Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 6:41 - ພຣະຄຳພີລາວສະບັບສະໄໝໃໝ່

41 ແລ້ວ​ພຣະເຢຊູເຈົ້າ​ກໍ​ຈັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ນັ້ນ​ມາ ແລ້ວ​ເງີຍໜ້າ​ຂຶ້ນ​ເບິ່ງ​ສະຫວັນ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ພຣະອົງ​ກໍ​ຍື່ນ​ໃຫ້​ພວກສາວົກ​ຂອງ​ພຣະອົງ​ເພື່ອ​ແຈກຢາຍ​ໃຫ້​ປະຊາຊົນ. ພຣະອົງ​ຍັງ​ແບ່ງ​ປາ​ສອງ​ໂຕ​ໃຫ້​ພວກເຂົາ​ທົ່ວ​ເຖິງ​ກັນ​ອີກ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 ແລ້ວ​ພຣະເຢຊູເຈົ້າ​ກໍ​ຈັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ​ແລະ​ປາ​ສອງ​ໂຕ​ນັ້ນ ໂດຍ​ເງີຍ​ໜ້າ​ຂຶ້ນ​ສູ່​ສະຫວັນ ແລະ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລ້ວ​ຫັກ​ເຂົ້າຈີ່ ແລະ​ຍື່ນໃຫ້​ພວກ​ສາວົກ​ນຳ​ໄປ​ແຈກ​ຢາຍ​ແກ່​ປະຊາຊົນ ພຣະອົງ​ຍັງ​ໄດ້​ແບ່ງປັນ​ປາ​ສອງ​ໂຕ​ໃຫ້​ພວກເຂົາ​ທົ່ວ​ເຖິງ​ກັນ​ອີກ​ດ້ວຍ.

Uka jalj uñjjattʼäta Copia luraña




ມາຣະໂກ 6:41
22 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ໄດ້​ບອກ​ໃຫ້​ປະຊາຊົນ​ນັ່ງ​ລົງ​ເທິງ​ຫຍ້າ, ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ນັ້ນ​ແລ້ວ​ເງີຍໜ້າ​ຂຶ້ນ​ເບິ່ງ​ສະຫວັນ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ພຣະອົງ​ກໍ​ຍື່ນ​ໃຫ້​ພວກສາວົກ ແລະ ພວກສາວົກ​ຈຶ່ງ​ແຈກຢາຍ​ເຂົ້າຈີ່​ນັ້ນ​ໃຫ້​ແກ່​ປະຊາຊົນ.


ແລ້ວ​ພຣະອົງ​ຮັບ​ເອົາ​ເຂົ້າຈີ່​ເຈັດ​ກ້ອນ ແລະ ປາ​ນ້ອຍ​ມາ, ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ພຣະອົງ​ກໍ​ຫັກ​ເຂົ້າຈີ່​ຍື່ນ​ເຂົ້າຈີ່​ນັ້ນ​ໃຫ້​ພວກສາວົກ, ພວກເພິ່ນ​ຈຶ່ງ​ແຈກຢາຍ​ໃຫ້​ແກ່​ປະຊາຊົນ.


ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ​ຍື່ນ​ໃຫ້​ພວກສາວົກ ແລະ ກ່າວ​ວ່າ, “ຈົ່ງ​ຮັບ ແລະ ກິນ​ສາ, ນີ້​ຄື​ກາຍ​ຂອງ​ເຮົາ”.


ໃນ​ຂະນະ​ທີ່​ພວກເພິ່ນ​ກຳລັງ​ຮັບປະທານ​ອາຫານ​ຢູ່​ນັ້ນ, ພຣະເຢຊູເຈົ້າ​ໄດ້​ຈັບ​ເອົາ​ເຂົ້າຈີ່​ຂຶ້ນ​ມາ ແລະ ເມື່ອ​ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ, ພຣະອົງ​ຫັກ​ເຂົ້າຈີ່​ນັ້ນ​ແລ້ວ​ຍື່ນ​ໃຫ້​ພວກສາວົກ ແລະ ກ່າວ​ວ່າ, “ຈົ່ງ​ຮັບ​ເອົາ​ເຂົ້າຈີ່​ນີ້, ນີ້​ຄື​ກາຍ​ຂອງ​ເຮົາ”.


ແລ້ວ​ພວກເຂົາ​ກໍ​ນັ່ງ​ເປັນ​ກຸ່ມ ກຸ່ມ​ລະ​ຮ້ອຍ​ຄົນ ແລະ ຫ້າສິບ​ຄົນ.


ພວກເຂົາ​ທຸກຄົນ​ໄດ້​ກິນ​ອີ່ມ​ແລ້ວ.


ພຣະອົງ​ເງີຍ​ໜ້າ​ເບິ່ງ​ສະຫວັນ​ພ້ອມ​ທັງ​ຖອນ​ຫາຍໃຈ​ຍາວ ແລະ ກ່າວ​ກັບ​ລາວ​ວ່າ “ເອຟາທາ!” (ເຊິ່ງ​ແປ​ວ່າ: “ຈົ່ງ​ເປີດ​ອອກ!”).


ເມື່ອ​ເຮົາ​ຫັກ​ເຂົ້າຈີ່​ຫ້າ​ກ້ອນ​ລ້ຽງ​ຄົນ​ຫ້າພັນ​ຄົນ, ພວກເຈົ້າ​ເກັບ​ສ່ວນ​ທີ່​ເຫລືອ​ໄດ້​ຈັກ​ກະບຸງ?” ພວກເພິ່ນ​ຕອບ​ວ່າ, “ສິບສອງ​ກະບຸງ”.


ເມື່ອ​ພຣະອົງ​ນັ່ງ​ຮ່ວມ​ໂຕະ​ກັບ​ພວກເພິ່ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ເລີ່ມ​ຍື່ນ​ໃຫ້​ພວກເພິ່ນ.


ພຣະເຢຊູເຈົ້າ​ກໍ​ຮັບ​ເອົາ​ເຂົ້າຈີ່​ຫ້າ​ກ້ອນ ແລະ ປາ​ສອງ​ໂຕ​ນັ້ນ​ມາ ແລ້ວ​ເງີຍໜ້າ​ຂຶ້ນ​ເບິ່ງ​ສະຫວັນ, ພຣະອົງ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ນັ້ນ ແລ້ວ​ພຣະອົງ​ກໍ​ຍື່ນ​ໃຫ້​ພວກສາວົກ​ເພື່ອ​ແຈກຢາຍ​ແກ່​ປະຊາຊົນ.


ດັ່ງນັ້ນ ພວກເຂົາ​ຈຶ່ງ​ກຶ່ງ​ກ້ອນຫີນ​ອອກ ແລ້ວ​ພຣະເຢຊູເຈົ້າ​ເງີຍໜ້າ​ຂຶ້ນ ແລະ ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຂ້ານ້ອຍ​ຂອບພຣະຄຸນ​ພຣະອົງ​ທີ່​ພຣະອົງ​ຮັບ​ຟັງ​ຂ້ານ້ອຍ.


ຫລັງ​ຈາກ​ທີ່​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ແລ້ວ ພຣະອົງ​ເງີຍ​ໜ້າ​ຂຶ້ນ​ສູ່​ສະຫວັນ ແລະ ອະທິຖານ​ວ່າ: “ພຣະບິດາເຈົ້າ​ເອີຍ, ເຖິງ​ເວລາ​ແລ້ວ. ຂໍໃຫ້​ພຣະບຸດ​ຂອງ​ພຣະອົງ​ໄດ້​ຮັບ​ສະຫງ່າລາສີ ເພື່ອ​ວ່າ​ພຣະບຸດ​ຂອງ​ພຣະອົງ​ຈະ​ໄດ້​ຖວາຍ​ສະຫງ່າລາສີ​ແກ່​ພຣະອົງ.


ແລ້ວ​ພຣະເຢຊູເຈົ້າ​ກໍ​ຈັບ​ເອົາ​ເຂົ້າຈີ່​ນັ້ນ​ມາ ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ ຈຶ່ງ​ແຈກຢາຍ​ໃຫ້​ແກ່​ຜູ້​ທີ່​ນັ່ງ​ຢູ່​ທີ່​ນັ້ນ​ໃຫ້​ຫລາຍ​ຕາມ​ທີ່​ພວກເຂົາ​ຕ້ອງການ. ພຣະອົງ​ຈັບ​ເອົາ​ປາ​ມາ​ເຮັດ​ຢ່າງ​ດຽວ​ກັນ.


ແລ້ວ​ມີ​ເຮືອ​ລຳ​ອື່ນ​ທີ່​ມາ​ຈາກ​ເມືອງ​ຕີເບເຣຍ​ມາ​ຈອດ​ໃກ້​ບ່ອນ​ທີ່​ປະຊາຊົນ​ໄດ້​ກິນ​ເຂົ້າຈີ່​ຫລັງຈາກ​ທີ່​ພຣະເຢຊູເຈົ້າ​ໄດ້​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ແລ້ວ.


ຫລັງຈາກ​ກ່າວ​ຢ່າງ​ນີ້​ແລ້ວ, ໂປໂລ​ກໍ​ຈັບ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ຕໍ່ໜ້າ​ພວກເຂົາ​ທັງຫລາຍ. ແລ້ວ​ເພິ່ນ​ກໍ​ຫັກ​ເຂົ້າຈີ່ ແລະ ເລີ່ມ​ກິນ.


ຜູ້ໃດ​ກໍ​ຕາມ​ຖື​ວັນ​ໃດ​ວັນ​ໜຶ່ງ​ເປັນ​ພິເສດ ກໍ​ຖື​ເພື່ອ​ອົງພຣະຜູ້ເປັນເຈົ້າ. ຜູ້​ທີ່​ກິນ​ຊີ້ນ ກໍ​ກິນ​ເພື່ອ​ອົງພຣະຜູ້ເປັນເຈົ້າ​ເພາະ​ພວກເຂົາ​ໄດ້​ຂອບພຣະຄຸນ​ພຣະເຈົ້າ ແລະ ຜູ້​ທີ່​ບໍ່​ກິນ ກໍ​ບໍ່​ກິນ​ເພື່ອ​ອົງພຣະຜູ້ເປັນເຈົ້າ ແລະ ຂອບພຣະຄຸນ​ພຣະເຈົ້າ.


ດັ່ງນັ້ນ, ບໍ່​ວ່າ​ພວກເຈົ້າ​ຈະ​ກິນ ຫລື ຈະ​ດື່ມ ຫລື ຈະ​ເຮັດ​ສິ່ງໃດ​ກໍ​ຕາມ, ຈົ່ງ​ເຮັດ​ທຸກສິ່ງ​ໃຫ້​ເປັນ​ທີ່​ຖວາຍ​ກຽດຕິຍົດ​ແດ່​ພຣະເຈົ້າ.


ແລະ ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ເຮັດ ບໍ່​ວ່າ​ຈະ​ດ້ວຍ​ວາຈາ ຫລື ດ້ວຍ​ການກະທຳ ຈົ່ງ​ເຮັດ​ທຸກສິ່ງ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ພຣະບິດາ​ໂດຍ​ທາງ​ພຣະອົງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka