ຍາວ ແລະ ກ່າວ​ວ່າ, “ເປັນຫຍັງ​ຄົນ​ໃນ​ຍຸກ​ນີ້​ຈຶ່ງ​ຂໍ​ແຕ່​ໝາຍສຳຄັນ? ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດໆ​ແກ່​ພວກເຂົາ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ພຣະເຢຊູເຈົ້າ​ຖອນ​ຫາຍໃຈ​ໃຫຍ່ ແລະ​ຖາມ​ວ່າ, “ເປັນຫຍັງ​ຄົນ​ສະໄໝ​ນີ້​ຈຶ່ງ​ສະແຫວງ​ຫາ​ໝາຍສຳຄັນ​ການ​ອັດສະຈັນ? ເຮົາ​ບອກ​ພວກເຈົ້າ​ວ່າ ຈະ​ບໍ່​ໂຜດ​ໝາຍສຳຄັນ​ໃຫ້​ຄົນ​ສະໄໝ​ນີ້​ໄດ້​ເຫັນ.”

Uka jalj uñjjattʼäta Copia luraña




ມາຣະໂກ 8:12
15 Jak'a apnaqawi uñst'ayäwi  

ແລ້ວ​ມີ​ບາງຄົນ​ໃນ​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ໄດ້​ເວົ້າ​ກັບ​ພຣະອົງ​ວ່າ, “ທ່ານ​ອາຈານ​ເອີຍ, ພວກເຮົາ​ຢາກ​ເຫັນ​ໝາຍສຳຄັນ​ຈາກ​ທ່ານ”.


ຄົນ​ໃນ​ຍຸກ​ທີ່​ຊົ່ວຮ້າຍ ແລະ ຫລິ້ນຊູ້​ຊອກຫາ​ແຕ່​ໝາຍສຳຄັນ, ແຕ່​ຈະ​ບໍ່​ໃຫ້​ໝາຍສຳຄັນ​ໃດ​ນອກຈາກ​ໝາຍສຳຄັນ​ຂອງ​ໂຢນາ”. ແລ້ວ​ພຣະເຢຊູເຈົ້າ​ກໍ​ອອກ​ໄປ​ຈາກ​ພວກເຂົາ ແລະ ໄປ​ທາງ​ອື່ນ.


ພຣະອົງ​ແນມ​ໄປ​ເບິ່ງ​ພວກເຂົາ​ດ້ວຍ​ຄວາມເຄືອງໃຈ ແລະ ເປັນທຸກໃຈ​ທີ່ສຸດ​ທີ່​ພວກເຂົາ​ໃຈ​ແຂງກະດ້າງ. ພຣະອົງ​ຈຶ່ງ​ກ່າວ​ແກ່​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ຂອງ​ເຈົ້າ​ອອກ”. ລາວ​ກໍ​ເຮັດ​ຕາມ ແລະ ມື​ຂອງ​ລາວ​ກໍ​ດີ​ເປັນ​ປົກກະຕິ​ທຸກ​ຢ່າງ.


ແລະ ພຣະອົງ​ປະຫລາດໃຈ​ໃນ​ຄວາມ​ບໍ່ເຊື່ອ​ຂອງ​ພວກເຂົາ. ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ຕາມ​ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມຮອບ​ເຂດ​ນັ້ນ.


ພຣະອົງ​ເງີຍ​ໜ້າ​ເບິ່ງ​ສະຫວັນ​ພ້ອມ​ທັງ​ຖອນ​ຫາຍໃຈ​ຍາວ ແລະ ກ່າວ​ກັບ​ລາວ​ວ່າ “ເອຟາທາ!” (ເຊິ່ງ​ແປ​ວ່າ: “ຈົ່ງ​ເປີດ​ອອກ!”).


ແລ້ວ​ພຣະອົງ​ກໍ​ຈາກ​ພວກເຂົາ​ກັບ​ລົງ​ໄປ​ໃນ​ເຮືອ ແລະ ຂ້າມ​ທະເລສາບ​ໄປ​ຍັງ​ຟາກ​ອື່ນ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄົນ​ໃນ​ສະໄໝ​ທີ່​ຂາດ​ຄວາມເຊື່ອ​ເອີຍ, ເຮົາ​ຈະ​ຕ້ອງ​ຢູ່​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ເຮົາ​ຈະ​ອົດທົນ​ກັບ​ພວກເຈົ້າ​ອີກ​ດົນ​ປານໃດ? ຈົ່ງ​ພາ​ເດັກຊາຍ​ນັ້ນ​ມາ​ຫາ​ເຮົາ”.


ເມື່ອ​ພຣະອົງ​ມາ​ໃກ້ ແລະ ເຫັນ​ເຢຣູຊາເລັມ​ແລ້ວ, ພຣະອົງ​ກໍ​ຮ້ອງໄຫ້​ເພາະ​ສົງສານ​ນະຄອນ​ນັ້ນ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka