Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 6:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ແລະ ພຣະອົງ​ປະຫລາດໃຈ​ໃນ​ຄວາມ​ບໍ່ເຊື່ອ​ຂອງ​ພວກເຂົາ. ຫລັງຈາກ​ນັ້ນ ພຣະເຢຊູເຈົ້າ​ໄດ້​ສັ່ງສອນ​ຕາມ​ບ້ານ​ຕ່າງໆ​ທີ່​ຢູ່​ອ້ອມຮອບ​ເຂດ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ພຣະອົງ​ປະຫລາດ​ໃຈ​ຫລາຍ​ທີ່​ເຫັນ​ຊາວເມືອງ​ບໍ່ມີ​ຄວາມເຊື່ອ ແລ້ວ​ພຣະເຢຊູເຈົ້າ​ກໍໄດ້​ສັ່ງສອນ​ທົ່ວ​ທຸກ​ບ້ານ​ທີ່​ຢູ່​ອ້ອມຮອບ​ເຂດ​ນັ້ນ.

Uka jalj uñjjattʼäta Copia luraña




ມາຣະໂກ 6:6
12 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນັ້ນ. ພຣະອົງ​ກໍ​ປະຫລາດໃຈ ແລະ ກ່າວ​ກັບ​ບັນດາ​ຜູ້​ທີ່​ຕິດຕາມ​ພຣະອົງ​ມາ​ນັ້ນ​ວ່າ, “ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ເຮົາ​ບໍ່​ເຄີຍ​ພົບ​ຜູ້ໃດ​ໃນ​ອິດສະຣາເອນ​ທີ່​ມີ​ຄວາມເຊື່ອ​ໃຫຍ່​ເທົ່າ​ນີ້.


ພຣະເຢຊູເຈົ້າ​ໄດ້​ເດີນທາງ​ຜ່ານ​ໄປ​ຕາມ​ທຸກ​ເມືອງ ແລະ ບ້ານ, ສັ່ງສອນ​ຕາມ​ທຳມະສາລາ​ຕ່າງໆ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ ໄດ້​ເທດສະໜາ​ໃນ​ທຳມະສາລາ ແລະ ຂັບໄລ່​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.


ຕໍ່ມາ ພຣະເຢຊູເຈົ້າ​ກໍ​ອອກຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນ້ຳຈໍແດນ​ທາງ​ຟາກ​ເບື້ອງ​ນັ້ນ. ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ​ອີກ, ແລະ ພຣະອົງ​ກໍ​ໄດ້​ສັ່ງສອນ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.


ຫລັງຈາກນັ້ນ ພຣະເຢຊູເຈົ້າ​ເດີນທາງ​ໄປ​ສັ່ງສອນ​ທົ່ວ​ເມືອງ ແລະ ໝູ່ບ້ານ​ຕ່າງໆ​ຂະນະ​ທີ່​ພຣະອົງ​ມຸ່ງໜ້າ​ໄປ​ທີ່​ເຢຣູຊາເລັມ.


ຫລັງຈາກ​ນັ້ນ ພຣະອົງ​ກໍ​ໄປ​ຍັງ​ເມືອງ​ກາເປນາອູມ ເຊິ່ງ​ເປັນ​ເມືອງ​ໜຶ່ງ​ໃນ​ແຂວງ​ຄາລີເລ, ແລະ ພຣະອົງ​ເລີ່ມຕົ້ນ​ສັ່ງສອນ​ປະຊາຊົນ​ໃນ​ວັນຊະບາໂຕ.


ແລະ ພຣະອົງ​ໄດ້​ສືບຕໍ່​ເທດສະໜາ​ໃນ​ທຳມະສາລາ​ຕ່າງໆ​ໃນ​ແຂວງ​ຢູດາຍ.


ຊາຍ​ຄົນ​ນັ້ນ​ຕອບ​ວ່າ, “ປະຫລາດໃຈ​ແທ້! ພວກທ່ານ​ບໍ່​ຮູ້ຈັກ​ວ່າ​ເພິ່ນ​ມາ​ຈາກ​ໃສ ແຕ່​ເພິ່ນ​ໄດ້​ຮັກສາ​ຕາ​ຂອງ​ຂ້ານ້ອຍ​ໃຫ້​ເຊົາ​ບອດ.


ຄື​ເລື່ອງ​ທີ່​ພຣະເຈົ້າ​ໄດ້​ເຈີມ​ຕັ້ງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ ແລະ ດ້ວຍ​ລິດອຳນາດ ແລະ ທີ່​ພຣະອົງ​ໄດ້​ເດີນທາງ​ໄປ​ເຮັດ​ຄວາມດີ ແລະ ຮັກສາ​ທຸກຄົນ​ທີ່​ຕົກ​ຢູ່​ໃຕ້​ອຳນາດ​ຂອງ​ມານຮ້າຍ​ຢ່າງ​ໃດ ເພາະ​ພຣະເຈົ້າ​ຢູ່​ກັບ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka