Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 7:3 - ພຣະຄຳພີລາວສະບັບສະໄໝໃໝ່

3 (ພວກ​ຟາຣີຊາຍ ແລະ ຄົນ​ຢິວ​ທົ່ວໄປ​ນັ້ນ ຖື​ຕາມ​ປະເພນີ​ທີ່​ສືບທອດ​ມາ​ຈາກ​ບັນດາ​ເຖົ້າແກ່​ວ່າ​ຈະ​ບໍ່​ຮັບປະທານ​ອາຫານ​ຈົນກວ່າ​ຈະ​ໄດ້​ລ້າງມື​ຕາມ​ພິທີ​ກ່ອນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ສ່ວນ​ພວກ​ຟາຣີຊາຍ​ແລະ​ຄົນ​ຢິວ​ທົ່ວ​ໄປ​ນັ້ນ ປະຕິບັດ​ຕາມ​ຄຳ​ສອນ​ທີ່​ສືບ​ທອດ​ມາ​ຈາກ​ປູ່ຍ່າຕາຍາຍ​ວ່າ ຖ້າ​ບໍ່​ລ້າງ​ມື​ຕາມ​ພິທີ ຄື​ແຕ່​ມື​ເຖິງ​ຂໍ່​ມື​ຂອງ​ພວກເຂົາ ກໍ​ບໍ່​ກິນ​ອາຫານ;

Uka jalj uñjjattʼäta Copia luraña




ມາຣະໂກ 7:3
10 Jak'a apnaqawi uñst'ayäwi  

ດ້ວຍເຫດນີ້ ພວກເຈົ້າ​ໄດ້​ລຶບລ້າງ​ພຣະຄຳ​ຂອງ​ພຣະເຈົ້າ​ໂດຍ​ການ​ຢຶດ​ເອົາ​ທຳນຽມ​ທີ່​ສືບທອດ​ກັນ​ມາ ແລະ ຍັງ​ມີ​ອີກ​ຫລາຍ​ຢ່າງ​ທີ່​ພວກເຈົ້າ​ເຮັດ​ຜິດ​ແບບ​ນີ້”.


ດັ່ງນັ້ນ ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພວກ​ເຖົ້າແກ່ ແຕ່​ຮັບປະທານ​ອາຫານ​ດ້ວຍ​ມື​ທີ່​ເປັນມົນທິນ?”


ແຕ່​ຄົນ​ຟາຣີຊາຍ​ຜູ້​ນັ້ນ​ກໍ​ແປກໃຈ​ເມື່ອ​ສັງເກດ​ເຫັນ​ວ່າ​ພຣະອົງ​ບໍ່​ໄດ້​ລ້າງ​ມື​ກ່ອນ​ກິນ​ອາຫານ.


ໃນ​ບ່ອນ​ນັ້ນ​ມີ​ອ່າງຫີນ​ຕັ້ງ​ຢູ່​ຫົກ​ໜ່ວຍ, ເປັນ​ອ່າງ​ທີ່​ໃຊ້​ໃນ​ພິທີ​ຊຳລະ​ຂອງ​ຊາວຢິວ, ແຕ່​ລະ​ໜ່ວຍ​ໃສ່​ນ້ຳ​ໄດ້ 20 ຫາ 30 ກາລອນ.


ເມື່ອ​ເຮົາ​ຢູ່ໃນ​ສາສະໜາຢິວ​ເຮົາ​ກ້າວໜ້າ​ກວ່າ​ພີ່ນ້ອງ​ຄົນຢິວ​ຫລາຍ​ຄົນ​ໃນ​ລຸ້ນ​ດຽວ​ກັນ ແລະ ກະຕືລືລົ້ນ​ທີ່ສຸດ​ຕໍ່​ປະເພນີ​ຂອງ​ບັນພະບຸລຸດ​ຂອງ​ເຮົາ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ຈັບ​ພວກເຈົ້າ​ໄປ​ເປັນ​ຊະເລີຍ​ດ້ວຍ​ປັດຊະຍາ​ອັນ​ບໍ່ມີແກ່ນສານ ແລະ ຫລອກລວງ ເຊິ່ງ​ອາໄສ​ປະເພນີ​ຂອງ​ມະນຸດ​ທີ່​ສືບທອດ​ກັນ​ມາ ແລະ ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແທນ​ທີ່​ຈະ​ອາໄສ​ພຣະຄຣິດເຈົ້າ.


ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ພຣະອົງ​ໄດ້​ໄຖ່​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ວິຖີ​ຊີວິດ​ອັນ​ບໍ່​ມີ​ປະໂຫຍດ ເຊິ່ງ​ພວກເຈົ້າ​ໄດ້​ສືບທອດ​ມາ​ຈາກ​ບັນພະບຸລຸດ​ຂອງ​ພວກເຈົ້າ​ນັ້ນ ບໍ່​ໄດ້​ໄຖ່​ດ້ວຍ​ສິ່ງ​ທີ່​ເສື່ອມສູນ​ໄປ​ເຊັ່ນ​ເງິນ ຫລື ຄຳ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka