Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 7:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ພຣະອົງ​ຖາມ​ພວກເພິ່ນ​ວ່າ, “ພວກເຈົ້າ​ຍັງ​ບໍ່​ເຂົ້າໃຈ​ອີກ​ບໍ? ພວກເຈົ້າ​ບໍ່​ເຫັນ​ບໍ​ວ່າ​ບໍ່​ມີ​ສິ່ງໃດ​ຈາກ​ພາຍນອກ​ທີ່​ເຂົ້າ​ໄປ​ໃນ​ໂຕ​ມະນຸດ​ແລ້ວ​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ໄດ້?

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ພວກເຈົ້າ​ກໍ​ຍັງ​ບໍ່​ເຂົ້າໃຈ​ເໝືອນກັນ​ກັບ​ພວກເຂົາ​ບໍ? ພວກເຈົ້າ​ບໍ່​ເຂົ້າໃຈ​ບໍ​ວ່າ ທຸກສິ່ງ​ທີ່​ມະນຸດ​ກິນ​ເຂົ້າ​ໄປ ບໍ່​ອາດ​ເຮັດ​ໃຫ້​ມະນຸດ​ຊົ່ວ​ມົວໝອງ​ໄດ້,

Uka jalj uñjjattʼäta Copia luraña




ມາຣະໂກ 7:18
12 Jak'a apnaqawi uñst'ayäwi  

ບໍ່​ແມ່ນ​ສິ່ງ​ທີ່​ກິນ​ເຂົ້າ​ໄປ​ໃນ​ປາກ​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ແຕ່​ແມ່ນ​ສິ່ງ​ທີ່​ອອກ​ຈາກ​ປາກ​ຂອງ​ພວກເຂົາ​ນັ້ນ​ທີ່​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’”.


ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ເຂົ້າໃຈ​ວ່າ​ເຮົາ​ບໍ່​ໄດ້​ເວົ້າ​ເຖິງ​ເລື່ອງ​ເຂົ້າຈີ່? ແຕ່​ໃຫ້​ພວກເຈົ້າ​ຈົ່ງ​ລະວັງ​ເຊື້ອແປ້ງ​ຂອງ​ພວກ​ຟາຣີຊາຍ ແລະ ພວກ​ຊາດູກາຍ”.


ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ພວກເຈົ້າ​ບໍ່​ເຂົ້າໃຈ​ຄຳອຸປະມາ​ນີ້​ບໍ? ຖ້າ​ເປັນ​ຢ່າງນັ້ນ ພວກເຈົ້າ​ຈະ​ເຂົ້າໃຈ​ຄຳອຸປະມາ​ເລື່ອງ​ອື່ນ​ໄດ້​ຢ່າງໃດ?


ຫລັງຈາກ​ພຣະອົງ​ໄດ້​ຈາກ​ປະຊາຊົນ​ໄປ ແລະ ເຂົ້າໄປ​ໃນ​ເຮືອນ​ແລ້ວ, ພວກສາວົກ​ໄດ້​ຖາມ​ພຣະອົງ​ກ່ຽວ​ກັບ​ຄຳອຸປະມາ​ນີ້.


ເພາະວ່າ​ສິ່ງ​ນັ້ນ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ໃຈ​ຂອງ​ພວກເຂົາ ແຕ່​ເຂົ້າ​ໄປ​ໃນ​ທ້ອງ​ຂອງ​ພວກເຂົາ​ແລ້ວ​ກໍ​ຖ່າຍ​ອອກ​ມາ​ຈາກ​ຮ່າງກາຍ”. (ທີ່​ພຣະເຢຊູເຈົ້າ​ກ່າວ​ເຊັ່ນ​ນີ້​ເປັນ​ການປະກາດ​ວ່າ​ອາຫານ​ທຸກຊະນິດ “ປາດສະຈາກ​ມົນທິນ”.)


ພຣະອົງ​ກ່າວ​ແກ່​ພວກເພິ່ນ​ວ່າ, “ພວກເຈົ້າ​ຄື​ໂງ່​ແທ້ ແລະ ຊ້າ​ທີ່​ຈະ​ເຊື່ອ​ທຸກ​ຄຳ​ທີ່​ບັນດາ​ພວກ​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້!


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ເປັນ​ອາຈານ​ຂອງ​ຄົນ​ອິດສະຣາເອນ ແລ້ວ​ເຈົ້າ​ຍັງ​ບໍ່​ເຂົ້າໃຈ​ສິ່ງ​ເຫລົ່ານີ້​ບໍ?


ເຮົາ​ໄດ້​ປ້ອນ​ພວກເຈົ້າ​ດ້ວຍ​ນ້ຳນົມ ບໍ່ແມ່ນ​ດ້ວຍ​ອາຫານ​ແຂງ, ເພາະວ່າ​ພວກເຈົ້າ​ຍັງ​ບໍ່​ສາມາດ​ຮັບ​ອາຫານ​ນັ້ນ​ໄດ້​ເທື່ອ. ແທ້ຈິງແລ້ວ ພວກເຈົ້າ​ກໍ​ຍັງ​ບໍ່​ພ້ອມ​ເທື່ອ.


ພວກເຮົາ​ຍັງ​ມີ​ອີກ​ຫລາຍ​ຢ່າງ​ທີ່​ຈະ​ກ່າວ​ກ່ຽວກັບ​ເລື່ອງ​ນີ້, ແຕ່​ກໍ​ຍາກ​ທີ່​ຈະ​ອະທິບາຍ​ໃຫ້​ຈະແຈ້ງ​ແກ່​ພວກເຈົ້າ ເພາະວ່າ​ພວກເຈົ້າ​ບໍ່​ໄດ້​ພະຍາຍາມ​ທີ່​ຈະ​ເຂົ້າໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka