Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 7:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ເຫັນ​ພວກສາວົກ​ບາງຄົນ​ຂອງ​ພຣະອົງ​ຮັບປະທານ​ອາຫານ​ໂດຍ​ບໍ່​ໄດ້​ລ້າງມື​ກອ່ນ ເຊິ່ງ​ຖື​ວ່າ​ເປັນມົນທິນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພວກເຂົາ​ໄດ້​ສັງເກດ​ເຫັນ​ວ່າ ພວກ​ສາວົກ​ຂອງ​ພຣະອົງ​ກິນ​ເຂົ້າ​ໂດຍ​ບໍ່ໄດ້​ລ້າງ​ມື​ຕາມ​ພິທີ​ກ່ອນ. (

Uka jalj uñjjattʼäta Copia luraña




ມາຣະໂກ 7:2
12 Jak'a apnaqawi uñst'ayäwi  

“ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພວກ​ເຖົ້າແກ່? ພວກເຂົາ​ບໍ່​ໄດ້​ລ້າງ​ມື​ກ່ອນ​ກິນ​ອາຫານ!”


ດັ່ງນັ້ນ ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ຈຶ່ງ​ຖາມ​ພຣະເຢຊູເຈົ້າ​ວ່າ, “ເປັນຫຍັງ​ພວກສາວົກ​ຂອງ​ທ່ານ​ຈຶ່ງ​ບໍ່​ປະຕິບັດ​ຕາມ​ຄຳສັ່ງສອນ​ຂອງ​ພວກ​ເຖົ້າແກ່ ແຕ່​ຮັບປະທານ​ອາຫານ​ດ້ວຍ​ມື​ທີ່​ເປັນມົນທິນ?”


ແຕ່​ຄົນ​ຟາຣີຊາຍ​ຜູ້​ນັ້ນ​ກໍ​ແປກໃຈ​ເມື່ອ​ສັງເກດ​ເຫັນ​ວ່າ​ພຣະອົງ​ບໍ່​ໄດ້​ລ້າງ​ມື​ກ່ອນ​ກິນ​ອາຫານ.


ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ດີ​ວ່າ​ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ທີ່​ຊາວຢິວ​ຈະ​ຄົບ​ຫາ​ສະມາຄົມ ຫລື ຢ້ຽມຢາມ​ຄົນຕ່າງຊາດ. ແຕ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ແກ່​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ບໍ່​ຄວນ​ເອີ້ນ​ຜູ້ໃດ​ວ່າ​ບໍ່​ສະອາດ ຫລື ເປັນມົນທິນ.


“ຂ້າພະເຈົ້າ​ຕອບ​ວ່າ, ‘ບໍ່​ໄດ້ ອົງພຣະຜູ້ເປັນເຈົ້າ! ບໍ່​ເຄີຍ​ມີ​ສິ່ງ​ທີ່​ເປັນມົນທິນ ຫລື ສິ່ງ​ທີ່​ບໍ່​ສະອາດ​ເຂົ້າ​ໄປ​ໃນ​ປາກ​ຂອງ​ຂ້ານ້ອຍ​ຈັກ​ເທື່ອ’.


ໃນ​ຖານະ​ຜູ້​ທີ່​ຢູ່​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ ເຮົາ​ແນ່ໃຈ​ຢ່າງ​ເຕັມທີ່​ວ່າ​ບໍ່​ມີ​ອາຫານ​ໃດ​ເປັນມົນທິນ​ໃນ​ໂຕ​ຂອງ​ມັນ​ເອງ, ແຕ່​ຖ້າ​ຜູ້ໃດ​ຖືວ່າ​ສິ່ງໃດ​ເປັນມົນທິນ ສິ່ງ​ນັ້ນ​ກໍ​ເປັນມົນທິນ​ສຳລັບ​ລາວ.


ພວກເຈົ້າ​ຄິດ​ວ່າ​ຜູ້​ທີ່​ຢຽບຢ່ຳ​ພຣະບຸດ​ຂອງ​ພຣະເຈົ້າ, ຜູ້​ທີ່​ປະຕິບັດ​ຕໍ່​ໂລຫິດ​ແຫ່ງ​ພັນທະສັນຍາ​ທີ່​ຊຳລະ​ພວກເຂົາ​ໃຫ້​ບໍລິສຸດ​ນັ້ນ​ເໝືອນ​ບໍ່​ແມ່ນ​ສິ່ງ​ສັກສິດ ແລະ ຜູ້​ທີ່​ດູຖູກ​ພຣະວິນຍານ​ແຫ່ງ​ພຣະຄຸນ​ສົມຄວນ​ໄດ້​ຮັບ​ໂທດ​ໜັກ​ຫລາຍກວ່າ​ນັ້ນ​ຈັກ​ເທົ່າ​ໃດ?


ບໍ່​ມີ​ສິ່ງ​ທີ່​ເປັນມົນທິນ ຫລື ຜູ້ໃດ​ທີ່​ເຮັດ​ສິ່ງ​ທີ່​ໜ້າອັບອາຍ ຫລື ຫລອກລວງ ຈະ​ເຂົ້າ​ໃນ​ນະຄອນ​ນີ້​ໄດ້​ເລີຍ, ມີ​ແຕ່​ບັນດາ​ຜູ້​ທີ່​ມີ​ຊື່​ຈົດ​ໄວ້​ໃນ​ໜັງສື​ແຫ່ງ​ຊີວິດ​ຂອງ​ລູກແກະ​ຂອງ​ພຣະເຈົ້າ​ເທົ່ານັ້ນ​ຈຶ່ງ​ຈະ​ເຂົ້າ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka