Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 7:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ດັ່ງນັ້ນ ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພວກ​ເຖົ້າແກ່ ແຕ່​ຮັບປະທານ​ອາຫານ​ດ້ວຍ​ມື​ທີ່​ເປັນມົນທິນ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ສະນັ້ນ ພວກ​ຟາຣີຊາຍ​ແລະ​ພວກ​ທຳມະຈານ ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກ​ສາວົກ​ຂອງທ່ານ ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳ​ສອນ ທີ່​ສືບທອດ​ມາ​ຈາກ​ປູ່ຍ່າຕາຍາຍ, ແຕ່​ກິນ​ອາຫານ​ດ້ວຍ​ມື​ບໍ່​ສະອາດ?”

Uka jalj uñjjattʼäta Copia luraña




ມາຣະໂກ 7:5
12 Jak'a apnaqawi uñst'ayäwi  

“ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພວກ​ເຖົ້າແກ່? ພວກເຂົາ​ບໍ່​ໄດ້​ລ້າງ​ມື​ກ່ອນ​ກິນ​ອາຫານ!”


ດ້ວຍເຫດນີ້ ພວກເຈົ້າ​ໄດ້​ລຶບລ້າງ​ພຣະຄຳ​ຂອງ​ພຣະເຈົ້າ​ໂດຍ​ການ​ຢຶດ​ເອົາ​ທຳນຽມ​ທີ່​ສືບທອດ​ກັນ​ມາ ແລະ ຍັງ​ມີ​ອີກ​ຫລາຍ​ຢ່າງ​ທີ່​ພວກເຈົ້າ​ເຮັດ​ຜິດ​ແບບ​ນີ້”.


ພວກເຈົ້າ​ໄດ້​ປະຖິ້ມ​ຂໍ້​ຄຳສັ່ງ​ຂອງ​ພຣະເຈົ້າ ແລະ ໄປ​ຢຶດຖື​ຄຳສັ່ງສອນ​ຂອງ​ມະນຸດ”.


ແລະ ພຣະອົງ​ກໍ​ກ່າວ​ຕໍ່ໄປ​ວ່າ, “ພວກເຈົ້າ​ມີ​ວິທີ​ຫລີກລ້ຽງ​ຄຳສັ່ງ​ຂອງ​ພຣະເຈົ້າ​ເພື່ອ​ໄປ​ເຮັດ​ຕາມ​ທຳນຽມ​ຂອງ​ຕົນ!


ພວກເຂົາ​ໄດ້​ຍິນ​ຂ່າວ​ວ່າ​ທ່ານ​ສັ່ງສອນ​ບັນດາ​ຊາວຢິວ​ທີ່​ຢູ່​ທ່າມກາງ​ຄົນຕ່າງຊາດ​ໃຫ້​ຫັນໜີ​ຈາກ​ໂມເຊ, ໂດຍ​ບອກ​ພວກເຂົາ​ວ່າ​ບໍ່​ຕ້ອງ​ໃຫ້​ລູກຫລານ​ຮັບພິທີຕັດ ຫລື ດຳເນີນຊີວິດ​ຕາມ​ທຳນຽມ​ຂອງ​ພວກເຮົາ.


ຈົ່ງ​ພາ​ຄົນ​ເຫລົ່ານີ້​ໄປ, ຮ່ວມ​ພິທີ​ຊຳລະ​ຕົວ​ຂອງ​ພວກເຂົາ ແລະ ຈ່າຍ​ຄ່າ​ທຳນຽມ​ໃຫ້​ພວກເຂົາ, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ແຖ​ຫົວ. ແລ້ວ​ທຸກຄົນ​ຈະ​ໄດ້​ຮູ້​ວ່າ​ສິ່ງ​ທີ່​ພວກເຂົາ​ໄດ້​ຍິນ​ມາ​ກ່ຽວກັບ​ທ່ານ​ນັ້ນ​ບໍ່​ເປັນ​ຄວາມຈິງ, ແຕ່​ທ່ານ​ເອງ​ໄດ້​ດຳເນີນຊີວິດ​ດ້ວຍ​ການ​ເຊື່ອຟັງ​ກົດບັນຍັດ.


ແລະ ເພິ່ນ​ຍັງ​ເປັນ​ບິດາ​ຂອງ​ຜູ້​ທີ່​ຮັບ​ພິທີຕັດ​ແລ້ວ ຄົນ​ເຫລົ່ານີ້​ບໍ່​ພຽງແຕ່​ຮັບ​ພິທີຕັດ​ເທົ່ານັ້ນ ແຕ່​ຍັງ​ມີ​ຄວາມເຊື່ອ​ຕາມ​ແບບ​ຄວາມເຊື່ອ​ທີ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ມີ​ຕັ້ງແຕ່​ກ່ອນ​ທີ່​ເພິ່ນ​ຈະ​ຮັບ​ພິທີຕັດ​ນັ້ນ.


ເມື່ອ​ເຮົາ​ຢູ່ໃນ​ສາສະໜາຢິວ​ເຮົາ​ກ້າວໜ້າ​ກວ່າ​ພີ່ນ້ອງ​ຄົນຢິວ​ຫລາຍ​ຄົນ​ໃນ​ລຸ້ນ​ດຽວ​ກັນ ແລະ ກະຕືລືລົ້ນ​ທີ່ສຸດ​ຕໍ່​ປະເພນີ​ຂອງ​ບັນພະບຸລຸດ​ຂອງ​ເຮົາ.


ພວກເຮົາ​ໄດ້​ຍິນ​ວ່າ​ບາງຄົນ​ໃນ​ທ່າມກາງ​ພວກເຈົ້າ​ຂີ້ຄ້ານ ແລະ ກໍ່ກວນ. ພວກເຂົາ​ບໍ່​ຍອມ​ເຮັດວຽກ ແຕ່​ພວກເຂົາ​ຫຍຸ້ງ​ແຕ່​ກັບ​ເລື່ອງ​ຂອງ​ຄົນ​ອື່ນ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຂໍ​ສັ່ງ​ພວກເຈົ້າ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ຈົ່ງ​ຫລີກໜີ​ຈາກ​ຜູ້​ທີ່​ເຊື່ອ​ທຸກຄົນ​ທີ່​ຂີ້ຄ້ານ, ກໍ່ກວນ ແລະ ບໍ່​ຍອມ​ດຳເນີນຊີວິດ​ຕາມ​ຄຳສັ່ງສອນ​ທີ່​ພວກເຈົ້າ​ໄດ້​ຮັບ​ຈາກ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka