Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 7:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ພຣະອົງ​ຕອບ​ພວກເຂົາ​ວ່າ, “ເອຊາຢາ​ໄດ້​ທຳນວາຍ​ກ່ຽວກັບ​ພວກເຈົ້າ​ກໍ​ຖືກຕ້ອງ​ແລ້ວ​ວ່າ​ພວກເຈົ້າ​ເປັນ​ຄົນໜ້າຊື່ໃຈຄົດ, ຕາມ​ທີ່​ຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ: “‘ປະຊາຊົນ​ເຫລົ່ານີ້​ໃຫ້​ກຽດ​ເຮົາ​ແຕ່​ປາກ, ສ່ວນ​ໃຈ​ຂອງ​ພວກເຂົາ​ຫ່າງໄກ​ຈາກ​ເຮົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ເອຊາຢາ​ໄດ້​ທຳນວາຍ​ຄັກແນ່ ເຖິງ​ພວກເຈົ້າ​ຜູ້​ເປັນ​ຄົນ​ໜ້າຊື່​ໃຈຄົດ ຕາມ​ທີ່​ເພິ່ນ​ໄດ້​ຂຽນ​ໄວ້​ວ່າ, ‘ຄົນ​ພວກ​ນີ້​ໃຫ້ກຽດ​ເຮົາ​ແຕ່​ປາກ ສ່ວນ​ວ່າ​ຈິດໃຈ​ຫ່າງ​ໄກ​ຈາກ​ເຮົາ.

Uka jalj uñjjattʼäta Copia luraña




ມາຣະໂກ 7:6
14 Jak'a apnaqawi uñst'ayäwi  

ຖ້າ​ເຮົາ​ບໍ່​ໄດ້​ເຮັດ​ກິດຈະການ​ໃນ​ທ່າມກາງ​ພວກເຂົາ ເຊິ່ງ​ບໍ່​ເຄີຍ​ມີ​ຜູ້ໃດ​ໄດ້​ເຮັດ​ມາ​ກ່ອນ​ນັ້ນ, ພວກເຂົາ​ກໍ​ຄົງ​ບໍ່​ມີ​ຄວາມບາບ. ແຕ່​ບັດນີ້ ພວກເຂົາ​ໄດ້​ເຫັນ ແລະ ໄດ້​ກຽດຊັງ​ທັງ​ເຮົາ​ກັບ​ພຣະບິດາເຈົ້າ​ຂອງ​ເຮົາ.


ແຕ່​ເຮົາ​ຮູ້ຈັກ​ພວກເຈົ້າ, ເຮົາ​ຮູ້​ວ່າ​ພວກເຈົ້າ​ບໍ່​ໄດ້​ມີ​ຄວາມຮັກ​ຂອງ​ພຣະເຈົ້າ​ຢູ່​ໃນ​ຫົວໃຈ​ຂອງ​ພວກເຈົ້າ.


ພວກເຂົາ​ມີ​ຄວາມເຫັນ​ບໍ່​ລົງລອຍກັນ​ທ່າມກາງ​ພວກເຂົາ​ເອງ ແລະ ເລີ່ມ​ລາ​ຈາກ​ກັນ​ໄປ​ຫລັງຈາກ​ທີ່​ໂປໂລ​ກ່າວ​ລົງທ້າຍ​ວ່າ: “ເປັນຈິງ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ກ່າວ​ກັບ​ບັນພະບຸລຸດ​ຂອງ​ພວກທ່ານ​ຜ່ານ​ທາງ​ຜູ້ທຳນວາຍ​ເອຊາຢາ​ວ່າ:


ຢຶດຖື​ທາງ​ຂອງ​ພຣະເຈົ້າ​ພຽງ​ເປືອກນອກ ແຕ່​ປະຕິເສດ​ລິດອຳນາດ​ຂອງ​ພຣະເຈົ້າ. ຢ່າ​ໄປ​ຄົບຫາ​ກັບ​ຄົນ​ແບບ​ນີ້.


ພວກເຂົາ​ປະກາດ​ວ່າ​ຮູ້ຈັກ​ພຣະເຈົ້າ ແຕ່​ການກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ. ພວກເຂົາ​ເປັນ​ທີ່​ໜ້າກຽດຊັງ, ບໍ່​ເຊື່ອຟັງ ແລະບໍ່​ເໝາະສົມ​ສຳລັບ​ການ​ເຮັດ​ດີ​ໃດໆ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka