Biblia Todo Logo
Internet tuqin Biblia

- Anuncios ukanaka -




ມາຣະໂກ 6:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ເມື່ອ​ເຖິງ​ວັນຊະບາໂຕ, ພຣະອົງ​ກໍ​ໄດ້​ເລີ່ມຕົ້ນ​ສັ່ງສອນ​ໃນ​ທຳມະສາລາ ແລະ ຫລາຍ​ຄົນ​ທີ່​ໄດ້​ຟັງ​ພຣະອົງ​ຕ່າງ​ກໍ​ປະຫລາດໃຈ. ພວກເຂົາ​ຖາມ​ວ່າ, “ຊາຍ​ຄົນ​ນີ້​ເອົາ​ຄຳສັ່ງສອນ​ເຫລົ່ານີ້​ມາ​ແຕ່​ໃສ? ສະຕິປັນຍາ​ທີ່​ລາວ​ໄດ້​ຮັບ​ນີ້​ແມ່ນ​ສະຕິປັນຍາ​ຢ່າງ​ໃດ, ຈຶ່ງ​ເຮັດ​ການ​ອັດສະຈັນ​ໄດ້!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ພໍ​ເຖິງ​ວັນ​ຊະບາໂຕ ພຣະອົງ​ກໍໄດ້​ຕັ້ງຕົ້ນ​ສັ່ງສອນ​ໃນ​ທຳມະສາລາ ປະຊາຊົນ​ຫລວງຫລາຍ​ຢູ່​ໃນ​ທີ່ນັ້ນ ແລະ​ເມື່ອ​ພວກເຂົາ​ໄດ້ຍິນ​ຄຳ​ສອນ​ຂອງ​ພຣະອົງ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ພວກເຂົາ​ຖາມ​ກັນ​ວ່າ, “ຄົນ​ນີ້​ເອົາ​ຄຳສັ່ງສອນ​ທັງໝົດ​ນີ້​ມາ​ແຕ່​ໃສ? ສະຕິປັນຍາ​ທີ່​ໄດ້​ໃຫ້​ແກ່​ຄົນ​ນີ້​ແມ່ນ​ປັນຍາ​ຢ່າງ​ໃດ? ເພາະ​ການ​ອັດສະຈັນ​ເຫຼົ່ານີ້​ກໍໄດ້​ສຳເລັດ​ດ້ວຍ​ມື​ຂອງ​ລາວ.

Uka jalj uñjjattʼäta Copia luraña




ມາຣະໂກ 6:2
11 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ, ສັ່ງສອນ​ຕາມ​ທຳມະສາລາ​ຂອງ​ພວກເຂົາ, ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ສະຫວັນ ແລະ ຮັກສາ​ຄົນ​ທີ່​ມີ​ພະຍາດໂລຄາ ແລະ ຄົນເຈັບໄຂ້ໄດ້ປ່ວຍ​ທຸກ​ຊະນິດ​ໃນ​ທ່າມກາງ​ປະຊາຊົນ.


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ສິ່ງ​ເຫລົ່ານີ້​ຈົບ​ແລ້ວ, ປະຊາຊົນ​ຕ່າງ​ກໍ​ປະຫລາດໃຈ​ໃນ​ຄຳສັ່ງສອນ​ຂອງ​ພຣະອົງ,


ດັ່ງນັ້ນ ພຣະອົງ​ຈຶ່ງ​ໄດ້​ເດີນທາງ​ໄປ​ທົ່ວ​ແຂວງ​ຄາລີເລ ໄດ້​ເທດສະໜາ​ໃນ​ທຳມະສາລາ ແລະ ຂັບໄລ່​ຜີມານຮ້າຍ​ທັງຫລາຍ​ໃຫ້​ອອກ​ໄປ.


ຕໍ່ມາ ພຣະເຢຊູເຈົ້າ​ກໍ​ອອກຈາກ​ທີ່​ນັ້ນ​ໄປ​ຍັງ​ແຂວງ​ຢູດາຍ ແລ້ວ​ພຣະອົງ​ກໍ​ຂ້າມ​ແມ່ນ້ຳຈໍແດນ​ທາງ​ຟາກ​ເບື້ອງ​ນັ້ນ. ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ຫາ​ພຣະອົງ​ອີກ, ແລະ ພຣະອົງ​ກໍ​ໄດ້​ສັ່ງສອນ​ພວກເຂົາ​ເໝືອນດັ່ງ​ທີ່​ພຣະອົງ​ເຄີຍ​ເຮັດ​ມາ.


ທຸກຄົນ​ທີ່​ໄດ້​ຟັງ​ພຣະອົງ​ກ່າວ ຕ່າງ​ກໍ​ປະຫລາດໃຈ​ໃນ​ສະຕິປັນຍາ ແລະ ຄຳຕອບ​ຂອງ​ພຣະອົງ.


ພຣະອົງ​ສັ່ງສອນ​ໃນ​ທຳມະສາລາ​ຕ່າງໆ​ຂອງ​ພວກເຂົາ, ທຸກຄົນ​ພາກັນ​ສັນລະເສີນ​ພຣະເຈົ້າ.


ພວກເຂົາ​ເວົ້າ​ວ່າ, “ຜູ້​ນີ້​ແມ່ນ​ເຢຊູ​ລູກຊາຍ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ? ພວກເຮົາ​ກໍ​ຮູ້ຈັກ​ພໍ່​ແມ່​ຂອງ​ລາວ, ດ້ວຍເຫດໃດ ລາວ​ຈຶ່ງ​ເວົ້າ​ວ່າ ‘ເຮົາ​ລົງ​ມາ​ຈາກ​ສະຫວັນ’?”


ພວກ​ຢິວ​ຢູ່​ທີ່​ນັ້ນ​ກໍ​ປະຫລາດໃຈ ແລະ ໄດ້​ຖາມ​ວ່າ, “ຄົນ​ນີ້​ໄດ້​ຄວາມຮູ້​ຢ່າງ​ນີ້​ມາ​ໄດ້​ແນວໃດ ໃນ​ເມື່ອ​ລາວ​ບໍ່​ໄດ້​ຮຽນ​ມາ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka